ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງກຸ່ມ G-20 ຢູ່ທີ່ປະເທດອິນໂດເນເຊຍ


ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ເດີນທາງໄປເຖິງເມືອງນູຊາ ດວາ (Nusa Dua), ເກາະບາຫຼີ, ປະເທດອິນໂດເນເຊຍ, ເມື່ອວັນທີ 8 ກໍລະກົດ 2022.
ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ເດີນທາງໄປເຖິງເມືອງນູຊາ ດວາ (Nusa Dua), ເກາະບາຫຼີ, ປະເທດອິນໂດເນເຊຍ, ເມື່ອວັນທີ 8 ກໍລະກົດ 2022.

ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ ແມ່ນຢູ່ໃນວະລະຂອງການປະຊຸມທີ່ສູງ ໃນຂະນະທີ່ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ພົບປະກັບລັດຖະມົນຕີການຕ່າງປະເທດຄົນອື່ນໆຈາກ 20 ປະ ເທດທີ່ມີເສດຖະກິດໃຫຍ່ທີ່ສຸດ ຫຼື ກຸ່ມ G 20, ໃນອາທິດນີ້ ຢູ່ທີ່ເກາະບາຫຼີ, ປະເທດອິນໂດເນເຊຍ.

ກ່ອນທີ່ການເລີ້ມຕົ້ນປະຊຸມພາກທໍາອິດດໍາເນີນໄປຕາມຂັ້ນຕອນ, ທ່ານບລິງເກັນ ໄດ້ພົບປະກັບບັນດາລັດຖະມົນຕີການຕ່າງປະເທດຂ້າມມະຫາສະໝຸດແອັດ​ແລນ​ຕິກຂອງກຸ່ມຄວດ (Quad) ເຊັ່ນ: ລັດຖະມົນຕີການຕ່າງປະເທດຂອງຝຣັ່ງ ທ່ານນາງແຄັດເທີຣິນ ໂຄໂລນນາ (Catherine Colonna), ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດເຢຍຣະມັນ ທ່ານນາງແອນນາເລນາ ແບບັອກ (Annalena Baerbock), ແລະຜູ້ອໍານວຍການທາງດ້ານການເມືອງ ແລະຜູ້ປະຈໍາການຖາວອນພາຍໃຕ້ລັດຖະມົນຕີກະຊວງການຕ່າງປະເທດຂອງອັງກິດ ທ່ານທິມ ບາໂຣວ (Tim Barrow).

ໂຄສົກປະຈໍາກະຊວງການຕ່າງປະເທດ ທ່ານເນັດ ໄພຣສ໌ ກ່າວຢູ່ໃນຖະແຫຼງ ການໃນມື້ວັນສຸກນີ້ວ່າ ພວກເຂົາເຈົ້າໄດ້ປຶກສາຫາລືໃນຄວາມພະຍາຍາມຮ່ວມກັນ ເພື່ອໃຫ້ຄວາມຊ່ວຍເຫຼືອແກ່ຢູເຄຣນເພີ້ມເຕີມທາງດ້ານຄວາມໝັ້ນຄົງ ແລະການສະໜັບສະໜຸນທາງດ້ານສິດທິມະນຸດ ພ້ອມດ້ວຍການກວດກາຄືນກ່ຽວກັບວິທີທາງແກ້ໄຂຂໍ້ຫຍຸ້ງຍາກກ່ຽວກັບຄວາມໝັ້ນຄົງທາງດ້ານອາຫານ ອັນເປັນຜົນມາຈາກການກໍານົດເປົ້າໝາຍໃສ່ດ້ານການກະສິກໍາຂອງປະຊາຊົນຊາວຢູເຄຣນໂດຍເຈດຕະນາຈາກ ຣັດເຊຍ.

ໃນຖະແຫຼງການໄດ້ກ່າວວ່າ ໂຕແທນທັງຫຼາຍຈາກກຸ່ມຄວດ ຍັງໄດ້ສະແດງເຖິງຄວາມກັງວົນກ່ຽວກັບຄວາມກ້າວໜ້າຂອງການພັດທະນາໂຄງການນິວເຄລຍຂອງ ອີຣ່ານ ແລະໄດ້ເນັ້ນຢໍ້າເຖິງຄວາມມຸ່ງໝັ້ນໃນການກັບຄືນມາປະຕິບັດຕາມ ຂໍ້​ຕົກ​ລົງ JCPOA ຮ່ວມກັນຢ່າງຄົບຖ້ວນ ແລະສົມບູນ, ພ້ອມທັງຮຽກຮ້ອງໃຫ້ອີຣ່ານຍຸຕິການຮຽກ​ຮ້ອງທີ່ມາຈາກພາຍນອກ ແລະຮັບ​ເອົາຂໍ້ຕົກລົງທີ່ມີຢູ່ໃນປັດ ຈຸບັນຢ່າງໄວວາ.
ລຸນຫຼັງທີ່ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຂອງອິນເດຍ ທ່ານຊູບຣາມານີອາມ ໄຈຊັງກາ (Subrahmanyam Jaishankar), ເຊິ່ງຈະເປັນປະເທດເຈົ້າພາບຈັດກອງປະຊຸມກຸ່ມ G-20 ໃນປີໜ້າ. ທ່ານ ບລິງເກັນ ກ່າວວ່າ ອົງກອນ “ແມ່ນສະຖາບັນທີ່ສໍາຄັນສໍາລັບຄວາມພະຍາຍາມໃນການຈັດການກັບບັນຫາຕ່າງໆທີ່ສໍາຄັນທີ່ສຸດ ແລະຄວາມທ້າທາຍທັງຫຼາຍທີ່ໂລກກໍາລັງປະເຊີນຢູ່.”

ທ່ານ ບລິງເກັນ ກ່າວວ່າ ຄວາມທ້າທາຍທັງຫຼາຍເຫຼົ່ານັ້ນ ເກີດຂື້ນຈາກສົງຄາມ ຣັດເຊຍ ຢູ່ໃນ ຢູເຄຣນ, ແລະປະເທດສະມາຊິກຢູ່ໃນກຸ່ມ G-20 ກໍໄດ້ສະແດງຄວາມກັງວົນທີ່ຄ້າຍຄືກັນ “ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ແມ່ນຫຍັງຄືສິ່ງທີ່ພວກເຮົາທັງຫຼາຍໄດ້ຍິນໄປແລ້ວໃນມື້ນີ້, ມັນເປັນການປະສານສຽງຈາກທົ່ວໂລກ, ບໍ່ສະເພາະແຕ່ສະຫະລັດເທົ່ານັ້ນ ແຕ່ໝາຍເຖິງຢູ່ໃນທົ່ວໂລກ ກ່ຽວກັບຄວາມຈໍາເປັນໃນການຍຸຕິຄວາມຮຸນແຮງ, ສະນັ້ນ ພວກເຮົາຈຶ່ງສາມາດແນເປົ້າໝາຍໃສ່ຄວາມທ້າທາຍຕ່າງໆແບບແທ້ຈິງ ທີ່ສົ່ງຜົນກະທົບຕໍ່ປະຊາຊົນ ໃນຊີວິດຂອງພວກເຂົາເຈົ້າ.”

ທ່ານບລິງເກັນຈະເຂົ້າຮ່ວມປະຊຸມທະວີພາຄີກັບລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ໃນມື້ວັນເສົາມື້ອື່ນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG