ສະຫະລັດກຳລັງກ້າວໜ້າເຮັດໃຫ້ “ການເປັນຄູ່ຮ່ວມມືທາງຍຸດທະສາດ” ກັບປະເທດ
ສະມາຊິກຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫລື
ອາຊຽນ (ASEAN) ກ້າວໜ້າໄປໃນຂະນະທີ່ລັດຖະບານຂອງ ປະທາ ນາທິບໍດີໂຈ
ໄບເດັນ ເພັ່ງເລັງໃສ່ການເລີ້ມຕົ້ນຄືນໃໝ່ຂອງ “ກອບເສດຖະກິດອິນ ໂດປາຊິຟິກ”
ໃນຕົ້ນປີ 2022 ຢູ່ນີ້.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ກຽມພ້ອມທີ່ຈະມີການປະຊຸມແບບໄປພົບໜ້າກັນກັບບັນດາລັດຖະມົນຕີຕ່າງ ປະເທດຈາກກຸ່ມເອເຊຍຕາເວັນອອກສຽງໃຕ້ໃນໄລຍະການເດີນທາງໄປລາດ ຊະອານາຈັກອັງກິດ, ອິນໂດເນເຊຍ, ມາເລເຊຍ, ໄທ ແລະຮາວາຍ ໃນວັນທີ 9 ຫາ 17 ທັນວານີ້.
ເປັນເທື່ອທຳອິດທີ່ບັນດາສະມາຊິກຂອງ ASEAN ໄດ້ຖືກເຊີນເຂົ້າຮ່ວມ ກອງປະຊຸມ G-7 ແລະພັດທະນາຂອງບັນດາລັດຖະມົນຕີກະຊວງການ ຕ່າງປະເທດທີ່ກຳລັງຈັດຂຶ້ນຢູ່ເມືອງລີເວີຣພູລ (Liverpool) ຂອງອັງກິດ ໃນທ້າຍອາທິດນີ້. ກຸ່ມ G-7 ແມ່ນກຸ່ມປະເທດທີ່ມີປະຊາທິປະໄຕທີ່ຮັ່ງມີທີ່ ສຸດຂອງໂລກທີ່ຮູ້ກັນຢ່າງເປັນທາງການຫລາຍກວ່າ ວ່າເປັນກຸ່ມຂອງເຈັດປະເທດ.
ທ່ານບລິງເກັນມີກຳນົດທີ່ຈະພົບປະກັບບັນດາຄູ່ຮ່ວມຕຳແໜ່ງຂອງທ່ານ ຈາກກຸ່ມເອເຊຍຕາເວັນອອກສຽງໃຕ້ໃນຂະນະທີ່ມີກອງປະຊຸມຂອງກຸ່ມ G-7 ກ່ອນຈະມຸ້ງໜ້າໄປສູ່ຂົງເຂດເອເຊຍປາຊິຟິກໃນອາທິດໜ້ານີ້.
ຢູ່ນະຄອນຢາກາຕານັ້ນ ທ່ານຈະໄດ້ຖະແຫຼງກ່ຽວກັບຄວາມສຳຄັນຂອງຂົງເຂດ ອິນໂດ-ປາຊິຟິກ ແລະເນັ້ນຢໍ້າເຖິງຄວາມສຳຄັນຂອງການເປັນຄູ່ຮ່ວມມືທາງ ຍຸດທະສາດລະຫວ່າງສະຫະລັດ ແລະອິນໂດເນເຊຍ.
“ທ່ານລັດຖະມົນຕີຕ່າງປະເທດ ຈະມີໂອກາດໂອ້ລົມກ່ຽວກັບໂຄງຮ່າງເສດຖະກິດອິນ
ໂດ-ປາຊິຟິກທີ່ທ່ານປະທານາທິບໍດີຫາກໍ່ປະກາດອອກມາ” ນັ້ນຄືຄຳເວົ້າຂອງທ່ານດາ
ນຽລ ກຣີເທນບຣິງຄ໌ (Daniel Kritenbrink) ຜູ້ຊ່ວຍລັດຖະມົນ ຕີການຕ່າງປະເທດຮັບ
ຜິດຊອງການພົວພັນກັບເຂດເອເຊຍຕາເວັນອອກ ແລະ ມະຫາສະໝຸດປາຊິຟິກ ທີ່ໄດ້
ກ່າວຕໍ່ບັນດານັກຂ່າວຢູ່ໃນກອງປະຊຸມລາຍ ງານທາງໂທລະສັບ. ທ່ານກ່າວອີກວ່າ
“ປະທານາທິບໍດີໄບເດັນມີຄວາມມຸ້ງ ໝັ້ນທີ່ຈະຍົກການພົວພັນຂອງສະຫະລັດກັບອາ
ຊຽນໃຫ້ສູງຂຶ້ນແບບບໍ່ ເຄີຍມີມາກ່ອນ.”
ອິນໂດເນເຊຍເປັນປະທດທີ່ມີປະຊາຊົນສ່ວນໃຫຍ່ເປັນຊາວມຸສລິມ ຫຼາຍກວ່າ ໝູ່ທີ່ສຸດໃນໂລກ. ທ່ານກຣີເທນບຣິງຄ໌ໄດ້ກ່າວຕໍ່ວີໂອເອໃນວັນພຸດວານນີ້ວ່າ ທ່ານບລິງເກັນ ຈະເຂົ້າຮ່ວມໄປໃນຄລີນິກສັກຢາວັກຊີນທີີ່ເປັນເຈົ້າພາບ ໂດຍອົງການຂອງສາສະໜາທີ່ເປັນອົງການບໍ່ຂຶ້ນກັບລັດຖະບານ ຫລື NGO ທີ່ໃຫຍ່ສຸດໃນອິນໂດເນເຊຍ.
ຫຼັງຈາກນັ້ນ ນັກການທູດສູງສຸດຂອງສະຫະລັດທ່ານນີ້ຈະມຸ້ງໜ້າໄປຫາ ມາເລ ເຊຍ ແລະໄທ ບ່ອນທີ່ທ່ານຈະພະຍາຍາມທີ່ຈະເຮັດໃຫ້ສາຍພົວພັນຂອງ ສະຫະລັດກັບປະເທດເຫລົ່ານີ້ເພີ້ມຂຶ້ນ ແລະແກ້ໄຂຄວາມທ້າທາຍທີ່ມີຄືກັນ ລວມທັງພະຍາດໂຄວິດ-19, ສ້າງຕັ້ງຕ່ອງໂສ້ສະໜອງສິນຄ້າທີ່ແຂງແກ່ນ, ວິກິດການດ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນເຮັດໃຫ້ຂົງເຂດອິນໂດປາຊິຟິກເປີດກວ້າງ ແລະເສລີ.