ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບ​ລິງ​ເຄັນ ເດີນ​ທາງ​ໄປ ບ​ຣາ​ຊິ​ລ ແລະ ອາ​ເຈັນ​ຕີ​ນາ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ G20


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ຍົກ​ມື​ລາ ໃນ​ຂະ​ນະ​ທີ່​ທ່ານ​ຂຶ້ນ​ເຮືອ​ບິນ​ຢູ່​ຖານ​ທັບ​ອາ​ກາດ ແອນດ​ຣູ, ລັດ ແມ​ຣີ​ແລນ, 3 ມີ​ນາ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ຍົກ​ມື​ລາ ໃນ​ຂະ​ນະ​ທີ່​ທ່ານ​ຂຶ້ນ​ເຮືອ​ບິນ​ຢູ່​ຖານ​ທັບ​ອາ​ກາດ ແອນດ​ຣູ, ລັດ ແມ​ຣີ​ແລນ, 3 ມີ​ນາ 2022.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ເດີນ​ທາງ​ໄປ​ປະ​ເທດ ບ​ຣາ​ຊິ​ລ ແລະ ອາ​ເຈັນ​ຕີ​ນາ ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານມື້ນີ້​ເພື່ອ​ຈັດ​ການ​ເຈ​ລະ​ຈາ​ ແລະ ສົ່ງ​ເສີມ​ສາຍ​ພົວພັນ​ກັບ​ບັນ​ດາ​ຜູ້​ນຳ​ທີ່​ມີ​ຄວາມ​ຄິດ​ອິດ​ສະຫຼະ​ຈາກ​ສອງ​ປະ​ເທດ​ດັ່ງ​ກ່າວ ໃນ​ຂະ​ນະ​ດຽວ​ກັນ​ກໍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸ່ມ 20 ປະ​ເທດ ຫຼື G20 ໃນ​ນະ​ຄອນ ຣີ​ໂອ ເດ ຈາ​ເນ​ໂຣ.

ດ້ວຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອບ ກໍ​ຄາດ​ວ່າ​ຈະ​ເຂົ້າ​ຮ່ວກອງ​ປະ​ຊຸມ G20 ນັ້ນ, ມັນ​ກໍ​ມີ​ໂອ​ກາດ​ສຳ​ລັບ​ການ​ພົວ​ພັນ​ໜ້າ​ຕໍ່​ໜ້າ​ທີ່​ຫາ​ໄດ້​ຍາກ​ລະ​ຫວ່າງ​ທັງ​ສອງ​ທ່ານ.

ການ​ຢ້ຽມ​ຢາມ ບຣາ​ຊິ​ລ ແລະ ອາ​ເຈັນ​ຕີ​ນາ ຂອງ​ທ່ານ ບ​ລິງ​ເຄັນ ຈະ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທູດ​ລະ​ດັບ​ສູງ ສະ​ຫະ​ລັດ.

ທ່ານ ບ​ລິງ​ເຄັນ ຈະ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ບຣາ​ຊິ​ລ ທ່ານ ຫຼຸຍ ​ອິ​ນາ​ຊີ​ໂອ ລູ​ລາ ດາ ຊິ​ລ​ວາ ໃນ​ນະ​ຄອນຫຼວງ ບຣາ​ຊິ​ເລຍ ແລະ ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຫາ​ກໍ່​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃໝ່​ຂອງ ອາ​ເຈັນ​ຕີ​ນາ ທ່ານ ຮາ​ເວຍ ມີ​ເລ ໃນ​ນະ​ຄອນຫຼວງ ບູ​ເອ​ນອ​ສ ແອ​ເຣ​ສ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ບັນ​ຫາ​ສອງ​ຝ່າຍ ແລະ ທົ່ວ​ໂລກ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ວ່າ​ທ່ານ ບ​ລິງ​ເຄັນ ຈະ​ກ່າວ​ຢ້ຳ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ ສຳ​ລັບການ​ເປັນ​ປະ​ທານ G20 ຂອງ ບ​ຣາ​ຊິ​ລ, ການ​ເປັນ​ຄູ່​ຮ່ວມ​ເພື່ອ​ສິດ​ທິ​ກຳ​ມະ​ກອນ​ລະ​ຫວ່າງ ສະ​ຫະ​ລັດ ແລະ ບ​ຣາ​ຊິ​ລ, ການ​ຮ່ວມ​ມື ກ່ຽວ​ກັບ ການ​ຫັນ​ປ່ຽນ​ໄປ​ສູ່​ພະ​ລັງ​ງານ​ສະ​ອາດ ແລະ ການ​ລະ​ນຶກ​ເຖິງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ສອງ​ຮ້ອຍ​ປີ​ລະ​ຫວ່າງ​ສອງ​ປະ​ເທ​ດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG