ກຸ່ມລັດອິສລາມ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບໃນ
ການໂຈມຕີ ດ້ວຍລະເບີດ ແລະ ອາວຸດປືນ ແບບມີການປະສານ
ງານກັນ ໃນວັນພະຫັດມື້ນີ້ ໃນນະຄອນຫຼວງຂອງອິນໂດເນເຊຍ
ທີ່ເຮັດໃຫ້ມີ 7 ຄົນເສຍຊີວິດນັ້ນ ຮວມທັງພວກໂຈມຕີ 5 ຄົນ.
ອົງການຂ່າວ Aamaq ທີ່ເປັນເຄືອຂ່າຍຂອງກຸ່ມລັດອິສລາມ ປະກາດວ່າ ການໂຈມຕີ ທີ່ມີ ຂຶ້ນໃນຄຸ້ມຄົນຮັ່ງມີ ໃນເຂດໃຈກາງນະຄອນຈາກາຕ້າວ່າ “ແນເປົ້າໝາຍໃສ່ຊາວຕ່າງຊາດແລະກອງກຳລັງຮັກສາຄວາມປອດໄພ ທີ່ມີໜ້າທີ່ໃນການຄຸ້ມຄອງພວກເຂົາເຈົ້ານັ້ນ.”
ກ່ອນໜ້ານີ້ ໂຄສົກຂອງອົງການຕຳຫຼວດແຫ່ງຊາດອິນໂດເນເຊຍທ່ານ Anton Charliyan ໄດ້ກ່າວວ່າ ເຄື່ອຂ່າຍຂອງກຸ່ມອິສລາມແມ່ນມີທ່າທາງວ່າເປັນຜູຸ້ຢູ່ເບື້ອງຫລັງການໂຈມຕີໃນຄັ້ງນີ້ ແລະພວກໂຈມຕີແມ່ນມີທ່າທາງວ່າ ພະຍາຍາມຮຽນແບບ ການໂຈມຕີກໍ່ການຮ້າຍທີ່ນະຄອນປາຣີເມື່ອບໍ່ດົນມານີ້.
ຄວາມຮຸນແຮງເລີ້ມຂຶ້ນດ້ວຍເຫດລະເບີດທີ່ເກີດຂຶ້ນເປັນລຳດັບມາ ໃນຕອນເຊົ້າມື້ນີ້ ໃກ້ກັບ ສູນການຄ້າພວກຄົນຮັ່ງ ໂຮງແຮມຫລູຫລາ ສະຖານທູດຕ່າງໆ ແລະຕຶກຫ້ອງການອື່ນໆ. ມີລາຍງານວ່າ ໄດ້ເກີດລະເບີດທັງໝົດ 6 ເທື່ອ.
ພວກຫົວຮຸນແຮງໄດ້ຍິງຕໍ່ສູ້ຢ່າງດຸເດືອດກັບຕຳຫລວດຕະຫລອດມື້. ມາຮອດຕອນບ່າຍມື້ນີ້ ເຈົ້າໜ້າທີ່ປະກາດວ່າ ການໂຈມຕີໄດ້ສິ້ນສຸດລົງແລ້ວ ໂດຍກ່າວວ່າ ພວກຫົວຮຸນແຮງ 5 ຄົນໄດ້ຖືກຂ້າຕາຍ ຕຳຫລວດກ່າວວ່າ ນອກນັ້ນຍັງມີພົນລະເຮືອນອີີກ 2 ຄົນ ພ້ອມດ້ວຍປະຊາຊົນໂຮນລັງຄົນນຶ່ງໄດ້ເສຍຊີວິດ.
ໃນເດືອນທັນວາຜ່ານມາ ເຈົ້າໜ້າທີ່ອິນໂດເນເຊຍໄດ້ຮັບການຂົ່ມຂູ່ຈາກກຸ່ມລັດອິສລາມກ່ຽວກັບການໂຈມຕີດ້ວຍລະເບີດແບບມີການປະສານງານກັນ ທີ່ນະຄອນຫຼວງຈາກກາຕ້າ.
ນັກຂ່າວວີໂອເອປະຈຳອິນໂດເນເຊຍ Frans Demon ລາຍງານວ່າ ໃນລະຫວ່າງເທດສະ ການຄຣິສມັສແລະປີໃໝ່ສາກົນ ກຸ່ມລັດອິສລາມໄດ້ຂົ່ມຂູ່ວ່າ ຈະດຳເນີນການໃນອັນທີ່ພວກເຂົາເອີ້ນວ່າ ຄອນເສີດທີ່ນະຄອນຫຼວງຈາກາຕ້າ ຊຶ່ງໝາຍຄວາມວ່າ ພວກເຂົາຈະໂຈມຕີດ້ວຍລະເບີດຢູ່ຫລາຍໆຈຸດ ໃນເວລາດຽວກັນ.
ເຫດລະເບີດຢ່າງໜ້ອຍນຶ່ງຄັ້ງແມ່ນເກີດຢູ່ໃກ້ໆກັບຮ້ານກາເຟ Starbucks ທີ່ຊາວຕ່າງ
ປະເທດມັກພາກັນໄປກິນນັ້ນ. ຮ້ານກາເຟທີ່ວ່ານີ້ ກ່າວໃນເວລາຕໍ່ມາວ່າ ຕົນໄດ້ປິດຮ້ານ
ທັງໝົດໃນນະຄອນຫຼວງຈາກາຕ້າເພື່ອເປັນມາດຕະການລະມັດລະວັງທາງດ້ານຄວາມປອດໄພ.