ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ເດີນທາງໄປພາກຕາເວັນອອກກາງ ຂະນະທີ່ຄວາມສ່ຽງຕໍ່ການເກີດບັນຫາຂັດແຍ້ງ ທີ່ກວ້າງຂວາງຢູ່ໃນຂົງເຂດ ເພີ້ມທະວີຂຶ້ນ


ແຟ້ມພາບ - ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໂບກມືກ່ອນທີ່ຈະຂຶ້ນເຮືອບິນ ຢູ່ທີ່ຖານທັບອາກາດ Andrews ໃນລັດແມຣີແລນ, ວັນທີ 27 ພະຈິກ 2023. ເຈົ້າໜ້າທີ່ຄົນນຶ່ງເວົ້າວ່າ ທ່ານລັດຖະມົນຕີ ຈະເດີນທາງໂດຍເຮືອບິນອີກ ໃນຄືນວັນພະຫັດ ເພື່ອເດີນທາງໄປຕາເວັນອອກກາງ.
ແຟ້ມພາບ - ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໂບກມືກ່ອນທີ່ຈະຂຶ້ນເຮືອບິນ ຢູ່ທີ່ຖານທັບອາກາດ Andrews ໃນລັດແມຣີແລນ, ວັນທີ 27 ພະຈິກ 2023. ເຈົ້າໜ້າທີ່ຄົນນຶ່ງເວົ້າວ່າ ທ່ານລັດຖະມົນຕີ ຈະເດີນທາງໂດຍເຮືອບິນອີກ ໃນຄືນວັນພະຫັດ ເພື່ອເດີນທາງໄປຕາເວັນອອກກາງ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກໍາລັງເດີນທາງໄປຍັງຕາເວັນອອກກາງໃນອາທິດນີ້ ທ່າມກາງຄວາມພະຍາຍາມທາງດ້ານການທູດຢ່າງເຂັ້ມຂຸ້ນ ເພື່ອອໍານວຍຄວາມສະດວກ ໃນການຈັດສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາ ເຂົ້າໄປໃນເຂດກາຊາ ທີ່ຖືກທໍາລາຍໂດຍສົງຄາມ, ທ່າມກາງຄວາມຄວາມກົດດັນຈາກນາໆຊາດທີ່ເພີ້ມຂຶ້ນ ຕໍ່ອິສຣາແອລ ເພື່ອຫຼຸດຜ່ອນການບາດເຈັບ ແລະເສຍຊີວິດຂອງພົນລະເຮືອນ ໃນບັນດາຊາວປາແລສໄຕນ໌.

ການ​ຢ້ຽມ​ຢາມ​ຕາ​ເວັນ​ອອກ​ກາງ​ຄັ້ງ​ທີ 4 ຂອງ​ທ່ານ ບລິງເກັນ ນັບ​ຕັ້ງແຕ່​ວັນ​ທີ 7 ຕຸ​ລາ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ສົງ​ຄາມລະຫວ່າງ​ອິ​ສ​ຣາ​ແອລ ກັບ​ພວກ​ຫົວ​ຮຸນ​ແຮງ ຮາມາສ ກ້າວ​ເຂົ້າ 3 ເດືອນ. ກຸ່ມຮາມາສ ໄດ້ຖືກ ​ສະ​ຫະ​ລັດ, ສະ​ຫະຣາຊະ​ອາ​ນາ​ຈັກ, ສະ​ຫະ​ພາບຢູໂຣບ ​ແລະ​ປະເທດອື່ນໆ ກຳນົດໃຫ້​ເປັນ​ອົງ​ການ​ກໍ່​ການ​ຮ້າຍ.

"ທ່ານລັດຖະມົນຕີ ຈະໄປຢ້ຽມຢາມເທີກີ, ກຣິສ, ຈໍແດັນ, ກາຕ້າ, ສະຫະລັດ ອາຣັບ ເອເມີເຣັສ, ຊາອຸດີ ອາຣາເບຍ, ອິສຣາແອລ, ເວັດແບ້ງ ແລະ ອີຈິບ ເພື່ອພົບປະກັບຄູ່ຮ່ວມງານຕ່າງປະເທດແລະອື່ນໆ," ໂຄສົກກະຊວງການຕ່າງ ປະເທດ ທ່ານ ແມັດທິວ ມີລເລີ ປະກາດໃນລະຫວ່າງການສະຫຼຸບໂດຍຫຍໍ້ໃນວັນພະຫັດ.

ທ່ານບລິງເກັນ ຈະປຶກສາຫາລືກ່ຽວກັບມາດຕະການທີ່ຮີບດ່ວນ ເພື່ອເພີ່ມທະວີການຊ່ວຍເຫຼືອດ້ານມະນຸດສະທໍາຢ່າງຫຼວງຫຼາຍຕໍ່ເຂດກາຊາ, ເຊັ່ນການເພີ່ມຈໍານວນລົດບັນທຸກທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນ ເຂດກາຊາ ເພື່ອຈັດສົ່ງອາຫານ, ນ້ໍາ, ຢາປົວພະຍາດ ແລະສິນຄ້າທາງການຄ້າ, ອີງຕາມກະຊວງການຕ່າງປະເທດ. ຫົວ​ໜ້າ​ນັກ​ການ​ທູດສະຫະລັດ ​ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ນຳ​ເອົາ​ຕົວ​ປະ​ກັນ​ທີ່​ຍັງ​ເຫຼືອ​ກັບ​ຄືນ​ປະ​ເທດ.

ທ່ານ ມິີລເລີ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກທ່ານ​ຈະ​ເຫັນ​ພວກ​ເຮົາຜັກດັນ​ຂັ້ນ​ຕອນ​ເພີ່ມ​ເຕີມ ​ກ່ຽວ​ກັບ​ວ່າ​ເຂດ ກາຊາ ຄວນ​ຈະ​ເປັນ​ແນວ​ໃດ​ເມືອຄວາມຂັດ​ແຍ້ງຈົບລົງ.

ອິສຣາແອລໄດ້ເລີ່ມຂະບວນການທາງທະຫານຂອງຕົນ ເພື່ອກໍາຈັດກຸ່ມ ຮາມາສ ຫຼັງຈາກພວກນັກລົບຂອງກຸ່ມ ຮາມາສ ໄດ້ຂ້າມເຂົ້າໄປ ໃນພາກໃຕ້ຂອງອິສຣາແອລໃນວັນທີ 7 ເດືອນຕຸລາ. ອິສຣາແອລກ່າວ່າ ມີຜູ້ເສຍຊີວິດປະມານ 1,200 ຄົນ ແລະ 240 ຄົນຖືກຈັບໄປ ໃນການໂຈມຕີກໍ່ການຮ້າຍ. ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ເຂດ​ກາ​ຊາ ກ່າວ​ວ່າ ​ຊາວປາ​ແລັ​ສ​ໄຕ​ນ໌ ຢ່າງ​ໜ້ອຍ 22,000 ຄົນ ຊຶ່ງ​ສ່ວນ​ໃຫຍ່​ ​ແມ່ນ​ແມ່​ຍິງ ແລະ​ເດັກ​ນ້ອຍ ໄດ້​ຮັບ​ການ​ຢືນ​ຢັນ​ແລ້ວວ່າ​ໄດ້​ຖືກສັງຫານ ໃນ​ການ​ປະຕິບັດການ​ທາງ​ທະ​ຫານ​ຂອງ​ອິສຣາແອລ ໃນ​ເຂດ​ກາ​ຊາ.

ສະຫະລັດ​ໄດ້​ກ່າວ​ວ່າ ຕົນ​ຄັດຄ້ານຕໍ່​ການ​ບັງຄັບ​ເອົາ​ຊາວ​ປາ​ແລັສ​ໄຕ​ນ໌ ອອກ​ຈາກ​ເຂດ​ກາຊາ. ນອກຈາກນີ້ ສະຫະລັດ ​ຍັງ​ດຳ​ເນີນ​ການ​ສ້າງ​ແຜນວຽກ​ຫຼັງ​ສົງ​ຄາມ ​ສຳ​ລັບ​ເຂດ​ດິນ​ແດນ​ປາ​ແລັ​ສ​ໄຕ​ນ໌ ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ:

XS
SM
MD
LG