ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກໍາລັງເດີນທາງໄປຍັງຕາເວັນອອກກາງໃນອາທິດນີ້ ທ່າມກາງຄວາມພະຍາຍາມທາງດ້ານການທູດຢ່າງເຂັ້ມຂຸ້ນ ເພື່ອອໍານວຍຄວາມສະດວກ ໃນການຈັດສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາ ເຂົ້າໄປໃນເຂດກາຊາ ທີ່ຖືກທໍາລາຍໂດຍສົງຄາມ ແລະເພີ່ມຄວາມກົດດັນຈາກນາໆຊາດ ຕໍ່ອິສຣາແອລ ເພື່ອຫຼຸດຜ່ອນການບາດເຈັບ ແລະເສຍຊີວິດຂອງພົນລະເຮືອນ ໃນບັນດາຊາວປາແລັສໄຕນ໌.
ການຢ້ຽມຢາມຂອງທ່ານ ບລິງເກັນ ຈະມີຂຶ້ນໃນຂະນະທີ່ສົງຄາມຂອງອິສຣາແອລ ກັບພວກຫົວຮຸນແຮງ ຮາມາສ ໃກ້ຈະຮອດ 3 ເດືອນ.
ອົງການຂ່າວຣອຍເຕີສ໌ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ອາວຸໂສຂອງສະຫະລັດທ່ານນຶ່ງ ແລະໄດ້ລາຍງານວ່າ ທ່ານ ບລິງເກັນ ຈະອອກເດີນທາງໃນວັນພະ ຫັດມື້ນີ້ ໄປຕາເວັນອອກກາງ, ລວມທັງການຢຸດພັກຢູ່ໃນອິສຣາແອລ. ທ່ານ ເອມັອສ ຮັອຊສະໄຕນ໌ (Amos Hochstein), ທີ່ປຶກສາອາວຸໂສຂອງປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ, ກໍຈະເດີນທາງໄປອິສຣາແອລ ເພື່ອຫາທາງຊ່ວຍບັນເທົາຄວາມເຄັ່ງຕຶງ ລະຫວ່າງອິສຣາແອລແລະກຸ່ມເຮັສໂບລາ (Hezbollah). ລັດຖະມົນຕີການຕ່າງປະເທດເທີກີ ທ່ານ ຮາຄານ ຟິດານ (Hakan Fidan) ບອກກັບນັກຂ່າວວ່າ ທ່ານບລິງເກັນ ຈະຈັດກອງປະຊຸມກັບເຈົ້າຫນ້າທີ່ເທີກີ ໃນວັນເສົານີ້, ອີງຕາມລາຍງານຂອງສື່ມວນຊົນທ້ອງຖິ່ນ.
ການປະຊຸມຂອງເຈົ້າໜ້າທີ່ອະວຸໂສ ສະຫະລັດ ໃນຕາເວັນອອກກາງ ຈະມີຂຶ້ນໃນຊ່ວງເວລາທີ່ຄວາມສ່ຽງຂອງຄວາມຂັດແຍ້ງໃນພາກພື້ນໃນວົງກວ້າງ ກຳລັງທະວີຄວາມຮຸນແຮງຂຶ້ນ, ເຖິງວ່າ ບັນດາປະເທດມະຫາອຳນາດຕາເວັນຕົກ ແລະພາກພື້ນ ຈະພະຍາຍາມຮ່ວມກັນ ເພື່ອຈຳກັດສົງຄາມອິສຣາແອລ ແລະກຸ່ມຮາມາສ ໃຫ້ຢູ່ແຕ່ໃນເຂດກາຊາກໍຕາມ.
ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດຍັງ "ມີຄວາມເປັນຫ່ວງຢ່າງບໍ່ໜ້າເຊື່ອ" ກ່ຽວກັບຄວາມສ່ຽງທີ່ຄວາມຂັດແຍ່ງ ຈະຂະຫຍາຍອອກໄປສູ່ແນວລົບອື່ນໆ, ຫຼັງຈາກການສັງຫານເຈົ້າໜ້າທີ່ອະວຸໂສຂອງກຸ່ມຮາມາສ ທ່ານ ຊາເລ ອາລ-ອາຣູຣີ (Saleh al-Arouri) ໃນວັນອັງຄານທີ່ຜ່ານມາ.
ກອງທັບອິສຣາແອລ ກ່າວວ່າ ຕົນໄດ້ສັ່ງໃຫ້ກຽມພ້ອມໃນລະດັບສູງຕໍ່ການໂຈມຕີຂອງກຸ່ມເຮັສໂບລາ ທີ່ເປັນກຸ່ມຫົວຮຸນແຮງໃນເລບານອນ ຊຶ່ງເກີດຂຶ້ນພາຍຫຼັງການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຢູ່ນະຄອນ ເບຣຸດ (Beirut) ທີ່ໄດ້ສັງຫານທ່ານ ອາລ-ອາຣູຣີ, ຜູ້ທີ່ມີຄວາມກ່ຽວຂ້ອງຢ່າງໃກ້ຊິດ ກັບເລຂາທິການໃຫຍ່ ຂອງກຸ່ມເຮັສໂບລາ ທ່ານ ຮາສຊານ ນາສຣາລລາ (Hassan Nasrallah). ໃນຄຳປາໄສທາງໂທລະພາບ, ທ່ານ ນາສຣາລລາ ໄດ້ກ່າວວ່າ ຈະມີ “ການຕອບໂຕ້ ແລະ ການລົງໂທດ”, ແຕ່ທ່ານບໍ່ໄດ້ປະກາດຢ່າງຈະແຈ້ງວ່າ ກອງກຳລັງຂອງທ່ານ ຈະເພີ່ມທະວີການບຸກໂຈມຕີ ຕໍ່ອິສຣາແອນຫຼືບໍ່.