ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເຄັນ ກ່າວປະນາມ ຣັດເຊຍ ກ່ຽວກັບ ຄວາມປ່າເຖື່ອນໃນສົງຄາມ ຂະນະທີ່ສົບຂອງປະຊາຊົນ ຢູເຄຣນ ຖືກປະຖິ້ມຢູ່ໃນຖະ​ໜົນ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ກະຊວງການຕ່າງປະເທດ, ນະຄອນຫຼວງ ວໍຊິງຕັນ. 17 ມີນາ, 2022.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ກະຊວງການຕ່າງປະເທດ, ນະຄອນຫຼວງ ວໍຊິງຕັນ. 17 ມີນາ, 2022.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວປະນາມ ຣັດເຊຍ ຢ່າງຮຸນແຮງໃນວັນອາທິດວານນີ້, ໂດຍກ່າວຫາເຂົາເຈົ້າ ກ່ຽວກັບ ການກະທຳປ່າເຖື່ອນ ໃນສົງຄາມຢູ່ປະເທດ ຢູເຄຣນ ໃນຂະນະທີ່ໂລກໄດ້ເຫັນສົບຂອງຄົນ ຢູເຄຣນ ທີ່ໄດ້ປະໃຫ້ເສຍຊີວິດ ຢູ່ຕາມຖະໜົນຕ່າງໆ ໃນເມືອງ ບູຈາ ໃນເຂດຊານເມືອງຂອງນະຄອນຫຼວງ ກີຢິບ ຫຼັງຈາກກອງທະຫານ ຣັດເຊຍ ໄດ້ໜີອອກຈາກເຂດດັ່ງກ່າວ.

ນັກການທູດລະດັບສູງຄົນນັ້ນ ໄດ້ກ່າວຕໍ່ລາຍການ “State of The Union” ຂອງໂທລະພາບ CNN ວ່າ “ເຈົ້າບໍ່ສາມາດຊ່ວຍເຫຼືອ ແຕ່ຮູ້້ສຶກຄືຖືກຊົກທ້ອງ. ພວກເຮົາຈະຢູ່ເສີຍໆຕໍ່ສິ່ງນີ້ບໍ່ໄດ້. ພວກເຮົາຈະເຮັດໃຫ້ສິ່ງນີ້ເປັນເລື່ອງປົກກະຕິບໍ່ໄດ້.”

ທ່ານ ບລິງເຄັນ ໄດ້ກ່າວວ່າ ສະຫະລັດ ຈະ “ພະຍາຍາມຢ່າງໜັກເພື່ອບັນທຶກ” ອາຊະຍາກຳສົງຄາມ ຂອງ ຣັດເຊຍ ໃນທົ່ວ ຢູເຄຣນ ແມ່ນກະທັ້ງ ຢູເຄຣນ ອ້າງວ່າເຂົາເຈົ້າໄດ້ຍຶດຄືນພາກເໜືອຕອນກາງອ້ອມນະຄອນຫຼວງກໍ່ຕາມ. ກອງທະຫານຂອງ ມົສກູ ໄດ້ຖອນອອກຈາກເຂດ​ອ້ອມ​ແອ້ມ ນະຄອນຫຼວງ ກີຢິບ ເພື່ອເພັ່ງເລັງການໂຈມຕີໃໝ່ໃສ່ເມືອງຕ່າງໆຢູ່ທາງພາກໃຕ້ຂອງ ຢູເຄຣນ ຢູ່ຕາມທະເລດຳ ແລະ ໃນພາກພື້ນ ດອນບາສ ທີ່ມີການຕໍ່ສູ້ກັນໃນພາກຕາເວັນອອກຂອງ ຢູເຄຣນ.

ໃນການສະທ້ອນເຖິງສົບທັງຫຼາຍທີ່ຖືກພົບໃນຖະໜົນຕ່າງໆນັ້ນ, ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວຕໍ່ລາຍການ “Face the Nation” ຂອງໂທລະພາບ CBS ວ່າ “ແນ່ນອນ, ນີ້ແມ່ນການຂ້າງລ້າງເຜົ່າພັນ.” ທ່ານໄດ້ກ່າວວ່າ ຢູເຄຣນ ແມ່ນ “ໄດ້ຖືກທຳລາຍ ແລະ ຖືກກວາດລ້າງ” ໂດຍກອງກຳລັງ ຣັດເຊຍ.

ເລຂາທິການໃຫຍ່ອົງການ NATO ໄດ້ກ່າວຕໍ່ໂທລະພາບ CNN ວ່າ “ມັນແມ່ນການກະທຳທີ່ໂຫດ ຮ້າຍຕໍ່ປະຊາຊົນ ທີ່ພວກເຮົາບໍ່ໄດ້ເຫັນຫຼາຍທົດສະວັດ” ໃນ ຢູໂຣບ. ”ມັນແມ່ນຄວາມຮັບຜິດຊອບຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ເພື່ອສິ້ນສຸດສົງຄາມ.”

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ແອນໂທນີໂອ ກູເຕເຣຍ ໄດ້ກ່າວໃນທວິດເຕີວ່າ “ຂ້າພະເຈົ້າຕົກໃຈຢ່າງແຮງກັບພາບຂອງພົນລະເຮືອນທີ່ຖືກຂ້າຕາຍໃນເມືອງ ບູຈາ, ປະເທດ ຢູເຄຣນ. ມັນມີຄວາມຈຳເປັນ ທີ່ຈະມີການສືບ ສວນສອບສວນອິດສະຫຼະເພື່ອນຳໄປສູ່ການຮັບຜິດຊອບຢ່າງມີປະສິດທິຜົນ.”

ກະຊວງປ້ອງກັນປະເທດຂອງ ຣັດເຊຍ ໄດ້ໂຕ້ແຍ້ງໃນຖະແຫຼງການສະບັບນຶ່ງເມື່ອວັນອາທິດວານນີ້ວ່າ ເຂົາເຈົ້າບໍ່ໄດ້ຂ້າພົນລະເຮືອນ ໃນເມືອງ ບູຈາ ແລະ ໄດ້ອ້າງວ່າວິດີໂອ ແລະ ຮູບພາບຕ່າງທີ່ສະແດງໃຫ້ເຫັນຜູ້ເສຍຊີວິດແມ່ນ “ການຍຸແຍ່ອີກຄັ້ງນຶ່ງ” ໂດຍປະເທດຕາເວັນຕົກ. ຣັດເຊຍ ໄດ້ຂໍໃຫ້ສະພາຄວາມໝັ້ນຄົງເປີດກອງປະຊຸມໃນວັນຈັນມື້ນີ້ ເພື່ອປຶກສາຫາລືການກະທຳຕ່າງໆຂອງ “ພວກຫົວຮຸນແຮງ ຢູເຄຣນ” ໃນເມືອງ ບູຈາ.

ທັງທ່ານ ບລິງເຄັນ ແລະ ທ່ານ ສໂຕລເທັນເບີກ ໄດ້ສະແດງຄວາມສົງໄສ ກ່ຽວກັບ ການກ່າວໃນທັນທີ ທີ່​ວ່າ ທະຫານ ຣັດເຊຍ ໄດ້ຖອນອອກຈາກການຕໍ່ສູ້ໃກ້ກັບນະຄອນຫຼວງ ກີຢິບ, ເຊິ່ງ ມົສກູ ຄັ້ງນຶ່ງປາກົດທີ່ຈະຄິດວ່າ ສາມາດເຂົ້າຍຶດຄອງໄດ້ ພາຍໃນບໍ່ເທົ່າໃດວັນຫຼັງຈາກເປີດການບຸກລຸກພາກເໜືອຂອງ ຢູເຄຣນ ໃນວັນທີ 24 ກຸມພາ ແລະ ການຖິ້ມລະເບີດທາງອາກາດໃສ່ຫຼາຍເປົ້າ ໝາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG