ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນກ່າວວ່າ ສະຫະລັດ ບໍ່ໄດ້ຂໍ​ຮ້ອງ​ໃຫ້ປະເທດຕ່າງໆ ເລືອກເອົາ​ຝ່າຍ​ໃດ​ຝ່າຍ​ນຶ່ງລະຫວ່າງ ສະຫະລັດ ແລະຈີນ ກ່ອນໜ້າການເດີນທາງ


ທຸງຊາດສະຫະລັດ ແລະທຸງຊາດຈີນ ຂ່ຽງຄູກັນ ຢູ່ພິທີຕ້ອນຮັບທີ່ຫໍສາລາປະຊາຊົນຈີນ ໃນນະຄອນຫລວງປັກກິ່ງ ວັນທີ 9 ພະຈິກ 2017
ທຸງຊາດສະຫະລັດ ແລະທຸງຊາດຈີນ ຂ່ຽງຄູກັນ ຢູ່ພິທີຕ້ອນຮັບທີ່ຫໍສາລາປະຊາຊົນຈີນ ໃນນະຄອນຫລວງປັກກິ່ງ ວັນທີ 9 ພະຈິກ 2017

ສະຫະລັດບໍ່ຂໍ​ຮ້ອງ​ໃຫ້ຜູ້ໃດຜູ້ນຶ່ງເລືອກເອົາລະຫວ່າງ ສະຫະລັດ ແລະຈີນ ແຕ່ ຢາກສະແດງໃຫ້ເຫັນຜົນປະໂຫຍດ ຂອງການເປັນພາ​ຄີ​ທີ່ລັດຖະມົນຕີຕ່າງປະ ເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວໃນວັນພະຫັດວານນີ້ ໃນຂະນະທີ່ຢ້ຽມຢາມຊາອຸດີ ອາຣາເບຍ.

ໃນຂະນະດຽວກັນ ລັດຖະມົນຕີຕ່າງປະເທດຊາອຸດີ ເຈົ້າຊາຍ​ຟາຍຊາລ ບິນ ຟາຮານ ອາລ-ໂຊດ ໄດ້ກ່າວວ່າ ​ການເປັນພາ​ຄີຂອງປະ​ເທດທ່ານ ກັບຈີນ
“​ມີ​ທ່າ​ທາງຈະເຕີບໃຫຍ່​ຂະ​ຫຍາຍໂຕຂຶ້ນ.”

“ສະຫະລັດຍັງສືບ​ຕໍ່​ເປັນ​ພາ​ຄີທາງເລືອກ​ອັນ​ດັບ​ນຶ່ງ” ສຳລັບ​ບັນ​ດາ​ປະ​ເທດສ່ວນໃຫຍ່ ຢູ່ໃນຂົງເຂດອ່າວເປີເຊຍ ທ່ານບລິງເກັນໄດ້ກ່າວ ໃນວັນພະຫັດວານນີ້ ລະຫວ່າງການຖະ​ແຫຼງ​ຂ່າວຮ່ວມ ຢູ່ໃນນະຄອນຣິຢາດ.

ລັດຖະມົນຕີຕ່າງປະເທດຊາອຸດີ ກ່າວວ່າ ໃນຂະນະທີ່ຈີນເປັນຄູ່ການຄ້າຂອງຊາອຸດີທີີ່ໃຫຍ່ສຸດ ປະເທດຂອງທ່ານເປັນ “ຄູ່ຮ່ວມງານດ້ານຄວາມປອດໄພ” ກັບສະຫະລັດ “ທີ່ເລີ້ມໃໝ່ທຸກຢ່າງເກືອບແຕ່ລະວັນ.”

ຄຳຖະແຫລງຂອງທ່ານບລິງເກັນ ມີຂຶ້ນໃນຂະນະທີ່ວໍຊິງຕັນແລະປັກກິ່ງ ກຳລັງ ກະກຽມສຳ​ລັບ​ການ​ເດີນ​ທາງ​ໄປ​ຈີນ ​ຂອງຫົວ​ໜ້າ ນັກການທູດສະຫລັດ. ການເດີນທາງໄດ້ເລື່ອນ​ເວ​ລາ ຈາກເດືອນກຸມພາ ຫລັງຈາກກອງທັບສະຫະລັດ ໄດ້ຍິງບາ​ລລູນສືບລັບຈີນຕົກ ທີ່ໄດ້ລອຍເຂົ້າມາ​ໃນທະວີບສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG