ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ໄປຮ່ວມກອງປະຊຸມ ກຸ່ມ G20 ໃນບຣາຊີລ ໂດຍຄາດໝາຍວ່າ ເລື້ອງຢູເຄຣນ ແລະກາຊາ ຈະຄອບງຳວາລະກອງປະຊຸມ


ທ່ານບລິງເກັນ ພວມມຸ້ງໜ້າໄປຮ່ວມກອງປະຊຸມ ກຸ່ມ G20 ໃນບຣາຊີລ ໂດຍຄາດໝາຍວ່າ ເລື້ອງຢູເຄຣນ ແລະກາຊາ ຈະຄອບງຳວາລະກອງປະຊຸມ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພວມມຸ້ງໜ້າໄປຍັງບຣາຊີລ ໃນອາທິດນີ້ ສຳລັບກອງປະຊຸມ ລະດັບລັດຖະມົນ ຕີການຕ່າງປະເທດ ຂອງກຸ່ມ 20 ປະເທດທີ່ພັດທະນາທາງດ້ານອຸດສາຫະກຳ ຫຼື G20 ບ່ອນທີ່ສົງຄາມຕ່າງໆ ໃນຢູເຄຣນ ແລະ ກາຊາ ຄາດໝາຍວ່າ ຈະເປັນຫົວຂໍ້ທີ່ຄອບງຳການເຈລະຈາ. ທ່ານບລິງເກັນ ຍັງຈະພົບປະກັບປະທານາທິບໍດີຂອງບຣາຊີລ ຜູ້ທີ່ມີທັດສະນະ ກ່ຽວກັບບັນຫາຂັດແຍ້ງດັ່ງກ່າວ ທີ່ແຕກຕ່າງຈາກລັດຖະບານທ່ານໄບເດັນ. ຕໍ່ຈາກນັ້ນ ທ່ານກໍຈະເດີນທາງຕໍ່ໄປຍັງອາເຈັນຕິນາ. ຊິນດີ ເຊນ ນັກຂ່າວອະວຸໂສດ້ານການທູດຂອງວີໂອເອ ລາຍງານຈາກນະຄອນຫຼວງວໍຊິງຕັນ ຊຶ່ງ ໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ.

ທ່ານລັດຖະມົນຕີການຕ່າງປະເທດ ແອນໂທນີ ບລິງເກັນ ໄດ້ເດີນທາງມຸ້ງໜ້າໄປບຣາຊີລ ເພື່ອກອງປະຊຸມລະດັບລັດຖະມົນຕີການຕ່າງປະ​ເທດ ຂອງກຸ່ມ G20 ແລະການເຈລະຈາກັບປະທານາທິບໍດີ ລູອິສ ອີນາຊີໂອ ລູລາ ດາ ຊີລ ວາ ໃນວັນພຸດວານນີ້. ຜູ້ນຳຂອງບຣາຊີລ ທີ່ມີຫົວຄິດແບບອິດສະຫຼະ ໄດ້ຕ້ອງຕິຢ່າງໜັກ ກ່ຽວກັບສົງຄາມຂອງອິສຣາແອລ ຕໍ່ກຸ່ມຮາມາສ ແລະຈຳນວນທີ່ສູງຂອງພົນລະເຮືອນຊາວປາແລັສໄຕນ໌ ຖືກຂ້າຕາຍ. ທ່ານມີຄວາມເຫັນທີ່ໄດ້ກ່າວໄປໃນວັນອາທິດຜ່ານມາ ຕອນໄປຢ້ຽມຢາມເອທິໂອເປຍ.

ທ່ານລູອິສ ອີນາຊີໂອ ລູລາ ດາ ຊີລວາ ປະທານາທິບໍດີ ຂອງບຣາຊີລ ກ່າວໃນພາສາປອກຕຸການວ່າ:

“ສິ່ງທີ່ກຳລັງເກີດຂຶ້ນໃນແຫຼມກາຊາ ບໍ່ແມ່ນສົງຄາມ - ມັນເປັນການຂ້າລ້າງເຜົ່າພັນ. ມັນບໍ່ແມ່ນສົງຄາມລະຫວ່າງທະຫານສູ້ກັບທະຫານ. ມັນແມ່ນສົງຄາມ ລະ ຫວ່າງກອງທັບທີ່ໄດ້ກຽມພ້ອມເປັນຢ່າງສູງ ກັບພວກແມ່ຍິງ ແລະເດັກນ້ອຍ.”

ຢູ່ກະຊວງການຕ່າງປະເທດ ໃນວັນອັງຄານຜ່ານມານີ້ ໂຄສົກຂອງກະຊວງ ທ່ານແມັຕຕີວ ມີລເລີ ໄດ້ກ່າວວ່າ ລັດຖະບານທ່ານໄບເດັນ ບໍ່ເຫັນດີນຳຄວາມເຫັນຂອງທ່ານລູລາ.

ທ່ານແມັຕຕີລ ກ່າວວ່າ “ພວກເຮົາສະແດງອອກຢ່າງແຈ່ມແຈ້ງທີ່ວ່າ ພວກເຮົາບໍ່ເຊື່ອວ່າ ເປັນການຂ້າລ້າງເຜົ່າພັນ ທີ່ໄດ້ເກີດຂຶ້ນໃນກາຊາ. ພວກເຮົາຕ້ອງການໃຫ້ບັນຫາຂັດແຍ້ງ ສິ້ນສຸດລົງໂດຍໄວທີ່ສຸດ ເທົ່າທີ່ປະຕິບັດໄດ້. ພວກເຮົາຕ້ອງ ການ ເຫັນການຊ່ວຍເຫຼືອດ້ານມະນຸດສະທຳເພີ້ມຂຶ້ນ ໃນແບບທີ່ຍືນຍົງແກ່ພວກພົນລະເຮືອນໃນກາຊາ. ແຕ່ພວກເຮົາບໍ່ເຫັນດີນຳຄວາມເຫັນເຫຼົ່ານັ້ນ.”

ນັກຊ່ຽວຊານທ່ານນຶ່ງ ກ່າວວ່າ ທ່ານລູລາ ພະຍາຍາມເຮັດໃຫ້ຄຳເວົ້າຂອງທ່ານກ່ຽວກັບເລື້ອງຕ່າງໆ ໄດ້ຍິນໄປທົ່ວ ຊຶ່ງປະເທດຂອງທ່ານ ມີອິດທິພົນພຽງເລັກນ້ອຍ.

ທ່ານຣູເບັນສ໌ ບາຣໂບຊາ ອະດີດເອກອັກຄະລັດຖະທູດຂອງບຣາຊີລ ປະຈຳສະຫະລັດ ກ່າວຜ່ານທາງຊູມ ໃນພາສາອັງກິດວ່າ:

“ລາວ ໄດ້ພະຍາຍາມຕ່ອຍເກີນນໍ້າໜັກຂອງຕົນ ເພື່ອພະຍາຍາມມີອິທິພົນຕໍ່ສົງຄາມໃນຢູເຄຣນ, ສົງຄາມໃນກາຊາ ແລະມັນມີຂໍ້ຈຳກັດຫຼາຍ. ພວກເຮົາຄວນຍອມຮັບວ່າ ບຣາຊີລ ໃນແງ່ຂອງນະໂຍບາຍການຕ່າງປະເທດ ແມ່ນບໍ່ມີອຳນາດ, ບໍ່ມີກຳລັງທີ່ຈະແຊກແຊງໃນບໍລິເວນນີ້......ໃນກົງກັນຂ້າມ ພວກເຮົາແມ່ນເຂັ້ມແຂງຫຼາຍ ແລະພວກເຮົາມີອຳນາດໃນດ້ານສະພາບແວດລ້ອມ, ໃນຄວາມໝັ້ນຄົງດ້ານອາຫານ, ໃນການຊື້ຂາຍພະລັງງານ. ພວກເຮົາຄວນສຸມໃສ່ບໍລິເວນທັງຫຼາຍເຫຼົ່ານີ້.”

ທ່ານບາຣໂບຊາ ກ່າວວ່າ ທ່ານບໍ່ຮູ້ວ່າ ເຫດໃດທ່ານລູລາມິດຫງຽບຢູ່ກ່ຽວກັບສະຖານະການດ້ານການເມືອງຢູ່ໃນປະເທດເພື່ອນບ້ານ ເຊັ່ນເວເນຊູເອລາ ທີ່ເປັນໄປໄດ້ສູງວ່າ ເປັນຫົວຂໍ້ຂອງການປຶກສາຫາລື ຂອງທ່ານບລິງເກັນ ໃນລະ ຫວ່າງກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດ ກຸ່ມ G20 ໃນນະຄອນ ຣີໂອ ດີ ຈາແນໂຣ ແລະການຢ້ຽມຢາມອາເຈັນຕິນາ ຂອງທ່ານ ໃນວັນສຸກມື້ອື່ນນີ້.

ລັດຖະບານຂອງເວເນຊູເອລາ ແລະພັກຝ່າຍຄ້ານ ໄດ້ພົບປະກັນໃນວັນຈັນຜ່ານມານີ້ ໃນນະຄອນຫຼວງກາຣາກາສ ເພື່ອປຶກຫາຫາລື ໃນທັດສະນະທີ່ແຕກຕ່າງກັນຂອງພວກເຂົາເຈົ້າ ກ່ຽວກັບການກັກຂັງທະນາຍຄວາມສິດທິມະນຸດ ຜູ້ທີ່ມີຊື່ສຽງ ແລະຂໍ້ຕົກລົງທີ່ຈະເຮັດຮ່ວມກັນກ່ຽວກັບເງື່ອນໄຂຕ່າງໆສຳລັບການເລືອກ ຕັ້ງປະທານາທິບໍດີ ທີ່ເສລີ ແລະເປັນທຳ ໃນປີນີ້.

ນຶ່ງວັນກ່ອນໜ້າກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດຂອງກຸ່ມ G20 ນັ້ນ ນັກການທູດຂັ້ນສູງຂອງບຣາຊີລ ໄດ້ກ່າວວ່າ ບັນຫາຂັດແຍ້ງທັງຫຼາຍຢູ່ທົ່ວໂລກ ໄດ້ກ້າວເຂົ້າສູ່ລະດັບຂອງສົງຄາມເຢັນ ແລະວ່າ ບັນດາຜູ້ນຳທົ່ວໂລກຕ້ອງໄດ້ປັບຕົວໃຫ້ເຂົ້າກັບລະບົບສາກົນ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາຂັດແຍ້ງໃໝ່.

ໃນອາເຈັນຕິນາ ທ່ານບລິງເກັນ ຈະຈັດການເຈລະຈາກັບ ທ່ານຮາວີແອຣ ມີເລ ປະທານາທິບໍດີ ຄົນໃໝ່ຂອງປະເທດດັ່ງກ່າວ ທີ່ເວົ້າກົງໄປກົງມາ ຜູ້ທີ່ສະໜັບສະໜຸນອິສຣາແອລ ຢ່າງຈິງຈັງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG