ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານບລິງເກັນ ໃຫ້ເຫດຜົນ ໃນການຖອນທະຫານ ສຫລ ອອກຈາກອັຟການິສຖານ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເກັນ ໃຫ້ການທາງອອນລາຍ ຢູ່ໃນການຮັບຟັງຂອງຄະນະລັດຖະສະພາໃນວັນທີ 13 ກັນຍາ, 2021 (ພາບສະໜອງໃຫ້ໂດຍ REUTERS/Jonathan Ernst)
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເກັນ ໃຫ້ການທາງອອນລາຍ ຢູ່ໃນການຮັບຟັງຂອງຄະນະລັດຖະສະພາໃນວັນທີ 13 ກັນຍາ, 2021 (ພາບສະໜອງໃຫ້ໂດຍ REUTERS/Jonathan Ernst)

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເກັນ ໃຫ້ການຢູ່ໃນການຮັບຟັງຂອງຄະນະລັດຖະສະພາໃນວັນຈັນວານນີ້, ໂດຍໄດ້ກ່າວປ້ອງກັນຢ່າງແຂງຂັນຕໍ່ການຖອນທະຫານຂອງປະເທດ ອອກຈາກອັຟການິສຖານໃນເດືອນແລ້ວນີ້ ທີ່ໄດ້ປະເຊີນກັບການຖືກຕຳໜິຢ່າງຮຸນແຮງຈາກບັນ ດາສະມາຊິກລັດຖະສະພາທັງຫລາຍ.

ຖ້າປະທານາທິບໍດີສະຫະລັດໂຈ ໄບເດັນ ຫາກຕັດສິນໃຈທີ່ຈະແກ່ຍາວສົງຄາມທີ່ມີມາໄດ້ສອງທົດສະວັດຂອງສະຫະລັດອອກໄປອີກ, ມັນ "ຈະຕ້ອງໄດ້ສົ່ງກອງກຳລັງສະຫະລັດ ເຂົ້າໄປໃນອັຟການິສຖານຢ່າງຫຼວງຫຼາຍເພື່ອປ້ອງກັນຕົວເຮົາເອງແລະປ້ອງກັນບໍ່ໃຫ້ກຸ່ມຕາລີບານເຂົ້າຍຶດເອົາປະເທດ, ຊຶ່ງຕ້ອງໄດ້ມີຜູ້ບາດ ເຈັບ ແລະເສຍຊີວິດ-ແລະດ້ວຍຄວາມຫວັງທີ່ເປັນໄປໄດ້ດີທີ່ສຸດກໍແມ່ນ ຟື້ນຟູສະພາບທີ່ປະເຊີນໜ້າກັນແບບບໍ່ໄປບໍ່ມາແລະກໍຍັງຄ້າງຢູ່ອັຟການິສຖານຄືເກົ່າ, ຖືກໂຈມຕີ, ບໍ່ມີວັນສິ້ນສຸດ,” ນັ້ນຄືຄໍາເວົ້າຂອງທ່ານ ບລິງເກັນທີ່ກ່າວຕໍ່ຄະນະກຳມະການການກິດຈະການຕ່າງປະເທດຂອງສະພາຕໍ່າ.

ທ່ານກ່າວວ່າ "ບໍ່ມີຫຼັກຖານວ່າ ການຢູ່ຕໍ່ໄປອີກຈະເຮັດໃຫ້ກອງກຳລັງຮັກສາຄວາມໝັ້ນຄົງຂອງອັຟການິສຖານ ຫຼືລັດຖະບານອັຟການິສຖານມີຄວາມແຂງແກ່ນ ຫຼືຍືນຍົງຢູ່ໄດ້ດ້ວຍຕົວເອງຫຼາຍຂຶ້ນ".

ພວກກະບົດຕາລີບານໄດ້ເຂົ້າຍຶດເອົາປະເທດດັ່ງກ່າວໃນກາງເດືອນສິງຫາຂະ ນະທີ່ປະທານາທິບໍດີອັຟການິສຖານ, ທ່ານອາຊຣັຟ ການີ (Ashraf Ghani) ໄດ້ຫຼົບໜີໄປລີ້ໄພຢູ່ໃນສະຫະລັດອາຣັບ ເອມິເຣສ. ສະຫະລັດແລະບັນດາພັນ ທະມິດໄດ້ຍົກຍ້າຍເອົາປະຊາຊົນ 124,000 ຄົນ - ຊຶ່ງສ່ວນໃຫຍ່ເປັນຊາວອັຟການິສຖານ ແຕ່ກໍລວມມີຊາວອາເມຣິກັນຫຼາຍກວ່າ 6,000 ຄົນ - ອອກຈາກສະໜາມບິນກາບູລ, ຊຶ່ງເຂົາເຈົ້າເກືອບໝົດທຸກຄົນ ແມ່ນຖືກຍົກຍ້າຍອອກ ໃນລະຫວ່າງການຖອນທະຫານທີ່ວຸ້ນວາຍໃນສອງອາທິດສຸດທ້າຍຂອງເດືອນສິງຫາ, ເຮັດໃຫ້ຊາວອາເມຣິກັນປະມານ 100 ຄົນຍັງຕົກຄ້າງຢູ່. ທະຫານສະຫະລັດ 13 ຄົນ ແລະຊາວອັຟການິສຖານຫຼາຍສິບຄົນ ໄດ້ຖືກຂ້າຕາຍ ໃນການວາງລະ ເບີດສະຫລະຊີບສອງສາມມື້ກ່ອນການຖອນທະຫານຈະສິ້ນສຸດລົງ.

ທ່ານໄມໂຄ ແມັກຄອລ (Michael McCaul) ຈາກລັດເທັກຊັສ, ຊຶ່ງເປັນເຈົ້າໜ້າທີ່ລະດັບສູງສຸດໃນຄະນະກໍາມະການດັ່ງກ່າວທີ່ສັງກັດພັກຣີພັບບລີກັນ, ໄດ້ສະແດງໃຫ້ເຫັນວ່າການຖອນທະຫານຂອງສະຫະລັດອອກຈາກອັຟການິສຖານເປັນ "ຄວາມວອດວາຍ ໃນສັດສ່ວນອັນມະຫາສານ" ແລະໃຫ້ຂໍ້ສັງເກດວ່າເຈົ້າໜ້າທີ່ຊົ່ວຄາວຫຼາຍຄົນ ໃນປັດຈຸບັນທີ່ຄວບຄຸມອັຟການິສຖານເຄີຍຖືກສະຫະລັດຈັບໄປຢູ່ທີ່ສູນກັກຂັງອ່າວກວານຕາໂມໃນຄິວບາ.

ສະມາຊິກສະພາຈາກພັກຣີພັບບລີກັນ, ທ່ານສຕີບ ແຊບັອດ (Steve Chabot) ທີ່ມາຈາກລັດໂອຮາຍໂອ ເອີ້ນການຮັບມືຂອງສະຫະລັດວ່າ ເປັນ ເລື້ອງອັບອາຍຂາຍໜ້າ.

ທ່ານກ່າວວ່າ "ແມ່ນ, ຊາວອາເມຣິກັນສ່ວນໃຫຍ່ແມ່ນຢາກອອກຈາກອັຟການິສຖານ, ແຕ່ບໍ່ແມ່ນອອກແບບນີ້."
ທ່ານບລິງເກັນກ່າວວ່າ ເຈົ້າໜ້າທີ່ສະຫະລັດບໍ່ໄດ້ຄາດການໄວ້ລ່ວງໜ້າກ່ຽວກັບການພັງທະລາຍລົງຢ່າງໄວວາຂອງລັດຖະບານອັຟການິສຖານ, ເຖິງແມ່ນວ່າກຸ່ມຕາລີບານຈະໄດ້ບຸກຄືບໜ້າ ຢູ່ໃນທົ່ວປະເທດກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG