ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດແຕກ ໃນນະຄອນຫຼວງ ຂອງປະເທດ ຊີເຣຍ


ພາບນີ້ຖືກເປີດເຜີຍໂດຍອົງການຂ່າວ SANA ຂອງທາງການ ຊີເຣຍ ໃນວັນທີ 9 ພຶດສະພາ 2018, ສະແດງໃຫ້ເຫັນແປວໄຟ
ກຳລັງລຸກໄໝ້ຫຼັງຈາກການໂຈມຕີໃນຂົງເຂດເປັນທີ່ຮູ້ຈັກວ່າມີ
ຖານທັບຂອງກອງທັບ ຊີເຣຍ ຫຼາຍແຫ່ງຕັ້ງຢູ່. ເມືອງ ຄິສເວ, ພາກໃຕ້ຂອງນະຄອນຫຼວງ ດາມາສກັສ, ຊີເຣຍ.
ພາບນີ້ຖືກເປີດເຜີຍໂດຍອົງການຂ່າວ SANA ຂອງທາງການ ຊີເຣຍ ໃນວັນທີ 9 ພຶດສະພາ 2018, ສະແດງໃຫ້ເຫັນແປວໄຟ ກຳລັງລຸກໄໝ້ຫຼັງຈາກການໂຈມຕີໃນຂົງເຂດເປັນທີ່ຮູ້ຈັກວ່າມີ ຖານທັບຂອງກອງທັບ ຊີເຣຍ ຫຼາຍແຫ່ງຕັ້ງຢູ່. ເມືອງ ຄິສເວ, ພາກໃຕ້ຂອງນະຄອນຫຼວງ ດາມາສກັສ, ຊີເຣຍ.

ລະເບີດແຕກຢ່າງຮ້າຍແຮງຫຼາຍຄັ້ງ ທີ່ມີທິດທາງມາຈາກສະໜາມບິນຂອງກອງທັບ
ແຫ່ງນຶ່ງ ໄດ້ສົ່ງແສງປະກາຍຢູ່ເທິງທ້ອງຟ້າ ແລະ ດັງສະໜັ່ນຫວັ່ນໄຫວ ໃນນະຄອນ
ຫຼວງ ດາມາສກັສ ປະເທດ ຊີເຣຍ ໃນຕອນເຊົ້າຂອງວັນອາທິດມື້ນີ້, ອີງຕາມລາຍງານ
ຂອງປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ ແລະ ໂທລະພາບລັດຖະບານ.

ການລະເບີດຕ່າງໆສາມາເຫັນ ແລະ ໄດ້ຍິນ ມາຈາກທິດທາງຂອງສະໜາມບິນ
ເມັສເຊ (Mezzeh) ຕັ້ງຢູ່ທິດຕາເວັນຕົກສຽງໃຕ້ຂອງນະຄອນຫຼວງ ດາມາສກັສ. ສະ
ໜາມບິນດັ່ງກ່າວໄດ້ເປັນເປົ້າໝາຍຂອງການໂຈມຕີທາງອາກາດຫຼາຍຄັ້ງ ໃນສອງ
ສາມປີທີ່ຜ່ານມາ ເຊິ່ງລັດຖະບານໄດ້ຖິ້ມໂທດໃສ່ ອິສຣາແອລ.

ໂທລະພາບລັດຖະບານ ອາລ ອີກບາຣີຢາ (Al-Ikhbariya) ໄດ້ສະແດງໃຫ້ເຫັນສິ່ງທີ່
ປາກົດວ່າ ເປັນພາບຖ່າຍຂອງປະຊາຊົນ ໃນທ້ອງຖິ່ນ ທີ່ຖ່າຍເອົາແສງລະເບີດ ທີ່ປະ
ກາຍຂຶ້ນສູ່ທ້ອງຟ້າຫຼາຍຄັ້ງ.

ສະຖານີໂທລະພາບໄດ້ລາຍງານ, ອ້າງອີງເຖິງແຫຼ່ງຂ່າວກອງທັບ ທີ່ບໍ່ອອກຊື່ວ່າ, ລະ
ເບີດຕ່າງໆບໍ່ໄດ້ມາຈາກດ້ານໃນຂອງສະໜາມບິນ ແຕ່ມາຈາກສາງເກັບລະເບີດທີ່ຕັ້ງ
ຢູ່ໃກ້ຄຽງ. ໂທລະພາບດັ່ງກ່າວໄດ້ເວົ້າວ່າ ບັນຫາແມ່ນມາຈາກໄຟຟ້າຊັອດ, ແລະ ໄດ້
ລາຍງານວ່າ ໜ່ວຍສຸກເສີນໄດ້ໄປຮອດຈຸດເກີດເຫດແລ້ວ.

ອົງການສິ້ງຊອມສິດທິມະນຸດ ທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ ກ່າວວ່າ ລະເບີດ
ແຕກແມ່ນມາຈາກດ້ານໃນຂອງຖານທັບອາກາດ ເມັສເຊ ແລະ ເວົ້າວ່າສາເຫດແມ່ນ
ເບິ່ງຄືວ່າ ຈະມາຈາກການໂຈມຕີດ້ວຍລູກສອນໄຟຂອງ ອິສຣາແອລ.

ອິສຣາແອລ ບໍ່ຄ່ອຍຈະຍອມຮັບເອົາການໂຈມຕີຕ່າງໆໃນປະເທດ ຊີເຣຍ ແຕ່ໄດ້ເວົ້າ
ວ່າ ເຂົາເຈົ້າຈະໃຊ້ການປະຕິບັດງານທາງທະຫານ ເພື່ອປ້ອງກັນການຂົນອາວຸດທັງ
ຫຼາຍ ໃຫ້ພວກສັດຕູຂອງເຂົາເຈົ້າ. ອິສຣາແອລ ໄດ້ຕື່ນຕົວຈາກການຂະຫຍາຍການ
ປະຕິບັດງານຂອງ ອີຣ່ານ ແລະ ກຸ່ມ ເຮັສບອລລາ ຂອງ ເລບານອນ ທີ່ສະໜັບສະໜູນ
ປະທານາທິບໍດີ ບາຊາ ອາລ ອາຊາດ ໃນສົງຄາມກາງເມືອງດົນ 7 ປີຂອງ ຊີເຣຍ.

ລະເບີດແຕກຫຼາຍລູກ ໄດ້ມີຂຶ້ນໃນເວລາທີ່ມີຄວາມເຄັ່ງຕຶງ, ໃນຂະນະທີ່ກອງກຳລັງ
ລັດຖະບານ ຊີເຣຍ ໄດ້ກຽມພ້ອມ ທີ່ຈະໂຈມຕີບ່ອນລີ້ໄພແຫ່ງສຸດທ້າຍຂອງຝ່າຍຄ້ານ
ໃນພາກຕາເວັນຕົກສຽງເໜືອ ຂອງປະເທດ. ສະຫະລັດ ໄດ້ເຕືອນລັດຖະບານ
ດາມາສກັສ ຕໍ່ການໃຊ້ອາວຸດເຄມີໃນການຕໍ່ສູ້, ໃນຂະນະທີ່ ດາມາສກັສ ໄດ້ກ່າວຫາ
ວ່າ ສະຫະລັດ ໄດ້ກຽມທີ່ຈະອ້າງການໂຈມຕີດ້ວຍເຄມີ ທີ່ບໍ່ເປັນຄວາມຈິງ ເພື່ອສະ
ແດງເຫດຜົນໃນການປະຕິບັດງານທາງທະຫານຢູ່ ຊີເຣຍ.

ສະຫະລັດ, ຝຣັ່ງ ແລະ ອັງກິດ ໄດ້ໂຈມຕີທີ່ຕັ້ງຂອງກອງທັບຢູ່ອ້ອມນະຄອນຫຼວງ
ດາມາສກັສ ເມື່ອເດືອນເມສາປີນີ້ ຫຼັງຈາກໄດ້ມີການໂຈມຕີດ້ວຍແກັສ ຄລໍຣີນ ໃສ່
ພວກຕໍ່ຕ້ານລັດຖະບານທີ່ຖືກປິດລ້ອມຢູ່ນອກນະຄອນຫຼວງດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG