ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ບລິງເຄັນ ສະໜັບສະໜູນ ການເປັນຄູ່ຮ່ວມ ເພື່ອສົ່ງເສີມພາກພື້ນ ອິນໂດ-ປາຊີຟິກ ທີ່ເປີດກວ້າງ ແລະ ເສລີ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສ ກ່ຽວກັບ ແຜນຍຸດທະສາດ ອິນໂດ-ປາຊີຟິກ ຂອງລັດຖະບານທ່ານ ໄບເດັນ ຢູ່ມະຫາວິທະຍາໄລ ອິນໂອເນເຊຍ, ໃນນະຄອນຫຼວງ ຈາກາຕ້າ. 14 ທັນວາ, 2021.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສ ກ່ຽວກັບ ແຜນຍຸດທະສາດ ອິນໂດ-ປາຊີຟິກ ຂອງລັດຖະບານທ່ານ ໄບເດັນ ຢູ່ມະຫາວິທະຍາໄລ ອິນໂອເນເຊຍ, ໃນນະຄອນຫຼວງ ຈາກາຕ້າ. 14 ທັນວາ, 2021.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວໃນວັນອັງຄານວານນີ້ວ່າ ສະຫະລັດ ຈະເຮັດວຽກັບບັນດາພັນທະມິດເພື່ອປ້ອງກັນ ແລະ ສົ່ງເສີມພາກພື້ນອິນໂດ-ປາຊີ ຟິກ ທີ່ເສລີ ແລະ ເປີດ.

ໃນການກ່າວຄຳປາໄສລະຫວ່າງການຢ້ຽມຢາມປະເທດ ອິນໂດເນເຊຍ ນັ້ນ, ທ່ານ ບລິງເຄັນ ໄດ້ກ່າວວ່າຄວາມແຂງແກ່ນທີ່ໃຫຍ່ທີ່ສຸດຕໍ່ໄພຂົ່ມຂູ່ທີ່ກຳລັງເກີດຂຶ້ນແມ່ນການເຮັດວຽກກັບປະເທດອື່ນໆ, ແລະ ວ່າ ສະຫະລັດ ຢາກຮັບປະກັນວ່າປະຊາຊົນ ແລະ ປະເທດຕ່າງໆມີເສລີພາບທີ່ຈະຕັດສິນໃຈ ກ່ຽວກັບ ອະນາຄົດ ແລະ ຄູ່ຮ່ວມຂອງເຂົາເຈົ້າເອງ.

ທ່ານໄດ້ກ່າວວ່າ “ພວກເຮົາຈະຮັບເອົາແຜນຍຸດທະສາດນຶ່ງທີ່ສານຂຶ້ນຮ່ວມກັບທຸກເຄື່ອງມືຂອງອຳນາດແຫ່ງຊາດຂອງພວກເຮົາຢ່າງໃກ້ຊິດຂຶ້ນກວ່າເກົ່າເຊັ່ນ ການທູດ, ກອງທັບ, ການສືບລັບ ກັບບັນດາພັນທະມິດ ແລະ ຄູ່ຮ່ວມຂອງພວກເຮົາ.”

ທ່ານ ບລິງເຄັນ ໄດ້ກ່າວຢໍ້າເຖິງຄຳໝັ້ນສັນຍາຂອງ ສະຫະລັດ ຕໍ່ເສລີພາບໃນການເດີນເຮືອໃນທະ ເລຈີນໃຕ້, ເຊິ່ງເປັນເຂດທີ່ທ່ານໄດ້ກ່າວວ່າ ການກະທຳຂອງ ຈີນ ໄດ້ເປັນໄພຂົ່ມຂູ່ຕໍ່ການເຄື່ອນ ໄຫວຂອງສິນຄ້າມູນຄ່າ 3 ພັນຕື້ໂດລາໃນແຕ່ລະປີ.

ທ່ານ ບລິງເຄັນ ໄດ້ກ່າວວ່າ “ຍ້ອນແນວນັ້ນມັນຈິ່ງມີຄວາມເປັນຫ່ວງຢ່າງຫຼວງຫຼາຍຈາກເອເຊຍຕາເວັນອອກສຽງເໜືອ ຫາ ເອເຊຍຕາເວັນສຽງໃຕ້ ແລະ ຈາກແມ່ນໍ້າຂອງຫາພວກໝູ່ເກາະປາຊີຊິກ ກ່ຽວກັບ ການກະທຳທີ່ດຸຮ້າຍຂອງ ປັກກິ່ງ ໃນການກ່າວອ້າງເອົາທະເລເປີດເປັນຂອງເຂົາເຈົ້າເອງ, ບິດເບືອນຕະຫຼາດທີ່ເປີດ ຜ່ານການຊ່ວຍເຫຼືອດ້ານການເງິນໃຫ້ພວກບໍລິສັດທີ່ດຳເນີນການໂດຍລັດຖະບານຂອງເຂົາເຈົ້າ, ປະຕິເສດການສົ່ງອອກ ຫຼື ຖອນຂໍ້ຕົກລົງສຳລັບປະເທດທີ່ເຂົາເຈົ້າເຫັນດີກັບນະໂຍບາຍ. ພົວພັນໃນກິດຈະກຳການປະມົງທີ່ຜິດກົດໝາຍ, ບໍ່ຖືກລາຍງານ ແລະ ບໍ່ເປັນລະບຽບ. ປະເທດຕ່າງໆໃນທົ່ວພາກພື້ນຢາໃຫ້ການປະພຶດນີ້ປ່ຽນແປງ, ພວກເຮົາກໍຢາກຄືກັນ.”

ຈີນ ໄດ້ແຂ່ງຂັນກັບປະເທດ ບຣູໄນ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະ ຫວຽດນາມ ສຳລັບອຳ ນາດອະທິປະໄຕໃນຫຼາຍພາກສ່ວນຂອງທະເລທີ່ອຸດົມສົມບູນໄປດ້ວຍແຫຼ່ງຊັບພະຍາກອນ, ເຊິ່ງຍາວຢຽດຈາກ ຮົງກົງ ຫາເກາະ ບໍນີໂອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG