ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ບ​ລິງ​ເຄັນ ຄາດ​ວ່າ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຈີນ ໃນ​ໄວໆ​ນີ້


ທຸງ​ຊາດ ສະ​ຫະ​ລັດ ປິວ​ສະ​ບັດ​ຢູ່​ໃກ້​ກາ​ສັນ​ຍາ​ລັກ​ແຫ່ງ​ຊາດ​ຂອງ ຈີນ ຢູ່​ອາ​ຄານ​ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 9 ພະ​ຈິກ 2017.
ທຸງ​ຊາດ ສະ​ຫະ​ລັດ ປິວ​ສະ​ບັດ​ຢູ່​ໃກ້​ກາ​ສັນ​ຍາ​ລັກ​ແຫ່ງ​ຊາດ​ຂອງ ຈີນ ຢູ່​ອາ​ຄານ​ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 9 ພະ​ຈິກ 2017.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ແມ່ນ​ຄາດ​ວ່າ​ ຈະ​ໄປ​ຢ້ຽມ​ຢາມ ປັກ​ກິ່ງ ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ຈະ​ມາ​ເຖິງນີ້, ເຊິ່ງ​ເປັນ​ການ​ຈັດ​ຕາ​ຕະ​ລາງ​ການ​ເດີນ​ທາງ​ທີ່​ຖືກ​ຍົກ​ເລີກ​ໃນ​ເດືອນ​ກຸມ​ພາ​ຄືນ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ລວມ​ມີ​ການ​ບິນ​ບາ​ລ​ລູນ​ສອດ​ແນມ​ຂອງ​ ຈີນ ເໜືອ​ທ້ອງ​ຟ້າ ສະ​ຫະ​ລັດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ໂດຍບໍ່​ປະ​ສົງ​ອອກ​ຊື່​ໄດ້​ເວົ້າ ກ່ຽວ​ກັບ ແຜນ​ການ​ທີ່​ຖືກ​ປັບ​ປຸງ​ໃໝ່​ກັບ​ບັນ​ດາ​ນັກ​ຂ່າວ​ແຕ່ບໍ່​ໄດ້​ໃຫ້​ຂໍ້​ມູນ ກ່ຽວ​ກັບ ເວ​ລາ​ທີ່​ແນ່ນອນ​ຂອງ​ການ​ເດີນ​ທາງ​ໄປ ຈີນ ທີ່​ຄາດ​ໄວ້​ນັ້ນ.

ໜັງ​ສື​ພິມ Financial Times ໄດ້​ລາຍ​ງານ​ວ່າ​ການ​ເດີນ​ທາງ​ອາດ​ເກີດ​ຂຶ້ນ​ໃນ​ເດືອນນີ້.

ເວ​ລາ​ຖືກ​ຖາມ ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ວີ​ແດັ້ນ ພາ​ແທ​ລ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່ກອງ​ປະ​ຊຸມ​ລາຍ​ງານ​ວ່າ ມັນ​ບໍ່​ມີ​ຂໍ້​ມູນ​ໃໝ່​ຕໍ່​ສາ​ທາ​ລະ​ນະ ກ່ຽວ​ກັບ ການ​ເດີນ​ທາງ​ໄປ ຈີນ ຂອງ​ທ່ານ ບ​ລິງ​ເຄັນ, ແຕ່ວ່າ ສະ​ຫະ​ລັດ ແມ່ນ​ຫວັງ​ທີ່​ຈະ “ຈັດ​ຕາ​ຕະ​ລາ​ການ​ຢ້ຽມ​ຢາມ​ຄືນ​ໃໝ່​ເວ​ລາ​ທີ່​ສະ​ພາບ​ການ​ອຳ​ນວ​ຍ​ໃຫ້.”

ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ທີ່​ຮັບ​ຜິດ​ຊອບສຳ​ລັບ​ວຽກ​ງານ ເອ​ເຊຍ​ຕາ​ເວັນ​ອອກ ທ່ານ ແດ​ນຽ​ລ ໄຄ​ຣ​ເທັນ​ບ​ຣິງ ແລະ ຜູ້​ອຳ​ນວຍ​ການ​ອາ​ວຸ​ໂສ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ຈີນ, ທ່ານ​ນາງ ຊາ​ຣາ ເບ​ຣານ, ແມ່ນ​ໄດ້​ເດີນ​ທາງ​ໄປ ຈີນ ໃນ​ຕົ້ນ​ອາ​ທິດນີ້ ສຳ​ລັບ​ສິ່ງ​ທີ່​ທ່ານ ພາ​ແທ​ລ ໄດ້​ອະ​ທິ​ບາຍ​ວ່າ​ເປັນ “ການ​ປຶກ​ສາ​ຫາ​ລື​ແບບ​ເປີດ​ເຜີຍ ແລະ ມີ​ໝາກ​ຜົນ” ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG