ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານບລິງເກັນ ແລະ ທ່ານອັບບາສ ຈະພົບປະກັນ ຂະນະທີ່ ສະຫະລັດ ຮຽກຮ້ອງໃຫ້ ອິສຣາແອລ ແລະ ປາແລັສໄຕນ໌ ຢູ່​ໃນ​ຄວາມສະຫງົບ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ເຂົ້າຮ່ວມໃນກອງປະຊຸມກັບ ປະທານາທິບໍດີ ອິສຣາແອລ ທ່ານ ອີຊັກ ເຮີຊອກ (Isaac Herzog), ໃນວັນທີ 30 ມັງກອນ 2023 ຢູ່ນະຄອນຫຼວງເຈຣູຊາແລັມ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ເຂົ້າຮ່ວມໃນກອງປະຊຸມກັບ ປະທານາທິບໍດີ ອິສຣາແອລ ທ່ານ ອີຊັກ ເຮີຊອກ (Isaac Herzog), ໃນວັນທີ 30 ມັງກອນ 2023 ຢູ່ນະຄອນຫຼວງເຈຣູຊາແລັມ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂຕນີ ບລິງເກັນ ມີກຳນົດຈະພົບປະກັບປະທານາທິບໍດີຂອງປາແລັສໄຕນ໌ ທ່ານມາມູດ ອັບບາສ ໃນວັນອັງຄານມື້ນີ້ ອັນເປັນສ່ວນນຶ່ງຂອງການເດີນທາງໄປຢ້ຽມຢາມຂົງເຂດດັ່ງກ່າວ ຊຶ່ງທ່ານບລິງເກັນ ໄດ້ຮຽກຮ້ອງຕໍ່ຊາວອິສຣາແອລແລະປາແລັສໄຕນ໌ໃຫ້ຫລຸດ ຜ່ອນຄວາມເຄັ່ງຕຶງ ທ່າມກາງຄວາມຮຸນແຮງທີ່ນອງເລືອດ ລະຫວ່າງທັງສອງຝ່າຍ ມາໄດ້ຫຼາຍປີ.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວວ່າ ທ່ານບລິງເກັນ ຈະປຶກສາຫາລື ກັບເຈົ້າໜ້າທີ່ອະວຸໂສຂອງປາແລັສໄຕນ໌ ເຖິງຄວາມສຳຄັນໃນການແກ້ ໄຂບັນຫາແບບ​ມີສອງປະເທດ ພ້ອມດ້ວຍ ການປະຕິຮູບດ້ານການເມືອງ.

ກ່ອນໜ້າຂອງການເດີນທາງຢ້ຽມຢາມຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫຼື West Bank ຂອງທ່ານນັ້ນ, ທ່ານບລິງເກັນ ກໍໄດ້ພົບປະກັບລັດຖະມົນຕີປ້ອງກັນປະເທດຂອງອິສຣາແອລ ທ່ານໂຢແອບ ກາລານ (Yoav Gallant) ໃນວັນອັງຄານມື້ນີ້ ຢູ່ໃນນະຄອນຫຼວງ ເຈຣູຊາແລັມ ໂດຍກ່າວ ໃນຊ່ວງເລີ້ມຕົ້ນການເຈລະຈາຂອງພວກເພິ່ນ ວ່າ ສະຫະລັດ ໝັ້ນໝາຍຕໍ່ຄວາມໝັ້ນຄົງຂອງອິສຣາແອລ ທີ່ “ຍັງຄົງໜຽວແໜ້ນຢູ່ຄືເກົ່າ.”

ທ່ານບລິງເກັນ ໄດ້ກ່າວໃນວັນຈັນວານນີ້ ພາຍຫຼັງຈາກໄດ້ພົບປະ ກັບນາຍົກ ລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນທັນຢາຮູ ວ່າ ສະຫະລັດ ຍັງຄົງໝັ້ນໝາຍທີ່ຈະໃຫ້ “ຊາວປາແລັສໄຕນ໌ ແລະອິສຣາແອລ ໄດ້ຮັບມາດຕະການຕ່າງໆຂອງ ເສລີພາບ ຄວາມໝັ້ນຄົງ ໂອກາດ ຄວາມຍຸຕິທຳ ແລະກຽດສັກສີ ທີ່ເທົ່າທຽມກັນ.”

“ພວກເຮົາ ຮຽກຮ້ອງຕໍ່ທຸກຝ່າຍ ໃນເວລານີ້ ໃຫ້ເອົາບາດກ້າວຢ່າງຮີບດ່ວນເພື່ອຟື້ນຟູຄວາມສະຫງົບ ໃຫ້ຫລຸດຜ່ອນຄວາມຮຸນແຮງ” ທ່ານບລິງເກັນ ໄດ້ກ່າວ. ທ່ານກ່າວອີກວ່າ “ພວກເຮົາຢາກໃຫ້ໝັ້ນໃຈວ່າ ມີສະພາບແວດລ້ອມທີ່ພວກສາມາດ, ຂ້າພະເຈົ້າຫວັງວ່າ ໃນຈຸດໃດຈຸດນຶ່ງສ້າງຕັ້ງເງື່ອນໄຂຕ່າງໆບ່ອນທີ່ພວກເຮົາສາມາດເລີ້ມຟື້ນຟູຄວາມຮູ້ສຶກຂອງຄວາມປອດໄພ ສຳລັບຊາວອິສຣາແອລ ແລະປາແລັສໄຕນ໌ ເຊັ່ນກັນ ຊຶ່ງແນ່ນອນວ່າ ເປັນສິ່ງທີ່ຂາດແຄນໄປຢ່າງຫຼວງ ຫຼາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG