ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

19 ຄົນ ເສຍຊີວິດ ໃນເຫດໂຈມຕີ ຂະບວນລົດ ພວກສະແຫວງບຸນ ໃນປາກີສຖານ


ລົດທີ່ໄດ້ຮັບຄວາມເສຍຫາຍ ຈາກການວາງລະເບີດ
ລົດທີ່ໄດ້ຮັບຄວາມເສຍຫາຍ ຈາກການວາງລະເບີດ
ເຈົ້າໜ້າ​ທີ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກີ​ສຖານ​ເວົ້າ​ວ່າ ​ໄດ້​ມີ​ການ​ໂຈມ​ຕີຂະ​ບວນ ລົດ​ເມສາ​ມຄັນດ້ວຍ​ລະ​ເບີດ ທີ່​ໄດ້​ສັງຫານ​ນັກສະ​ແຫວ​ງ ບຸນນິກາຍ Shi’ite ຢູ່ເທິງ​ລົດ​ເມ​ ຢ່າ​ງໜ້ອຍ 19 ຄົນ ​ໃນ​ວັນ​ອາທິດ​ມື້​ນີ້.

​ເຈົ້າໜ້າ​ທີ່​ເວົ້າ​ອີກ​ວ່າ ອີກ 25 ຄົນ​ບາດ​ເຈັບ ​ແລະ​ບາງ​ຄົນ​ມີ​ອາການ ສາຫັດ ​ໃນ​ການ​ໂຈມ​ຕີ ດ້ວຍລະ​ເບີດທີ່​ບີບ​ຂະ​ນວນ​ໄລຍະ​ໄກ ຊຶ່ງ​ເກີດຂຶ້ນ ທີ່​ເມືອງ Mastung ​ແຂວງ Baluchistan​.

​ເຫດລະ​ເບີດ​ຄັ້ງ​ນີ້ ຍັງ​ຜົນ​ໃຫ້​ລົດ​ເມ​ຄັນ​ນຶ່ງພັງ​ພິນາດ ​ແລະ​ອີກ​ຄັນ​ນຶ່ງ ເສຍ​ຫາຍ​ໜັກ.

ທາງ​ການ​ປາ​ກີ​ສຖານ​ເວົ້າ​ວ່າ ລົດ​ເມ​ໂດຍສານ​ດັ່ງກ່າວ ບັນທຸກ​ນັກສະ​ແຫວ​ງບຸນ​ໄປ​ຍັງ ​ປະ​ເທດ​ອິຣ່ານ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ຊາວ Shi’ite ອາ​ໄສ​ຢູ່​ເປັນສ່ວນ​ໃຫຍ່ ​ແລະ​ເປັນ​ປາຍ ທາງ​ທີ່​ມີ​ຊື່​ສຽງ​ສໍາລັບພວກ​ສະ​ແຫວ​ງບຸນ​ທາງສາສະໜາ. ປາ​ກີ​ສຖານ​ເປັນ​ປະ​ເທດ​ທີ່​ມີ ຊາວ​ມູສລິ​ມນິກາຍຊຸນ​ນີ ອາໄສຢູ່​ເປັນ​ສ່ວນ​ໃຫຍ່.

​ຍັງ​ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສໍາລັບ​ການ​ໂຈມ​ຕີ​ຄັ້ງ​ນີ້ເທື່ອ.

​ແ​ຂວງ Baluchistan ​ເປັນ​ທີ່​ໝັ້ນ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ​ໂຮ​ມທັງ​ກຸ່ມ​ນຶ່ງ​ທີ່​ນິຍົມ​ພວກ​ນິຍົມ​ຕາ​ລິ​ບານ ​ແລະ​ພວກ​ແບ່ງ​ແຍກ​ດິນ​ແດນ​ຊາວ​ Baluch ທີ່ທໍາ​ການ​ສູ້​ລົບ​ລະດັບ​ຕໍ່າ ​ໂດຍ​ຫວັງ​ທີ່​ຈະ​ໄດ້​ຮັບສິດ​ໃນ​ການ​ປົກຄອງ​ຕົນ​ເອງ​ທາງ​ການ​ເມືອງ ​ແລະໄດ້​ຮັບສ່ວນ​ແບ່ງ​ຜົນ​ກໍາ​ໄລ ຫລາຍ​ຂຶ້ນຈາກ​ຊັບ​ພະຍາກອນ​ທໍາ​ມະ​ຊາດ​ຂອງ​ຂົງ​ເຂດ​ນັ້ນ.
XS
SM
MD
LG