ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບ​ລິງ​ເຄັນ ກ່າວຢູ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ ການ​ໂຈມ​ຕີ​ຂອງ​ ຣັດ​ເຊຍ ຕໍ່​ ຢູ​ເຄ​ຣນ ຈະ​ມີ​ຂຶ້ນ​ໃນ​ອີກ​ສອງ-ສາມມື້​ຂ້າງ​ໜ້ານີ້


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສຢູ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ສະຖານະການລະຫວ່າງ ຣັດເຊຍ ແລະ ຢູເຄຣນ ຢູ່ສຳນັກງານໃຫຍ່ ສປຊ, ນະຄອນ ນິວຢອກ, ສະຫະລັດ. 17 ກຸມພາ, 2022.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສຢູ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ສະຖານະການລະຫວ່າງ ຣັດເຊຍ ແລະ ຢູເຄຣນ ຢູ່ສຳນັກງານໃຫຍ່ ສປຊ, ນະຄອນ ນິວຢອກ, ສະຫະລັດ. 17 ກຸມພາ, 2022.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃນວັນພະຫັດວານນີ້ວ່າ ໂລກສາມາດຄາດການ​ໄດ້ທີ່ຈະເຫັນ ຣັດເຊຍ ໂຈມຕີ ຢູເຄຣນ ພາຍໃນບໍ່ເທົ່າໃດວັນຈະມາເຖິງນີ້ ແລະ ວ່າຂໍ້ມູນລັບໄດ້ລະບຸໃຫ້ເຫັນວ່າມັນອາດເກີດຂຶ້ນດ້ວຍຂໍ້ອ້າງ ທີ່ຖືກປັ້ນແຕ່ງຂຶ້ນມາ.

ທ່ານ ບລິງເຄັນ ໄດ້ກ່າວວ່າ “ນີ້ອາດເປັນເຫດການທີ່ຮຸນແຮງທີ່ ຣັດເຊຍ ຈະຖິ້ມໂທດໃສ່ ຢູເຄຣນ, ຫຼື ການກ່າວຫາທີ່ຊົ່ວຮ້າຍທີ່ ຣັດເຊຍ ຈະໃຊ້ຕໍ່ລັດຖະ ບານ ຢູເຄຣນ. ພວກເຮົາບໍ່ຮູ້ຢ່າງແນ່ນອນ ກ່ຽວກັບ ຮູບແບບທີ່ເຂົາເຈົ້າຈະໃຊ້.”

ທ່ານໄດ້ກ່າວວ່າຄວາມເປັນໄປໄດ້ບາງຢ່າງແມ່ນການຈັດສາກ “ວາງລະເບີດກໍ່ການຮ້າຍ” ຢູ່ໃນ ຣັດເຊຍ ຫຼື ການຈັດສາກໂຈມຕີດ້ວຍເຮືອບິນທີ່ບໍ່ມີຄົນຂັບຕໍ່ພົນລະເຮືອນ, ແມ່ນກະທັ້ງການໂຈມຕີດ້ວຍອາວຸດເຄມີແທ້ ກໍອາດເປັນໄປໄດ້.

ທ່ານ ບລິງເຄັນ ໄດ້ເດີນທາງຮອດນະຄອນ ນິວຢອກ ຫຼັງຈາກການປ່ຽນແປງ ແຜນການເດີນທາງຂອງທ່ານນາທີສຸດທ້າຍ ເພື່ອສະແດງໃຫ້ເຫັນຄວາມຈິງຈັງຂອງສະຖານະການນັ້ນ. ທ່ານແມ່ນກຳລັງເດີນທາງໄປພົບປະກັບຜູ້ນຳຄົນອື່ນໆໃນກອງປະຊຸມດ້ານຄວາມໝັ້ນຄົງ ໃນນະຄອນ ມິວນິກ ປະເທດ ເຢຍຣະມັນ ໃນວັນສຸກນີ້.

ທ່ານໄດ້ກ່າວວ່າ “ຂໍ້ມູນຂອງພວກເຮົາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ກອງກຳລັງ ຣັດເຊຍ ຢູ່ເຂດຊາຍແດນ ຢູເຄຣນ, ລວມທັງກອງກຳລັງຢູ່ພື້ນດິນ ແລະ ເຮືອບິນ, ແມ່ນກຳລັງກະກຽມທີ່ຈະເປີດການໂຈມຕີ ຢູເຄຣນ ໃນບໍ່ເທົ່າໃດວັນຈະມາເຖິງນີ້.”

ບັນດາເຈົ້າໜ້າທີ່ ສະຫະລັດ, ລວມທັງທ່ານ ບລິງເຄັນ, ໄດ້ຄາດວ່າກອງກຳລັງ ຣັດເຊຍ ທີ່ຕຽມຕົວຢູ່ເຂດຊາຍແດນ ຢູເຄຣນ ແມ່ນມີຫຼາຍກວ່າາ 150,000 ຄົນ.

ທ່ານໄດ້ກ່າວວ່າການໂຈມຕີຂອງ ຣັດເຊຍ ຈະລວມມີການໂຈມຕີດ້ວຍລູກສອນໄຟ ແລະ ລະເບີດ, ການໂຈມຕີທາງຄອມພິວເຕີ ໃສ່ສະຖາບັນທີ່ສຳຄັນຂອງ ຢູເຄຣນ ແລະ ການໂຈມຕີທາງພື້ນດິນຕໍ່ເປົ້າໝາຍທີ່ສຳຄັນ, ລວມທັງນະຄອນ ຫຼວງ ກີຢິບ, ເຊິ່ງເປັນບ່ອນ​ຢູ່ຂອງປະຊາຊົນເກືອບ 3 ລ້ານຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG