ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານບ​ລິງ​ເກັນ ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ ໃນ​ລະ​ຫວ່າງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໂຕ​ກຽວ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບ​ລິງ​ເກັນ ກຽມ​ຖະ​ແຫຼງ ​ຕໍ່​ສື່ມວນ​ຊົນ ກ່ອນ​​ເດີນ​ທາງ​ໄປ​ຖານ​ທັບ​ອາ​ກາດ ໂຢ​ໂກ​ຕາ ເມື່ອ​ວັນ​ທີ 11 ກໍ​ລະ​ກົດ 2022. ທ່ານບ​ລິງ​ເກັນ​ເດີນ​ທາງ​ໄປ​ໂຕ​ກຽວ ເພື່ອ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ ໃນການ​ລອບ​ສັງ​ຫານ ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊິນ​ໂຊ ອາ​ເບະ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບ​ລິງ​ເກັນ ກຽມ​ຖະ​ແຫຼງ ​ຕໍ່​ສື່ມວນ​ຊົນ ກ່ອນ​​ເດີນ​ທາງ​ໄປ​ຖານ​ທັບ​ອາ​ກາດ ໂຢ​ໂກ​ຕາ ເມື່ອ​ວັນ​ທີ 11 ກໍ​ລະ​ກົດ 2022. ທ່ານບ​ລິງ​ເກັນ​ເດີນ​ທາງ​ໄປ​ໂຕ​ກຽວ ເພື່ອ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ ໃນການ​ລອບ​ສັງ​ຫານ ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊິນ​ໂຊ ອາ​ເບະ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອ​ນ​ໂທ​ນີ ບ​ລິງ​ເກັນ ໄດ້​ສະ​ແດງ​ຄວາມ​ເສົ້າ​ເສຍ​ໃຈ ໃນ​ລະ​ຫວ່າງ​ການ​ເດີ​ນ​ທາງ ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫວງ​ໂຕ​ກຽວ​ໃນ​ວັນ​ຈັນ​ມື້ນີ້ ລຸນ​ຫຼັງ​ທີ່​ໄດ້​ມີ​ການລອບ​ສັງຫານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊິນ​ໂຊ ອາ​ເບະ.

“ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນການ​ຮັບ​ຮູ້ ໃນ​ການ​ສູນ​ເສຍ ກັບ​ເພື່ອນ​ຮ່ວມ​ງານ​ຊາວ​ຍີ່​ປຸ່ນ ການ​ຮັບ​ຮູ້ແຫ່ງ​ຄວາມ​ຕື່ນ​ຕົກ​ໃຈ ທີ່​ພວກ​ເຮົາ​ທັງ​ໝົດ​ຕ່າງ​ກໍ​ມີ​ຄວາມ​ຮູ້​ສຶກ ທີ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ຮູ້​ສຶກ ໃນ​ໂສກ​ນາດ​ຕະ​ກຳ​ທີ່​ໜ້າ​ຢ້ານ​ກົວ ​ແລະ​ການ​ສັງ​ຫານນີ້.” ທ່ານບ​ລິງ​ເກັນ ​ໄດ້ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫຼັງ​ຈາກ​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟູ​ມີ​ໂອະ ກິ​ຊິ​ດະ ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ມັນ​ເປັນ​ການ​ສູນ​ເສຍ​ອັນ​ໃຫຍ່​ຫຼວງ​ເຊັ່ນ​ກັນ ທັງ​ນີ້​ກໍຍ້ອນ​ໃນ​ລະ​ຫວ່າງ​ທີ່​ທ່ານກຳ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນັ້ນ ທ່ານ​ອາ​ເບະ​ໄດ້​ເຮັດ​ໃຫ້​ຄວາມ​ສຳ​ພັນ​ລະ​ຫວ່າງ​ປະ​ເທດ​ເຮົາ​ທັງ​ສອງ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ.”

ທ່ານ​ອາ​ເບະ​ໄດ້​ຖືກ​ລອບ​ສັງ​ຫານ​ໃນ​ມື້​ວັນ​ສຸກ​ແລ້ວ ທີ່​ເມືອງ​ນາ​ຣະ ໃນ​ລະ​ຫວ່າງ​ທີ່​ທ່ານ​ປາ​ໄສ ເພື່ອ​ໂຄ​ສະ​ນາ​ຫາ​ສຽງ.

ທ່ານບ​ລິງ​ເກັນ​ກ່າ​ວວ່າ ທ່ານ​ໄດ້​ເດີນ​ທາງ​ໄປ​ປະ​ເທດ​ຍີ່​ປຸ່ນ ຕາມ​ຄຳ​ສັ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ “ທັງ​ນີ້​ກໍ​ຍ້ອນ​ມັນ​ເໜືອ​ໄປ​ກວ່າ​ການ​ເປັນ​ພັນ​ທະ​ມິດ ພວກ​ເຮົາ​ເປັນ​ເພື່ອນ​ກັນ.”

ທ່ານບ​ລິງ​ເກັນ​ກ່າວ​ວ່າ “​ແລະ​ເວ​ລາ​ເພື່ອນ​ໄດ້​ຮັບ​ຄວາມ​ເຈັບ​ປວດ ເພື່ອນ​ຄົນ​ອື່ນໆ​ຕ້ອງ​ໄປ​ຫາ. ພວກ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ຊ່ວຍ​ເຫຼຸດ​ຜ່ອນ​ຄວາມ​ເຈັບ​ປວດ ແບ່ງ​ປັນ​ການ​ຮັບ​ຮູ້​ໃນ​ຄວາມ​ສູນ​ເສຍ ຕົບ​ທີ່​ບ່າ ແລະ​ນັ້ນ​ຄື​ສິ່ງ​ທີ່​ພວກ​ເຮົາ​ພະ​ຍາ​ຍາມ​ຈະ​ເຮັດ​ໃນ​ມື້ນີ້.”

ໃນ​ວັນ​ອາ​ທິດ​ວານນີ້ ທ່ານບ​ລິງ​ເກັນ​ໄດ້​ປະ​ນາມ​ ການ​ກົດ​ຂີ່​ຂອງ​ພວກ​ທະ​ຫານ​ມຽນ​ມາ ໃນ​ຂະ​ນະ​ທີ່​ຮຽກ​ຮ້ອງ​ໃຫ້​ຈີນ ແລະ​ບັນ​ດາ​ກຸ່ມ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ກົດ​ດັນ​ພວກ​ທະ​ຫານ​ມຽນ​ມາ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ ໃຫ້​ຟື້ນ​ຟູ​ປະ​ຊາ​ທິ​ປະ​ໄຕ ແລະ​ຍຶດ​ໝັ້ນ​ໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ທີ່​ພວກ​ທະ​ຫານ​ໄດ້​ຮັບ​ເອົາ​ໃນ​ປີ​ກາຍນີ້.

ທ່ານບ​ລິງ​ເກັນ​ກ່າວ ​ໂດຍ​ເອີ້ນ​ຊື່​ເກົ່າ​ຂອງ​ມຽນ​ມາ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນໜ້າ​ທີ່​ຂອງ​ຈີນ ແລະ​ເປັນ​ຜົນ​ປະ​ໂຫຍດ​ຂອງ​ຈີນ ທີ່​ຢາກ​ເຫັນ​ພະ​ມ້າ​ກັບ​ຄືນ​ໄປ​ສູ່​ເສັ້ນ​ທາງ ​ທີ່​ປະ​ເທດ​ດັ່ງ​ກ່າວ​ພວມ​ເດີນ​ໄປ​ໃນ​ເມື່ອ​ກ່ອນ ກ່ອນ​ທີ່​ຈະ​ຖືກ​ລົບ​ກວນ​ດ້ວຍ​ການ​ກໍ່​ລັດ​ຖະ​ປະ​ຫານ​ທີ່​ຮຸນ​ແຮງ.”

ທ່ານ​ກ່າວ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ບາງກອກວ່າ ເຖິງ​ແມ່ນ ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບໃນ “ຄວາມ​ເປັນ​ເອກ​ກະ​ສັນ 5 ຂໍ້” ເມື່ອປີ​ກາຍນີ້ ໄດ້​ຮ່າງ​ຂຶ້ນ​ໂດຍ​ສະ​ມາ​ຄົມ​ບັນ​ດາ​ປະ​ຊ​າ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫຼື​ອາ​ຊ່ຽນ ຊຶ່ງ​ຮວມ​ທັງ​ປະ​ເທດ​ມຽນ​ມາ​ນຳ​ກໍ​ຕາມ “ມັນ​ບໍ່​ມີ​ການ​ເຄື່ອນ​ໄຫວ​ໄປ​ໃນ​ທາງ​ບວກ​ເລີຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG