ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບ​ລິ​ງ​ເຄັນ ເດີນ​ທາງ​ໄປ​ປະ​ເທດ ເຢຍ​ຣະ​ມັນ, ເທີ​ກີ, ແລະ ກ​ຣີ​ສ ທ່າມ​ກາງ​ສົງ​ຄາມ​ໃນ ຢູ​ເຄ​ຣນ ແລະ ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ຖືກ​ຈັດ​ຂຶ້ນ​ດັ່ງ​ກັບ​ພາກ​ສ່ວນ​ຂອງ​ອົງ​ການ NATO, ນະ​ຄອນຫຼວງ ບູ​ຄາ​ເຣັ​ສ, ປະ​ເທດ ໂຣ​ເມ​ເນຍ, 20 ພະ​ຈິກ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ຖືກ​ຈັດ​ຂຶ້ນ​ດັ່ງ​ກັບ​ພາກ​ສ່ວນ​ຂອງ​ອົງ​ການ NATO, ນະ​ຄອນຫຼວງ ບູ​ຄາ​ເຣັ​ສ, ປະ​ເທດ ໂຣ​ເມ​ເນຍ, 20 ພະ​ຈິກ 2022.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ແມ່ນ​ກຳ​ລັງ​ເດີນ​ທາງ​ໄປ​ປະ​ເທດ ເຢຍ​ຣະ​ມັນ, ເທີ​ກີ ແລະ ກ​ຣີ​ສ ໃນ​ວັນ​ທີ 16 ຫາ 22 ກຸມ​ພານີ້ ກ່ອນ​ວັນ​ຄົບ​ຮອບ​ການ​ບຸກ​ລຸກ ຢູ​ເຄ​ຣນ ໂດຍ ຣັດ​ເຊຍ ໃນ​ວັນ​ທີ 24 ກຸມ​ພາ ແລະ ໃນ​ຂະ​ນະ​ທີ່ ເທີ​ກີ ກຳ​ລັງ​ສືບ​ຕໍ່​ການ​ປະ​ຕິ​ບັດ​ການ​ກູ້​ໄພ​ຂອງ​ເຂົາ​ເຈົ້າ ຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງ ທີ່​ໄດ້​ນຳ​ເອົາ​ຄວາມ​ຫາ​ຍະ​ນະ​ມາ​ສູ່​ປະ​ເທດ​ສະ​ມາ​ຊິກ​ອົງ​ການ NATO ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ທ່ານ ບ​ລິງ​ເຄັນ ແມ່ນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດ້ານ​ຄວາມ​ປອດ​ໄພ​ໃນ​ນະ​ຄອນ ມິວ​ນິກ ທີ່​ຈະ​ເລີ່ມ​ຂຶ້ນ​ໃນ​ວັນ​ສຸກນີ້. ຮອງ​ປະ​ທາ​ນາ​ທິ​ດີ ສະ​ຫະ​ລັດ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌ ແລະ ນັກ​ການ​ທູດ​ລະ​ດັບ​ສູງ ຈີນ ທ່ານ ຫວັງ ຢີ ຈະ​ລວມ​ຢູ່​ໃນ​ຜູ້​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ສາມ​ວັນ​ດັ່ງ​ກ່າວ.

ໃນ​ນະ​ຄອນ ມິວ​ນິກ, ທ່ານ ບ​ລິງ​ເຄັນ ຈະ​ເຂົ້າ​ຮ່ວມ​ໃນຫຼາຍກອງ​ປະ​ຊຸມ ເພື່ອ​ປຶກ​ສາ​ຫາ​ລື​ການ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ສຳ​ລັບ ຢູ​ເຄ​ຣນ, ແລະ ການ​ຊ່ວຍ​ເຫຼືອ​ຕໍ່ ເທີ​ກີ ແລະ ປະ​ຊາ​ຊົ​ນ​ ຊີ​ເຣຍ ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ການ​ຕ່​າງ​ປະ​ເທດ.

ໃນ​ຂະ​ນະ​ທີ່ ຢູ​ເຄ​ຣນ ກະ​ກຽມ​ສຳ​ລັບ​ການ​ໂຈມ​ຕີ​ໃຫຍ່​ຄັ້ງ​ໃໝ່​ຈາກ ຣັດ​ເຊຍ ນັ້ນ, ບັນ​ດາ​ຜູ້​ນຳ​ປະ​ເທດ​ຕາ​ເວັນ​ຕົກ​ຢູ່​ການ​ເຕົ້າ​ໂຮມ​ກັນ​ດັ່ງ​ກ່າວ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ຂະ​ຫຍາຍ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ເພື່ອ​ສະ​ໜັບ​ສະ​ໜູນ ກີ​ຢິບ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄົນ​ນຶ່ງ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ເຮັດ​ວຽກ ກ່ຽວ​ກັບ ໂຄງ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ໄພ​ຂະ​ໜາດ​ໃຫຍ່ ທີ່​ຈະ​ຖືກ​ປະ​ກາດ​ປະ​ມານ​ຂີດ​ໝາຍ​ຄົບ​ຮອບ​ນຶ່ງ​ປີ​ຂອງ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ. ໂຄງ​ການ​ມາດ​ຕະ​ການ​ລົງ​ໂທດ​ໃໝ່ ​ອີກ​ອັນ​ນຶ່ງ ​ທີ່​ແນ​ເປົ້າ​ໃສ່ ຣັດ​ເຊຍ ແລະ ພວກ​ຕົວ​ແທນ​ຂອງ​ພວກ​ເຂົາ​ກໍ​ຍັງ​ອາດ​ຈະ​ມີ​ຂຶ້ນ​ເຊັ່ນ​ກັນ.

ເຈົ້າ​ໜ້າ​ທີ່​ອະວຸ​ໂສ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ມັນ​ບໍ່​ມີ​ສິ່ງ​ໃດ​ທີ່​ລະ​ບຸ​ໃຫ້​ເຫັນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ແມ່ນ​ຈິງ​ຈັງ ກ່ຽວ​ກັບ ການ​ເຈ​ລະ​ຈາ​ດ້ານ​ການ​ທູດ, ແຕ່ ສະ​ຫະ​ລັດ ຈະ​ສືບ​ຕໍ່​ທຳ​ການ​ກົດ​ດັນ​ຕໍ່​ເສດ​ຖະ​ກິດ​ຂອງ ຣັດ​ເຊຍ ເພື່ອ​ບັງ​ຄັບ​ໃຫ້​ທ່ານ ປູ​ຕິນ ມາ​ຢູ່​ໂຕະ​ເຈ​ລະ​ຈາ.

ການ​ເດີນ​ທາງ​ຂອງ​ທ່ານ ບ​ລິງ​ເຄັນ ໄປປະ​ເທດ ເທີ​ກີ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ກູ້​ໄພ​ຟ້າວ​ຝັ່ງ​ທີ່​ຈະ​ຊອກ​ຫາ​ປະ​ຊາ​ຊົນ​ທີ່​ຄິດ​ຄ້າງ​ຢູ່​ໃຕ້​ຊາກ​ຫັກ​ພັງ​ດົນ​ກວ່າ​ນຶ່ງ​ອາ​ທິດ ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 7.8 ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ​ທັງ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ ເທີ​ກີ ແລະ ພາກ​ເໜືອ​ຂອງ​ ຊີ​ເຣຍ. ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ໄດ້​ສັງ​ຫານຫຼາຍກວ່າ 41,000 ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG