ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບ​ລິງ​ເຄັນ ຫາ​ລືຂໍ້​ສະ​ເໜີ​ການ​ຢຸດ​ຍິງ ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ກັບ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ຍ່າງ​ລົງ​ຈາກ​ເຮືອ​ບິນ ໃນ​ຂະ​ນະ​ທີ່​ເດີນ​ທາງ​ຮອດ​ສະ​ໜາມ​ບິນ ເບັນ ກູ​ຣຽນ ສາ​ກົນ, 6 ກຸມ​ພາ 2024.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ຍ່າງ​ລົງ​ຈາກ​ເຮືອ​ບິນ ໃນ​ຂະ​ນະ​ທີ່​ເດີນ​ທາງ​ຮອດ​ສະ​ໜາມ​ບິນ ເບັນ ກູ​ຣຽນ ສາ​ກົນ, 6 ກຸມ​ພາ 2024.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ເດີນ​ທາງ​ໄປ ອິ​ສ​ຣາ​ແອ​ລ ໃນ​ວັນ​ພຸດມື້ນີ້ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ຜູ້​ນຳ ກ່ຽວ​ກັບ ຂໍ້​ສະ​ເໜີ​ຢຸດ​ການ​ຕໍ່​ສູ້​ໃນ ກາ​ຊາ ແລະ ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໂດຍ​ກຸ່ມ​ຮາ​ມາ​ສ​.

ການ​ປະ​ຊຸມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ໂຢ​ອາ​ຟ ກາ​ແລ້ນ ແລະ ປະ​ທາ​ນາ​ທິ​ບໍ​ດີ ໄອ​ແຊັກ ເຮີ​ຊອກ ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ​ທ່ານ ບ​ລິງ​ເຄັນ ກ່າວ​ວ່າ​ພວກ​ຜູ້​ນຳ​ກຸ່ມຮາ​ມາ​ສ ໄດ້​ໃຫ້​ຄຳ​ຕອບ​ຂອງ​ພວກ​ເຂົາ​ຕໍ່​ຂໍ້​ສະ​ເໜີ​ນັ້ນ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ໂດ​ຮາ, ປະ​ເທດ ກາ​ຕ້າວ່າ, ສະ​ຫະ​ລັດ ໄດ້​ສຶກ​ສາ​ການ​ຕອບ​ດັ່ງ​ກ່າວ​ຢ່າງ​ເອົາ​ຈິງ​ເອົາ​ຈັງ, ແລະ ວ່າ​ເຂົາ​ເຈົ້າ​ໄດ້​ແບ່ງ​ປັນ​ກັບ ອິ​ສ​ຣາ​ແອ​ລ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ເຮັດ​ວຽກ​ໜັກ​ເທົ່າ​ທີ່​ເປັນ​ໄປ​ໄດ້​ເພື່ອ​ພະ​ຍາ​ຍາມ​ໃຫ້​ໄດ້​ຂໍ້​ຕົກ​ລົງ​ ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ສາ​ມາດ​ດຳ​ເນີນ​ໄປ​ໜ້າ ໂ​ດຍ​ບໍ່​ແມ່ນ​ພຽງ​ແຕ່​ການ​ຕໍ່ມັນ​ອອກ​ໄປເທົ່າ​ນັ້ນ ແຕ່​ຈະ​ຂະ​ຫຍາຍ​ຂໍ້​ຕົກ​ລົງ ກ່ຽວ​ກັບ ຕົວ​ປະ​ກັນ ແລະ ຜົນ​ປະ​ໂຫຍດ​ທຸກ​ຢ່າງ​ທີ່​ຈະ​ມາ​ກັບ​ມັນ.”

ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ອະ​ທິ​ບາຍ​ການ​ຕອບ​ດັ່ງ​ກ່າວ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງວ່າ “ເກີນ​ຈິງ” ແລະ ໄດ້​ກ່າວ​ວ່າ​ການ​ເຈ​ລະ​ຈາ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່.

ສະ​ຫະ​ລັດ, ອີ​ຈິບ ແລະ ກາ​ຕ້າ ໄດ້​ຊ່ວຍ​ຮ່າງ​ຂໍ້​ສະ​ເໜີ​ການ​ຢຸດ​ຍິງ​ທີ່​ປັດ​ຈຸ​ບັນ​ນີ້​ແມ່ນ​ຢູ່​ພາຍ​ໃຕ້​ການ​ພິ​ຈາ​ລະ​ນາ​ຢູ່, ເຊິ່ງ​ຈະ​ລວມ​ມີ​ການ​ຢຸດ​ຕໍ່​ສູ້​ດົນຫຼາຍ​ອາ​ທິດ ແລະ ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໂດຍ​ກຸ່ມ​ຮາ​ມາ​ສ​ໃນ ກາ​ຊາ.

ການ​ຢຸດ​ຍິງ​ຊົ່ວ​ຄາວ​ໃນ​ຄັ້ງ​ທີ່​ຜ່ານ​ມາ​ເມື່ອ​ທ້າຍ​ເດືອນ​ພະ​ຈິກ​ແລ້ວນີ້​ແມ່ນ​ດົນ​ນຶ່​ງ​ອາ​ທິດ ແລະ ໄດ້​ເຮັດ​ໃຫ້​ມີ​ການ​ປ່ອຍ​ຕົວ​ປະ​ກັນຫຼາຍກວ່າ 100 ຄົນ​ຈາກ​ກາ​ຊາ ແລະ ນັກ​ໂທດ​ປາ​ແລັ​ສ​ໄຕ​ນ໌ 240 ຄົນ​ທີ່​ຖືກ​ຈັບ​ໂດຍ ອິ​ສ​ຣາ​ແອ​ລ. ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າ​ວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າຕົວ​ປະ​ກັນ 31 ຄົນ​ທີ່​ຍັງ​ເຫຼືອ​ຢູ່​ແມ່ນ​ເສຍ​ຊີ​ວິດ​ແລ້ວ.

ໃນ​ໂດ​ຮາ, ທ່ານ ບ​ລິງ​ເຄັນ ໄດ້​ຈັດ​ການ​ເຈ​ລະ​ຈາ​ເມື່ອ​ວັນ​ອັງ​ຄານ​ວານນີ້​ກັບ​ຜູ້​ປົກ​ຄອງ​ຂອງ ກາ​ຕ້າ, ອີ​ເມຍ ເຊກ ຕາ​ມິມ ບິນ ຮາ​ມາດ ອາລ ທາ​ນີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ຕ້າ ທ່ານ ໂມ​ຮຳ​ເມັດ ບິນ ອັບ​ດຸ​ລ​ຣາ​ມານ ອາ​ລ-ທາ​ນີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG