ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວວ່າ ທ່ານຈະຂໍເງິນ 75 ລ້ານໂດລາຈາກລັດຖະສະພາໃນການຊ່ວຍເຫຼືອສຳລັບຊາວ ປາແລັສໄຕນ ໃນເຂດ ກາຊາ ລຸນຫຼັງການຢຸດຍິງເມື່ອບໍ່ດົນມານີ້ທີ່ໄດ້ສິ້ນສຸດຄວາມຂັດແຍ້ງຄັ້ງຫຼ້າສຸດ ລະຫວ່າງ ອິສຣາແອລ ແລະ ກຸ່ມ ຮາມາສ.
ທ່ານ ບລິງເຄັນ ໄດ້ທຳການປະກາດເມື່ອວັນອັງຄານວານນີ້ ລຸນຫຼັງການປະຊຸມກັບປະທານອຳນາດການປົກຄອງ ປາແລັສໄຕນ ທ່ານ ມາກມູດ ອັບບາສ ໃນເມືອງ ຣາມາລລາ.
ທ່ານ ບລິງເຄັນ ໄດ້ກ່າວວ່າ “ພວກເຮົາຮູ້ວ່າຄວາມຮຸນແຮງຮອບທີ່ຜ່ານມາເປັນສິ່ງທີ່ສະແດງໃຫ້ເຫັນບັນຫາທີ່ໃຫຍ່ກວ່າທີ່ພວກເຮົາຕ້ອງໄດ້ແກ້ໄຂ ຖ້າພວກເຮົາຈະປ້ອງກັນບໍ່ໃຫ້ມັນກັບມາອີກ ແລະ ນັ້ນແມ່ນສິ່ງທີ່ພວກເຮົາໄດ້ເວົ້າເຖິງໃນມື້ນີ້. ທ່ານໄດ້ສະແດງຄວາມຍິນດີຕໍ່ການຢຸດຍິງທີ່ໄດ້ສືບຕໍ່ດຳເນີນໄປ, ແຕ່ນັ້ນແມ່ນບໍ່ພຽງພໍ. ພວກເຮົາຕ້ອງໄດ້ອາໄສການຢຸດຍິງ ແລະ ພະຍາຍາມທີ່ຈະເຄື່ອນສິ່ງຕ່າງໄປໃນທິດທາງທີ່່ເປັນແງ່ບວກຢ່າງແທ້ຈິງ.”
ທ່ານ ບລິງເຄັນ ຍັງໄດ້ກ່າວຢໍ້າ ໃນວັນອັງຄານວານນີ້ວ່າ ລັດຖະບານທ່ານ ໄບເດັນ ເຊື່ອວ່າຂໍ້ແກ້ ໄຂສອງລັດ “ແມ່ນວິທີທາງດຽວທີ່ຈະຮັບປະກັນອະນາຄົດຂອງ ອິສຣາແອລ ຢ່າງແທ້ຈິງໃນຖານະເປັນລັດຊາວ ຢິວ ແລະ ປະຊາທິປະໄຕ. ແລະ ແນ່ນອນ, ເພື່ອໃຫ້ ປາແລັສໄຕນ ເປັນລັດທີ່ເຂົາ ເຈົ້າ ມີ ສິດເປັນ.”
ນັກການທູດລະດັບສູງ ສະຫະລັດ ໄດ້ກ່າວວ່າ ສະຫະລັດ ຄວນເປີດຄືນສະຖານກົງສຸນໃນນະ ຄອນ ເຈຣູຊາແລັມ ຫຼັງຈາກລັດຖະບານທ່ານ ທຣຳ ໄດ້ປິດມັນໃນປີ 2019 ແລະ ໄດ້ສະໜອງເງິນ 5 ລ້ານ 5 ແສນໂດລາ ໃນການຊ່ວຍເຫຼືອໄພພິບັດສຸກເສີນ ແລະ ຫຼາຍກວ່າ 32 ລ້ານໂດລາສຳລັບ ໂຄງການຊ່ວຍເຫຼືອມະນຸດສະທຳສຸກເສີນຂອງອົງການສະຫະປະຊາຊາດ.
ທ່ານ ບລິງເຄັນ ໄດ້ກ່າວວ່າ ການເປີດສະຖານກົງສຸນຄືນແມ່ນ “ແນວທາງທີ່ສຳຄັນສຳລັບປະເທດຂອງພວກເຮົາ ເພື່ອການພົວພັນ ແລະ ສະໜອງການສະໜັບສະໜູນຕໍ່ປະຊາຊົນ ປາແລັສໄຕນ ໃນເຂດ ກາຊາ.”
ກ່ຽວກັບ ກຸ່ມກໍ່ການຮ້າຍທີ່ຖືກກຳນົດໂດຍ ສະຫະລັດ ທີ່ຄວບຄຸມເຂດ ກາຊາ ນັ້ນ, ທ່ານ ບລິງເຄັນ ໄດ້ກ່າວວ່າ, “ພວກເຮົາຈະເຮັດວຽກເພື່ອຮັບປະກັນວ່າກຸ່ມ ຮາມາສ ຈະບໍ່ໄດ້ຮັບຜົນປະໂຫຍດຈາກຄວາມພະຍາຍາມເພື່ອບູລະນະສ້າງສາພວກນີ້.”