ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບ​ລິງ​ເກັນ ເດີນ​ທາງ​ໄປ​ເຖິງ ປະ​ເທດ​ທອງ​ກາ ໂດຍ​ເຕືອນກ່ຽວ​ກັບ ການ​ຊ່ວຍ​ເຫຼືອ 'ແບບ​ມີ​ເງື່ອນ​ໄຂ' ຂອງ​ຈີນ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ຊ້າຍ) ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທອງ​ກາ ທ່ານ​ຮູ​ອາ​ກາ​ເວ​ໄມ​ລີ​ກູ ຊີ​ອາວ​ຊີ ໂຊວາ​ເລ​ນີ (Hu'akavemeiliku Siaosi Sovaleni) ທີ່​ນະ​ຄອນ​ຫຼວງ​ ນູ​ກູ​ອາ​ໂຟ​ລາ ເມື່ອ​ວັນ​ທີ 26 ກໍ​ລ​ະ​ກົດ 2023.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ຊ້າຍ) ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທອງ​ກາ ທ່ານ​ຮູ​ອາ​ກາ​ເວ​ໄມ​ລີ​ກູ ຊີ​ອາວ​ຊີ ໂຊວາ​ເລ​ນີ (Hu'akavemeiliku Siaosi Sovaleni) ທີ່​ນະ​ຄອນ​ຫຼວງ​ ນູ​ກູ​ອາ​ໂຟ​ລາ ເມື່ອ​ວັນ​ທີ 26 ກໍ​ລ​ະ​ກົດ 2023.

ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ​ແມ່ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ຄົນ​ທຳ​ອິດ ທີ່​ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ທອງ​ກາ ​ເພື່ອ​ເປີດ​ສະ​ຖານ​ທູດ​ແຫ່ງ​ໃໝ່​ຂອງ​ສະ​ຫະ​ລັດ ແລະ​ເຕືອ​ນ​ບັນ​ດາ​ປະ​ເທດ ໃນເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕອນ​ໃຕ້​ກ່ຽວ​ກັບອັນ​ຕະ​ລາຍ​ຮ້າຍ​ແຮງ “ໃນການ​ຕົກ​ເປັນ​ເຫຍື່ອ” ​ຈາກການ​ລົງ​ທຶນ​ຂອງ​ຈີນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ ຂ​ອງ​ການ​ເສີມ​ສ້າງ​ອິດ​ທິ​ພົນ​ຂອງວໍ​ຊິງ​ຕັນ​ຢູ່​ໃນ​ທົ່ວ​ຂົງ​ເຂດ ແລະ​ການ​ຕ້ານ​ຢັນ​ອຳ​ນາດ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຂອງ​ປັກ​ກິ່ງ ທ່ານບ​ລິງ​ເກັນ​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຫຼວງ​ນູ​ກູ​ອາ​ໂລ​ຟາ ໃນ​ການ​ບຸກ ​ດ້ວຍ​ການ​ໃຊ້​ສະ​ເໜ່​ທາງ​ດ້ານ​ການ​ທູດ.

“ພວກ​ເຮົາ​ເປັນ​ປະ​ເທດ​ປາ​ຊີ​ຟິກ” ແລະ “ພວກ​ເຮົາ​ຈະ​ໄດ້ເຫັນ​ອະ​ນາ​ຄົດ ​ຂອງ​ເຂດ​ອິນ​ໂດ-ປາ​ຊີ​ຟິກ” ທ່ານບ​ລິງ​ເກັນ​ກ່າວ​ຕໍ່​ປະ​ເທດ​ເຈົ້າ​ພາບ​ຂອງ​ທ່ານໃນ​ຂະ​ນະ​ທີ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສະ​ໜັບ​ສະ​ໜຸນ​ໂຄງ​ການ​ຕ່າງໆ ​ທີ່​ມີ​ຄວາມ​ສຳ​ຄັນ​ສຳ​ລັບເຂົາ​ເຈົ້າ.

“ພວກ​ເຮົາ​ເຂົ້າ​ໃຈ​ຢ່າງ​ແທ້​ຈິງວ່າ ​ແມ່ນ​ຫຍັງ​ຄື​ບູ​ລິ​ມະ​ສິດ​ສຳ​ລັບ​ປະ​ຊາ​ຊົນ​ຢູ່​ທີ່ນີ້.” ທ່ານ​ກ່າວ ໂດຍ​ຍົກ​ເອົາ​ບັນ​ຫາ​ຕ່າງໆ​ຂຶ້ນ​ມາ​ເວົ້າ ເຊັ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ການ​ພັດ​ທະ​ນາ​ແລະ​ການ​ຫາ​ປາ​ແບບ​ຜິດ​ກົດ​ໝາຍ.

ທ່ານ​ເວົ້າ​ວ່າ “ມີ​ລາຍ​ຊື່​ທີ່​ຍາວ​ຢຽດ​ກ່ຽວ​ກັບ​ໂຄງ​ການ​ຕ່າງໆ​ທີ່​ພວກ​ເຮົາ​ພວມ​ເຮັດ​ວຽກ​ຮ່ວມ​ກັນ ແຕ່​ທັງ​ໝົດ​ນັ້ນ​ແມ່ນ​ຂັບ​ດັນ​ໂດຍ​ເພັ່ງ​ເລັງ​ໃສ່​ວ່າ​ແມ່ນ​ຫຍັງ​ຄື​ສິ່ງ​ທີ່​ເນັ້ນໜັກ​ ແມ່ນ​ຫຍັງ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ ​ໃຫ້​ກັບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​.”

ແຕ່​ໃນ​ຂະ​ນະ​ດຽວ​ກັນ ທ່ານ​ກໍ​ໄດ້​ເຕືອນ ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ຈາກ​ປັກ​ກິ່ງ ຊຶ່ງ​ໄດ້​ມີ​ປະ​ລິ​ມານ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້ ໂດຍ​ເວົ້າ​ວ່າ ມັນ​ມາ​ພ້​ອມ​ກັບ​ເງື່ອນ​ໄຂ​ຜູກ​ໝັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG