ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ຮຽກຮ້ອງໃຫ້ອິສຣາ​ແອ​ລ ແລະ ປາແລສໄຕນ໌ ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ ທ່າມ​ກາງການບຸກໂຈມ​ຕີຂອງ ອິສຣາແອລ


ພວກ​ໄວ້​ອາ​ໄລ​ຫາມ​ສົບຂອງ​ຊາວ​ປາ​ແລ​ສ​ໄຕ​ນ໌ 8 ສົບ ຊຶ່ງ​ບາງ​ສົບ​ແມ່ນ​ຫຸ້ມ​ຫໍ່​ດ້ວຍ​ທຸງ​ຂອງ​ກຸ່ມ​ຈີ​ຮາດ​ອິ​ສ​ລາມ​ໃນ​ຂະ​ນະ​ທີ່​ມີ​ການ​ສົ່ງ​ສະ​ການ​ລວມ​ກັນ​ທີ່ເມືອງ Jenin ໃນ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ວັນ​ທີ 26 ມັງ​ກອນ, 2023
ພວກ​ໄວ້​ອາ​ໄລ​ຫາມ​ສົບຂອງ​ຊາວ​ປາ​ແລ​ສ​ໄຕ​ນ໌ 8 ສົບ ຊຶ່ງ​ບາງ​ສົບ​ແມ່ນ​ຫຸ້ມ​ຫໍ່​ດ້ວຍ​ທຸງ​ຂອງ​ກຸ່ມ​ຈີ​ຮາດ​ອິ​ສ​ລາມ​ໃນ​ຂະ​ນະ​ທີ່​ມີ​ການ​ສົ່ງ​ສະ​ການ​ລວມ​ກັນ​ທີ່ເມືອງ Jenin ໃນ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ວັນ​ທີ 26 ມັງ​ກອນ, 2023

ສະຫະລັດ ກໍາລັງຮຽກຮ້ອງໃຫ້ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ ຫຼັງຈາກມີລາຍງານວ່າ ຊາວປາແລສໄຕນ໌ 9 ຄົນ ລວມທັງແມ່ຍິງເຖົ້າຄົນນຶ່ງຖືກຂ້າຕາຍ ໃນລະຫວ່າງການບຸກໂຈມ​ຕີຂອງກຳລັງທະ​ຫານອິສຣາແອລ ໃນວັນພະຫັດວານນີ້ ທີ່ເມືອງເຈ​ນິນ ​ໃນ​ເຂດຍຶດຄອງຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຫລື ແວ​ສ​ແບັງ (West Bank) ນັ້ນ.

ເຈົ້າໜ້າ​ທີ່ຂັ້ນ​ສູງ​ຂອງ​ກະຊວງ​ການ​ຕ່າງປະ​ເທດກ່ຽວ​ກັບ​ວຽກ​ງານ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ວ່າ ສະຫະ ລັດ​ມີ​ຄວາມ​ເປັນ​ຫ່ວງ ​ແລະ​ໄດ້​ເອີ້ນ​ຜູ້​ບາດ​ເຈັບ​-ລົ້ມ​ຕາຍ ຊຶ່ງ​ມີ​ຂຶ້ນໃນບໍ່​ເທົ່າ​ໃດ​ມື້ ​ກ່ອນ​ການ​ໄປຢ້ຽມຢາມ​ຂົງ​ເຂດ​ດັ່ງ​ກ່າວຂອງ​ລັດຖະມົນຕີ​ກະ​ຊວງການ​ຕ່າງປະ​ເທດ, ທ່ານແອນ​ໂທ​ນີ ບ​ລິງ​ເຄັນນັ້ນ​ວ່າ ​ເປັນເລື້ອງ​ທີ່ “ໜ້າ​ເສົ້າໃຈ.”

​ແຕ່​ທ່ານນາງບາ​ບາ​ຣາ ລີ​ຟ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຮັບ​ຜິດ​ຊອບ​ກິດ​ຈະ​ການ​ຕາ​ເວັນ​ອອກ​ໃກ້​ ຍັງ​ກ່າວ​ອີກວ່າ ການ​ປະກາດໃນ​ເວ​ລາ​ຕໍ່ມາຂອງເຈົ້າ​ໜ້າ​ທີ່ປາ​ແລ​ສ​ໄຕ​ນ໌ທີ່​ຈະ​ໂຈະ​ການ​ປະສານ​ງານ​ດ້ານ​ຄວາມ​ໝັ້ນຄົງ​ກັບອິສຣາ​ແອລ ບໍ່​ແມ່ນ​ການ​ຕັດສິນໃຈ​ທີ່​ຖືກຕ້ອງ​ໃນ​ປັດຈຸ​ບັນນີ້.

ຊາວ​ປາ​ແລ​ສ​ໄຕ​ນ໌​ຈູດ​ຢາງ​ຕີນ​ລົດ ແລະ​ໂບກ​ທຸງຊາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ປະ​ທ້ວງຕໍ່ການ​ບຸກ​ໂຈມ​ຕີ​ຂອງ​ທະ​ຫານ​ອິ​ສ​ຣາ​ແອ​ລຢູ່​ເມືອງເຈ​ນິນ​ໃນ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ, ລຽບ​ຕາມ​ຊາຍ​ແດນທີ່​ຂັ້ນ​ກັບອິ​ສ​ຣາ​ແອ​ລໃນ​ເຂດ Gaza ຂອງ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ, ວັນທີ 26 ມັງ​ກອນ, 2023
ຊາວ​ປາ​ແລ​ສ​ໄຕ​ນ໌​ຈູດ​ຢາງ​ຕີນ​ລົດ ແລະ​ໂບກ​ທຸງຊາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ປະ​ທ້ວງຕໍ່ການ​ບຸກ​ໂຈມ​ຕີ​ຂອງ​ທະ​ຫານ​ອິ​ສ​ຣາ​ແອ​ລຢູ່​ເມືອງເຈ​ນິນ​ໃນ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ, ລຽບ​ຕາມ​ຊາຍ​ແດນທີ່​ຂັ້ນ​ກັບອິ​ສ​ຣາ​ແອ​ລໃນ​ເຂດ Gaza ຂອງ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ, ວັນທີ 26 ມັງ​ກອນ, 2023

“ພວກ​ເຮົາ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ປາ​ແລ​ສ​ໄຕ​ນ໌ ຫລື PA. ແນ່ນອນ, ພວກເຮົາບໍ່ ຄິດວ່າ ນີ້ແມ່ນບາດກ້າວທີ່ຖືກຕ້ອງທີ່ຈະປະຕິບັດໃນເວລານີ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານນາງລີ​ຟ ທີ່ກ່າວ ຕໍ່ບັນດານັກຂ່າວໃນລະຫວ່າງການຖະ​ແຫຼງ​ຂ່າວທາງໂທລະສັບໃນວັນພະຫັດວານນີ້. "ໄກຈາກການກ້າວ ກັບຫລັງ​ຂອງການປະສານງານດ້ານຄວາມໝັ້ນ​ຄົງ, ພວກເຮົາ ເຊື່ອວ່າມັນມີຄວາມສຳຄັນຫຼາຍ ທີ່ຕ່າງ ຝ່າຍຕ່າງອົດ​ກັ້ນ - ແລະຖ້າມີຫຍັງເຮັດ​ໄດ້ ກໍໃຫ້ເພີ້ມການປະສານງານດ້ານຄວາມໝັ້ນ​ຄົງ​ໃຫ້​ເລິກ​ເຊິ່ງ​ຂຶ້ນ​ອີກ."

ທ່ານ​ນາງ ລີ​ຟ ກ່າວ​ວ່າ ສະຫະລັດ​ຈະ​ສົນທະນາ​ຫາ​ລື ກັບ​ເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌ ​ແລະ​ອິສຣາ​ແອ​ລ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານບ​ລິງ​ເຄັນຢູ່ທີ່ອີ​ຈິບ, ອິສຣາແອ​ລ ​ແລະ​ເຂດແວ​ສ​ແບັງ ໃນ​ບໍ່​ເທົ່​າ​ໃດມື້​ຂ້າງ​ໜ້ານີ້. ທ່ານບ​ລິງ​ເຄັນ ກໍາລັງຈະເດີນ ທາງໄປຍັງ​ຂົງ​ເຂດ​ດັ່ງ​ກ່າວ ໃນ​ວັນ 29 ຫາ 31 ມັງກອນ.

ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ່ານບ​ລິງ​ເຄັນ ຈະ​ປຶກສາ​ຫາລື​ກັບ​ບັນດາ​ຄູ່​ຮ່ວມ​ມື ​ກ່ຽວ​ກັບບັນຫາຕ່າງໆ, ​ລວມທັງ “ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ ຢູ່ໃນ​ຢູ​ເຄ​ຣນ, ອີຣ່ານ, ການ​ພົວພັນລະ​ຫວ່າງ ອິສຣາ​ແອ​ລ-ປາແລສໄຕນ໌ ​ແລະ ການ​ຮັກສາ​ວິ​ທີແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ກັນ​ລະຫວ່າງ ອິສຣາ​ແອ​ລ-ປາແລສໄຕນ໌ ແບບ​ມີສອງ​ປະ​ເທດນັ້ນ​ໄວ້, ການ​ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ຄ່ານິ​ຍົມ​ປະຊາທິປະ​ໄຕ. ”

ອິສຣາແອລໄດ້ໃຫ້ການຊ່ວຍເຫຼືອດ້ານການແພດ ແລະມະນຸດສະທຳແກ່ຢູເຄຣນ ແຕ່ ໄດ້ຫຼີກລ່ຽງການ ສົ່ງອຸປະກອນການທະຫານທີ່ອັນ​ຕະ​ລາຍໄປໃຫ້ກີ​ຢິບ ເຊິ່ງເປັນການ ເຄື່ອນໄຫວທີ່ອາດເຮັດໃຫ້ມົສກູ ເສຍໃຈ ແລະສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດດ້ານຄວາມປອດໄພຂອງອິສຣາແອລຢູ່ໃນປະເທດ ເພື່ອນບ້ານຊີເຣຍ ເມື່ອ​ຄິດ​ເຖິງການ​ພົວ​ພັນຂອງຣັດເຊຍຢູ່ໃນປະເທດຕາເວັນອອກກາງ ທີ່​ຖືກສົງຄາມທຳ​ລາຍແຫ່ງນັ້ນ.

ສະ​ຫະ​ລັດສືບ​ຕໍ່​ສະ​ແຫວ​ງຫາ​ການ​ສະໜັບສະໜູນ​ຂອງ​ອິສ​ຣາ​ແອລ​ຕໍ່​ຢູ​ເຄ​ຣນ ​ໃນ​ຂະ ນະ​ທີ່ ​ຫຼີກ​ລ້ຽງ​ການ​ຕິຕຽນ​ທ່າ​ທີ​ຂອງອິສຣາ​ແອລກ່ຽວ​ກັບ​ສົງຄາມ​ຣັດ​ເຊຍແລະຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG