ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານບ​ລິງ​ເກ​ັນ ໃຫ້​ຄວາມ​ໝັ້ນ​ໝາຍ ຕໍ່​ການ​ເສີມ​ຂະ​ຫຍາຍ ​ການ​ເປັນ​ພາ​ຄີ ກັບ​ອາ​ຟ​ຣິ​ກາ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ໄອ​ວໍ​ຣີ​ໂຄ​ສ​ທ ອາ​ລາ​ສ​ຊານ ອວນ​ຕາ​ຣາ ຈັບ​ມື​ກັນ ຫຼັງ​ຈາກ​ກ່າວ​ຄຳ​ປາ​ໄສ ລຸນ​ຫຼັງ​ການ​ພົບ​ປະ ທີ່​ບ້ານ​ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນ​ອາ​ບິດ​ຈານ ເມື່ອ​ວັນ​ທີ 23 ມັງ​ກອນ 2024.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ໄອ​ວໍ​ຣີ​ໂຄ​ສ​ທ ອາ​ລາ​ສ​ຊານ ອວນ​ຕາ​ຣາ ຈັບ​ມື​ກັນ ຫຼັງ​ຈາກ​ກ່າວ​ຄຳ​ປາ​ໄສ ລຸນ​ຫຼັງ​ການ​ພົບ​ປະ ທີ່​ບ້ານ​ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນ​ອາ​ບິດ​ຈານ ເມື່ອ​ວັນ​ທີ 23 ມັງ​ກອນ 2024.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ເສີມ​ຂະ​ຫຍາຍ​ໃນ​ການ​ເປັນ​ພາ​ຄີ​ຂອງ​ຕົນ ຢູ່​ທົ່ວ​ທະ​ວີບ​ອາ​ຟ​ຣິ​ກາ ແລະ​ພວມມອງ​ເຫັນ​ວ່າ ບັນ​ດາ​ປະ​ເທດ​ໃນ​ອາ​ຟ​ຣິ​ກາ​ກຳ​ລັງ​ມີ​ການ​ນຳ​ພາຫຼາຍ​ຂຶ້ນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ທີ່​ສຳ​ຄັນ​ຂອງ​ໂລກ.”

“ສະ​ຫະ​ລັດ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ເປັນ ແລະ​ຍັງ​ສືບ​ຕໍ່​ເປັນ​ພາ​ຄີ​ທີ່​ເຂັ້ມ​ແຂງ​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ໄນ​ຈີ​ເຣຍ” ທ່ານບ​ລິງ​ເກັນ​ກ່າວ​ທີ່​ນະ​ຄອ​ນ​ຫຼວງ​ອາ​ບູ​ຈາ ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ໄນ​ຈີ​ເຣຍ ທ່ານຢູ​ຊັບ ໄມ​ຕາ​ມາ ທຸກ​ກາ.

ກ່ອນ​ອອກ​ເດີ​ນ​ທາງໄປ​ຍັງ​ນະ​ຄອນ​ລາ​ໂກ​ສ ໃນ​ຕອນ​ແລງວັນ​ອັງ​ຄານ ທ່ານບ​ລິງ​ເກັນ​ໄດ້​ເຈ​ລະ​ຈາ​ຫາ​ລື​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໄນ​ຈີ​ເຣຍ ທ່ານ​ໂບ​ລາ ຕີ​ນູ​ບູ ແລະ​ທ່ານ​ທຸກ​ກາ ຊຶ່ງ​ພວກ​ທ່ານ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ຂົງ​ເຂດ ຫຼັງ​ຈາກ​ໄດ້​ມີ​ການ​ກໍ່​ລັດ​ຖະ​ປະ​ຫານ​ຫຼາຍໆ​ຄັ້ງ​ຢູ່​ໃນ​ເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ.

“ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ຕໍ່​ການ​ນຳ​ພາ​ຂອງ​ໄນ​ຈີ​ເຣຍ ຢູ່​ໃນ​ອົງ​ການ ECOWAS ເພື່ອ​ພະ​ຍາ​ຍາມ​ຫາ​ທາງ ​ເຄື່ອນ​ໄຫວ​ກັບ​ຄືນ​ໄປ​ສູ່​ການ​ປົກ​ຄອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ແລະ​ປະ​ຊາ​ທິ​ປະ​ໄຕ ໃນ​ປະ​ເທດ​ໄນ​ເຈີ ຫຼັງ​ຈາກ​ໄດ້​ມີ​ການ​ລົບ​ກວນ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ” ທ່ານບ​ລິງ​ເກັນ​ກ່າວ ຊຶ່ງ​ໝາຍ​ເຖິງ​ປະ​ຊາ​ຄົມ​ເສ​ດ​ຖະ​ກິດ​ ໃນ​ເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ.

ໄນ​ຈີ​ເຣຍ​ເປັນ​ປະ​ເທດ​ທີ່​ໃຫຍ່​ທີ່​ສຸດ ໃນ​ດ້ານ​ປະ​ຊາ​ກອນ​ແລະ​ເສດ​ຖະ​ກິດ ຢູ່​ໃຕ້​ເຂດ​ຊາ​ຮາ​ຣາ ຂອງ​ອາ​ຟ​ຣິ​ກາ ແລະ​ເປັນ​ມະ​ຫາ​ອຳ​ນາດ​ທີ່​ຄອບ​ງຳ​ທາງ​ດ້ານ​ການ​ເມືອງ ເສ​ດ​ຖະ​ກິດ ການ​ທະ​ຫານ​ພາຍ​ໃນ​ກຸ່ມ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG