ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 36 ຄົນ ເສຍຊີວິດ ແລະບາດເຈັບອີກ 100 ກວ່າຄົນ ໃນການໂຈມຕີ ທີ່ສະໜາມບິນ ປະເທດເທີກີ


ແມ່ຍິງທີ່ໄດ້ຮັບບາດເຈັບຄົນນຶ່ງ ປິດໜ້າຂອງນາງໄວ້ ຂະນະທີ່ພວມຖືກຫາມໂດຍເຈົ້າໜ້າທີ່ີແພດ ໄປໃສ່ລົດໂຮງໝໍ ທີ່ສະໜາມບິນນາໆຊາດ Ataturk ໃນນະຄອນອິສຕັນບູລ ປະເທດເທີກີ.
ແມ່ຍິງທີ່ໄດ້ຮັບບາດເຈັບຄົນນຶ່ງ ປິດໜ້າຂອງນາງໄວ້ ຂະນະທີ່ພວມຖືກຫາມໂດຍເຈົ້າໜ້າທີ່ີແພດ ໄປໃສ່ລົດໂຮງໝໍ ທີ່ສະໜາມບິນນາໆຊາດ Ataturk ໃນນະຄອນອິສຕັນບູລ ປະເທດເທີກີ.

ນາຍົກລັດຖະມົນຕີເທີກີ ທ່ານ Binali Yildirim ໄດ້ອອກຄຳຮຽກຮ້ອງໃຫ້ມີຄວາມສາມັກຄີແຫ່ງຊາດໃນຕອນເຊົ້າວັນພຸດມື້ນີ້ ໃນຂະນະທີ່ປະເທດຂອງທ່ານປະເຊີນໜ້າກັບໂຕເລກຜູ້ເສຍຊີວິດເພີ້ມຂຶ້ນ ຍ້ອນການໂຈມຕີສະຫຼະຊີບ ທີ່ໄດ້ ສັງຫານຢ່າງໜ້ອຍ 36 ຄົນ ຢູ່ທີ່ສະໜາມບິນນາໆຊາດ Ataturk ໃນນະຄອນ ອິສຕັນບູລ.

Eyewitnesses Describe Chaos at Istanbul Airport
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ

ນາຍົກລັດຖະມົນຕີ Yildirim ທີ່ຢືນຄຽງຂ້າງໂດຍສະມາຊິກໃນຄະນະລັດຖະບານຂອງທ່ານ ກ່າວວ່າ ຈຳນວນຜູ້ເສຍຊີວິດແມ່ນຮວມທັງຜູ້ໂຈມຕີດ້ວຍລະເບີດສະຫຼະຊີບ 3 ຄົນ ທີ່ໄປຫາສະໜາມບິນທີ່ແອອັດໄປດ້ວຍຜູ້ຄົນໂດຍລົດແທັກຊີໃນຕອນແລງຂອງວັນອັງຄານວານນີ້ ແລະກໍເລີ້ມຍິງປືນອັດຕະໂນມັດ ເຂົ້າໃສ່ຜູ້ຄົນຢ່າງບໍ່ເລືອກໜ້າ ກ່ອນບີບຄະນວນລະເບີດໃຫ້ແຕກຂຶ້ນ ຂະນະທີ່ຕຳຫຼວດໄປເຂົ້າໃກ້ຈະຮອດ. ທ່ານກ່າວວ່າ ນອກນັ້ນຍັງມີຫລາຍຄົນໄດ້ຮັບບາດເຈັບ ຈຳນວນນຶ່ງແມ່ນມີອາການສາຫັດ. ລັດຖະມົນຕີກະ ຊວງຍຸຕິທຳ ທ່ານ Bekir Bozdag ກ່າວວ່າ ນອກນັ້ນ ຍັງມີຜູ້ໄດ້ຮັບບາດເຈັບອີກ 147 ຄົນ.

Dorian Jones ຜູ້ສື່ຂ່າວວີໂອເອທີ່ນະຄອນອິສຕັນບູລກ່າວວ່າ ນຶ່ງໃນຈຳນວນ ຜູ້ໂຈມຕີ ບີບຄະນວນລະເບີດໃຫ້ແຕກຂຶ້ນຢູ່ນອກຕຶກອາຄານຜູ້ໂດຍສານໄປເຖິງ ຊຶ່ງມີຜູ້ຄົນເປັນຈຳນວນຫຼວງຫຼາຍລໍຖ້າການຂົນສົ່ງ. ສ່ວນຜູ້ໂຈມຕີອີກ 2 ຄົນເຊື່ອກັນວ່າ ພະຍາຍາມບຸກເຂົ້າໄປໃນອາຄານດັ່ງກ່າວ ທີ່ມີການປ້ອງກັນໂດຍກຳລັງຕຳຫຼວດທີ່ຕິດອາວຸດຢ່າງໜາແໜ້ນ ແລະເຄື່ອງເອກສະເຣນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG