ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເກັນ ຈະມຸ່ງໜ້າໄປ ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ອິນເດຍ ລຸນຫຼັງການຢ້ຽມຢາມຕາເວັນອອກກາງ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຕໍ່ບັນດານັກຂ່າວ ກ່ອນທີ່ທ່ານຈະຂຶ້ນເຮືອບິນ ເພື່ອອອກຈາກວໍຊິງຕັນ ເດີນທາງໄປພາກຕາເວັນອອກກາງ ແລະຂົງເຂດເອເຊຍ ຢູ່ທີ່ຖານທັບອາກາດ Andrews, ລັດ Maryland, ວັນທີ 2 ພະຈິກ 2023.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຕໍ່ບັນດານັກຂ່າວ ກ່ອນທີ່ທ່ານຈະຂຶ້ນເຮືອບິນ ເພື່ອອອກຈາກວໍຊິງຕັນ ເດີນທາງໄປພາກຕາເວັນອອກກາງ ແລະຂົງເຂດເອເຊຍ ຢູ່ທີ່ຖານທັບອາກາດ Andrews, ລັດ Maryland, ວັນທີ 2 ພະຈິກ 2023.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ ທ່ານແອນໂທນີ ບລິງເກັນ ຈະມຸ່ງໜ້າໄປ ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ອິນເດຍ ໃນອາທິດຫນ້ານີ້ ລຸນຫຼັງການພົບປະຂອງທ່ານຢູ່ໃນພາກຕາເວັນອອກກາງ ເພື່ອພະຍາຍາມຊຸກຍູ້ຄວາມກ້າວໜ້າ ສໍາລັບການ "ສະຫນັບສະຫນູນຢູ່ໃນພາກພື້ນ ອິນໂດ-ປາຊີຟິກ ໃຫ້ມີຄວາມເສລີ ແລະເປີດກວ້າງ."

ເຈົ້າໜ້າທີ່ອາວຸໂສຂອງ ສະຫະລັດ ກ່າວຕໍ່ພວກນັກຂ່າວໃນວັນພະຫັດວານນີ້ວ່າ ສະຫະລັດ ຍັງຄົງສຸມໃສ່ພາກພື້ນ ອິນໂດ-ປາຊີຟິກ ຢູ່, ເຖິງແມ່ນວ່າຈະປະເຊີນກັບສິ່ງທ້າທາຍອື່ນໆຂອງໂລກ ລວມທັງສົງຄາມຂອງອິສຣາແອລ ກັບກຸ່ມຮາມາສ ແລະສົງຄາມຂອງ ຣັດເຊຍ ຢູ່ໃນ ຢູເຄຣນ ກໍຕາມ.

ບັນດາລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງກຸ່ມ G7 ຈະ​ພົບ​ປະ​ກັນ​ຢູ່​ໂຕ​ກຽວ​ ໃນ​ວັນ​ທີ 7 ຫາ ວັນທີ 8 ພະ​ຈິກນີ້. ທ່ານ ບລິງເກັນ ຈະ​ຈັດການເຈລະຈາຫາລື​ກັບ​ບັນດາ​ຄູ່​ຮ່ວມຕຳແໜ່ງຈາກກຸ່ມ G7 ຂອງທ່ານ ​ແລະ​ມີ​ການ​ແຍກຫາລື​ຕ່າງ​ໆ​ ກັບ​ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານນາງໂຢໂກະ ກາມິກາວາ.

ທ່ານແດນຽລ ຄຣິດເຕັນບຣິງ (Daniel Kritenbrink), ວ່າການລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ສໍາລັບກິດຈະການຢູ່ໃນຂົງເຂດເອເຊຍຕາເວັນອອກ ແລະກິດຈະການໃນຂົງເຂດມະຫາສະໝຸດປາຊີຟິກ ກ່າວ​ວ່າ: “ພວກ​ເຮົາ​ຄາດ​ວ່າ ​ການຫາ​ລື​ໃນ​ກອງ​ປະ​ຊຸມ​ເຫຼົ່າ​ນັ້ນ ​ຈະ​ເພັ່ງເລັງໃສ່ບັນ​ດາ​ເຫດການ​ທີ່ເກີດຂຶ້ນ​ຢູ່​ຕາ​ເວັນ​ອອກ​ກາງ, ການ​ສະໜັບສະໜູນ​ຢູ​ເຄຣນ, ການ​ຮ່ວມ​ມື​ໃນຂົງເຂດ​ອິນ​ໂດ-​ປາ​ຊີ​ຟິກ, ບັນ​ຫາໄລຍະຍາວ​ສອງ​ຝ່າຍ ແລະ ແນ່ນອນ ການ​ຮ່ວມ​ມື​ສາມ​ຝ່າຍ” ກັບ ເກົາຫຼີໃຕ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG