ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເຄັນ ເດີນທາງໄປ ອິສຣາແອລ ເພື່ອຜັກດັນການຢຸດຍິງໃນເຂດ ກາຊາ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ຂວາ, ລົມກັບພະນັກງານອະວຸໂສ ລວມທັງຮອງທີ່ປຶກສານະໂຍບາຍ ສະຫະລັດ ທ່ານ ທອມ ຊຸລລີວານ ກ່ອນເດີນທາງອອກຈາກ ອີຈິບ ໄປ ອິສຣາາແອລ, ໃນນະຄອນຫຼວງ ໄຄໂຣ, ອີຈິບ, 22 ມີນາ 2024.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ຂວາ, ລົມກັບພະນັກງານອະວຸໂສ ລວມທັງຮອງທີ່ປຶກສານະໂຍບາຍ ສະຫະລັດ ທ່ານ ທອມ ຊຸລລີວານ ກ່ອນເດີນທາງອອກຈາກ ອີຈິບ ໄປ ອິສຣາາແອລ, ໃນນະຄອນຫຼວງ ໄຄໂຣ, ອີຈິບ, 22 ມີນາ 2024.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິ​ງ​ເຄັນ ຈະ​ເດີນ​ທາງ​ໄປ ອິ​ສ​ຣາ​ແອ​ລ ໃນ​ວັນ​ສຸກ​ມື້ນີ້ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ມີ​ການເດີມ​ພັນ​ສູງ​ເພື່ອ​ເຮັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ ​ໃນ​ຂະ​ນະ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກະ​ກຽມ​ທີ່​ຈະ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ຮ່າງ​ຍັດ​ຕິ​ຂອງ ສະ​ຫະ​ລັດ ທີ່​ຮຽກ​ຮ້ອງ “ການ​ສະ​ຫງົບ​ເສິກ​ໃນ​ທັນ​ທີ.”

ໃນ ອິ​ສ​ຣາ​ແອ​ລ, ທ່ານ ບ​ລິງ​ເຄັນ ຈະ “ປຶກ​ສາ​ຫາ​ລື​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຮັບ​ປະ​ກັນ​ຄວາມ​ຜ່າຍ​ແພ້​ຂອງ​ກຸ່ມ ຮາ​ມາ​ສ, ລວມ​ທັງ​ໃນ​ເມືອງ​ຣາ​ຟາ, ໃນ​ວິ​ທີ​ທີ່​ຈະ​ປົກ​ປ້ອງ​ປະ​ຊາ​ກອນ​ພົນ​ລະ​ເຮືອນ, ຈະ​ບໍ່​ຂັດ​ຂວາງ​ການ​ນຳ​ສົ່ງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ, ແລະ ພັດ​ທະ​ນາ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ ອິ​ສ​ຣາ​ແອ​ລ ໂດຍ​ລວມ,” ອີງ​ຕາມ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ສະ​ຫະ​ລັດ ໄດ້​ຍົກ​ການ​ຄັດ​ຄ້ານ​ຕໍ່​ແຜນ​ການ​ຂອງ ອິ​ສ​ຣາ​ແອ​ລ ທີ່​ຈະ​ດຳ​ເນີນ​ການ​ໂຈມ​ຕີ​ທາງພາກ​ພື້ນ​ດິນ ​ໃນ​ເມືອງ ຣາ​ຟາ, ທີ່​ຕັ້ງ​ຢູ່​ຕາມ​ເຂດ​ຊາຍ​ແດນ ​ລະ​ຫວ່າງ ກາ​ຊາ ແລະ ອີ​ຈິບ, ເຊິ່ງ ອິ​ສ​ຣາ​ແອ​ລ ເວົ້າ​ວ່າ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ​ ໃນ​ການ​ເອົາ​ຊະ​ນະ​ກຸ່ມ ຮາ​ມາ​ສ ແລະ ຮັບ​ປະ​ກັນ​ກຸ່ມ​ທີ່ ສະ​ຫະ​ລັດ ກຳ​ນົດ​ວ່າ ​ເປັນ​ພວກ​ກໍ່​ການ​ຮ້າຍ​ນັ້ນ ຈະ​ບໍ່​ສາ​ມາດ​ດຳ​ເນີນ​ການ​ໂຈມ​ຕີ​ອີກ​ຄັ້ງ​ນຶ່ງ ​ຄື​ກັບ​ການ​ໂຈມ​ຕີ​ໃນ​ວັນ​ທີ 7 ຕຸ​ລາ​ຕໍ່ ອິ​ສ​ຣາ​ແອ​ລ.

ສະ​ຫະ​ລັດ ແມ່ນ​ຄາດ​ວ່າ​ ຈະ​ມອບ​ຮ່າງ​ຍັດ​ຕິ​ດັ່ງ​ກ່າວ ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ​ ໃນ​ວັນ​ສຸກມື້ນີ້ ທີ່​ຈະ “ສະ​ໜັບ​ສະ​ໜູນ​ຢ່າງ​ຊັດ​ເຈນ​ຕໍ່​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ທີ່​ດຳ​ເນີນ​ຢູ່ ທີ່​ແນ​ໃສ່​ການ​ສ້າງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ທັນ​ທີ​ ໃນ​ເຂດ ກາ​ຊາ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ແລກ​ປ່ຽນ​ຕົວ​ປະ​ກັນ,” ໂຄ​ສົກ​ສຳ​ລັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ທ່ານ​ນາງ ລິນ​ດາ ທອມ​ມັ​ສ-ກ​ຣີນ​ຟີ​ລ​ດ໌ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ທຳ​ການ​ເຈ​ລະ​ຈາ​ຂໍ້​ຄວາມ​ທີ່​ຈະ​ເພັ່ງ​ເລັງ​ໃສ່​ການ​ຢຸດ​ຍິງ 6 ອາ​ທິດ ແລະ ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໄປ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຮາ​ມາ​ສ ເພື່ອ​ແລ​ກ​ປ່ຽນ​ກັບ​ນັກ​ໂທດ ປາ​ແລັ​ສ​ໄຕ​ນ໌ ທີ່​ຖືກ​ຈັບ​ໂດຍ
ອິ​ສ​ຣາ​ແອ​ລ.

ອ່ານຂ່າວນີຕື່ມເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG