ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເກັນ ເດີນທາງຮອດ ເກົາຫຼີໃຕ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດເພື່ອປະຊາທິປະໄຕ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ລົງຈາກເຮືອບິນຂອງທ່ານ ໃນຂະນະທີ່ທ່ານ ເດີນທາງມາເຖິງ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ເພື່ອປະຊາທິປະໄຕ ຄັ້ງທີ 3 ຢູ່ທີ່ຖານທັບອາກາດ ໂອຊານ ໃນເມືອງ ພຢອງແທັກ, ເກົາຫຼີໃຕ້, ວັນທີ 17 ມີນາ 2024.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ລົງຈາກເຮືອບິນຂອງທ່ານ ໃນຂະນະທີ່ທ່ານ ເດີນທາງມາເຖິງ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ເພື່ອປະຊາທິປະໄຕ ຄັ້ງທີ 3 ຢູ່ທີ່ຖານທັບອາກາດ ໂອຊານ ໃນເມືອງ ພຢອງແທັກ, ເກົາຫຼີໃຕ້, ວັນທີ 17 ມີນາ 2024.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ໄດ້ເດີນທາງໄປເຖິງ ເກົາຫຼີໃຕ້ ໃນວັນອາທິດວານນີ້ ສຳລັບການຢຸດແວ່ທຳອິດຂອງການຢ້ຽມຢາມ ເອເຊຍ ແບບສັ້ນໆ ເຊິ່ງລວມທັງຟີລິບປິນ, ໃນຂະນະທີ່ວໍຊິງຕັນ ເດີນໜ້າເພື່ອຮັດແໜ້ນສາຍພົວພັນກັບສອງພັນທະມິດທີ່ສຳຄັນໃນພາກພື້ນ.

ທ່ານ ບລິງເກັນ ໄດ້ເດີນທາງໄປຮອດ ໃນຕອນບ່າຍວັນອາທິດ ກ່ອນກອງປະຊຸມສຸດຍອດເພື່ອປະຊາທິປະໄຕ ຄັ້ງທີສາມ ໃນວັນຈັນມື້ນີ້, ເຊິ່ງເປັນແນວຄິດລິເລີ່ມຂອງປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ, ທີ່ໂຊລ ຈະເປັນເຈົ້າພາບ ໃນອາທິດນີ້.

ກ່ອນທີ່ຈະມາຮອດ ນະຄອນຫຼວງໂຊລ, ທ່ານ ບລິງເກັນ ໄດ້ຢຸດແວ່ຊົ່ວຄາວໃນບາເຣນ, ບ່ອນທີ່ທ່ານໄດ້ໂອ້ລົມກັບກະສັດ ຮາມັດ ບິນ ອິຊາ ອັລ-ຄາລິຟາ(Hamad bin Isa Al-Khalifa) ກ່ຽວກັບຄວາມພະຍາຍາມເພື່ອໃຫ້ບັນລຸຂໍ້ຕົກລົງຢຸດຍິງໃນ ເຂດ ກາຊາ.

ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ​ ເຊິ່ງຈະ​ຈັດຂຶ້ນ ລະຫວ່າງວັນ​ທີ 18 ຫາ 20 ມີນາ​ນີ້ ຈະ​ນຳ​ເອົາ​ເຈົ້າໜ້າ​ທີ່​ລັດຖະບານ, ອົງການທີ່ບໍ່ຂຶ້ນກັບລັດຖະບານ ຫຼື NGO ​ແລະ​ສະມາຊິກ​ສັງຄົມ​ພົນລະ​ເຮືອນ​ ມາຮ່ວມໂຕກັນ.

ໂຊລ ເປັນນຶ່ງໃນພັນທະມິດທີ່ສຳຄັນໃນພາກພື້ນຂອງວໍຊິງຕັນ ແລະສະຫະລັດໄດ້ຕັ້ງຖານທັບ ທີ່ມີທະຫານອາເມຣິກັນປະມານ 27,000 ຄົນ ຢູ່ທາງພາກໃຕ້ ເພື່ອຊ່ວຍປົກປ້ອງຈາກຝ່າຍເໜືອ ທີ່ຕິດອາວຸດນິວເຄລຍ.

ປະທານ​ປະ​ເທດຫົວ​ອະນຸລັກ​ນິຍົມ​ຂອງ ​ໂຊ​ລ ທ່ານ ຢຸນ ຊຸກ ໂຢລ (Yoon Suk Yeol) ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ກັບ​ວໍ​ຊິງ​ຕັນ ​ແລະຫາທາງຝັງ​ຄວາມຄັດຂ້ອງໝອງໃຈທາງປະຫວັດສາດ ກັບອະດີດມະຫາອຳນາດລ້າ​ອາ​ນາ​ນິຄົມ​ ​ຍີ່ປຸ່ນ ​ເພື່ອໃຫ້ສາມາດປ້ອງ​ກັນ​ໄພ​ຂົ່ມຂູ່ຈາກ​ພຽງ​ຢາງ ​ໃຫ້​ໄດ້ດີຍິ່ງ​ຂຶ້ນ.

ກະຊວງ​ການ​ຕ່າງປະ​ເທດ ​ກ່າວ​ວ່າ ທ່ານ ບລິງເກັນ ຈະ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້ ທ່ານ ໂຊ ແທ ຢູລ (Cho Tae-yul) ​ເພື່ອ​ປຶກສາ​ຫາລືທີ່ຈະລົງເລີກ ກ່ຽວກັບວິທີ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ​ໃນ​ຂະນະ​ທີ່​ວໍ​ຊິງ​ຕັນ ​ແລະ ​ໂຊ​ລ ຄົ້ນຄວ້າ​ວິທີ​ປັບປຸງ ສິ່ງ​ທີ່​ເອີ້ນ​ວ່າ “ການສະກັດກັ້ນແບບຂະຫຍາຍ” ​ຕໍ່​ເກົາຫລີ​ເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG