ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີການຕ່າງປະເທດ ບລິງເກັນ ພວມມຸ້ງໜ້າໄປຍັງ ຍີ່ປຸ່ນ ເພື່ອກອງປະຊຸມ ກຸ່ມ G7


ລັດຖະມົນຕີການຕ່າງປະເທດ ສະຫະລັດ ແອນໂທນີ ບລິງເກັນ ກ່າວຕໍ່ສື່ມວນຊົນ ກ່ຽວກັບກອງປະຊຸມຂອງທ່ານກັບຄູ່ຕຳແໜ່ງຈາກເທີກີ, ກ່ອນໜ້າການເດີນທາງອອກໄປຈາກ ສະໜາມບິນ ອັງກາຣາ ເອສເສັນໂບກາ ໃນນະຄອນຫຼວງອັງກາຣາ, ວັນທີ 6 ພະຈິກ 2023.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ແອນໂທນີ ບລິງເກັນ ກ່າວຕໍ່ສື່ມວນຊົນ ກ່ຽວກັບກອງປະຊຸມຂອງທ່ານກັບຄູ່ຕຳແໜ່ງຈາກເທີກີ, ກ່ອນໜ້າການເດີນທາງອອກໄປຈາກ ສະໜາມບິນ ອັງກາຣາ ເອສເສັນໂບກາ ໃນນະຄອນຫຼວງອັງກາຣາ, ວັນທີ 6 ພະຈິກ 2023.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວຢ້ຳອີກຄັ້ງໃນວັນຈັນວານນີ້ ວ່າ ສະຫະລັດ ຍັງຄົງເພັ່ງເລັງ ໃສ່ຂົງເຂດອິນໂດ-ປາຊີຟິກ ເຖິງແມ່ນຄວາມທ້າທາຍທັງຫຼາຍໃນໂລກກຳລັງເກີດຂຶ້ນພ້ອມກັນ ເຊັ່ນວ່າ ບັນຫາຂັດແຍ້ງລະຫວ່າງອິສຣາແອລແລະກຸ່ມຮາມາສ.

ຢູ່ທີ່ສະໜາມບິນອັງກາຣາ ພາຍຫຼັງຈາກໄດ້ສະຫລຸບການປຶກສາຫາລື ເປັນເວລາສອງຊົ່ວໂມງເຄິ່ງ ກັບລັດຖະມົນຕີການຕ່າງປະເທດຂອງເທີກີ ທ່ານຮາຄານ ຟີດານ, ທ່ານບລິງເກັນ ກໍໄດ້ກ່າວວ່າ “ແມ່ນກະທັງ ທີ່ພວກເຮົາສຸມຄວາມສົນໃຈໄປທີ່ວິກິດການຢູ່ໃນກາຊາຢ່າງເອົາຈິງເອົາຈັງ, ພວກເຮົາກໍໄດ້ພົວພັນຢ່າງເທົ່າທຽມກັນໃນວຽກງານທີ່ສຳຄັນຍິ່ງຢູ່ເຂດອິນໂດ-ປາຊີຟິກ ແລະພາກພື້ນອື່ນໆຂອງໂລກ ເພື່ອຊຸກຍູ້ຜົນປະໂຫຍດຂອງອາເມຣິກາ.”

ເຈົ້າໜ້າທີ່ຂັ້ນສູງດ້ານການທູດຂອງສະຫະລັດ ຈະເດີນທາງຮອດນະຄອນຫຼວງໂຕກຽວ ໃນວັນອັງຄານມື້ນີ້ ສຳລັບ ກອງປະຊຸມກຸມເຈັດລັດຖະມົນຕີການຕ່າງປະເທດ ແລະການເຈລະຈາສອງຝ່າຍ.

ທ່ານບລິງເກັນ ໄດກ່າວວ່າ ທ່ານວາງແຜນທີ່ຈະແຈ້ງໃຫ້ຊາບໂດຍຫຍໍ້ ແກ່ຄູ່ຕຳແໜ່ງຂອງທ່ານຈາກກຸ່ມປະເທດ G7 ກ່ຽວກັບການຢ້ຽມຢາມຕາເວັນອອກກາງເມື່ອມໍ່ໆມານີ້.

ຍີ່ປຸ່ນ ຊຶ່ງເປັນປະທານກຸ່ມປະເທດ G7 ໃນປີນີ້. ສະໜັບສະໜຸນ ການຟືນຟູເສດຖະກິດ ແລະພະລັງງານທີ່ຈຳເປັນຕ່າງໆ ຂອງຢູເຄຣນ ພ້ອມດ້ວຍເລື້ອງຄວາມໝັ້ນຄົງໃນພາກພື້ນ ກໍເປັນວາລະໃນກອງປະຊຸມສອງຝ່າຍຂອງທ່ານບລິງເກັນ ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ແລະລັດຖະມົນຕີການຕ່າງປະເທດ ທ່ານໂຢໂກະ ກາມິຄາວາ.

ທ່ານກິຊິດະ ຫາກໍກັບຄືນມາຈາກນະຄອນຫຼວງ ມານີລາ ແລະກົວລາລຳເປີ ບ່ອນທີ່ທ່ານໄດ້ຢືນຢັນວ່າ ຍີ່ປຸ່ນ ຈະສົ່ງເສີມດ້ານການປ້ອງກັນປະເທດສອງຝ່າຍ ແລະການຮ່ວມມືດ້ານຄວາມປອດໄພທາງທະເລກັບຟີລິບປິນ ແລະມາເລເຊຍ.

XS
SM
MD
LG