ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ເກີດເຫດລະເບີດ ໃນຕະຫຼາດ ທີ່ມີຜູ້ຄົນ ໜາແໜ້ນ ນອກນະຄອນຫຼວງ ຂອງຊີເຣຍ (ວີດີໂອ)


ພວກສະມາຊິກປ້ອງກັນພົນລະເຮືອນ ພະຍາຍາມມອດໄຟ ຫຼັງຈາກ ພວກນັກເຄື່ອນໄຫວ ອ້າງວ່າ ເປັນການລະເບີດໃນລົດ ທີ່ຕະຫຼາດ ໃນເມືອງ Douma ໃກ້ກັບນະຄອນຫຼວງ ດາມັສກັສ ຂອງຊີເຣຍ, ວັນທີ 28 ມິຖຸນາ 2014.

ລະ​ເບີດ​ໃນ​ລົດ​ຄັນ​ນຶ່ງ​ໄດ້ແຕກ​ຂຶ້ນ ​ໃນ​ເຂດ​ຊານ​ເມືອງ​ແຫ່ງ​ນຶ່ງ​
ຂອງນະຄອນ​ຫຼວງ​ດາ​ມັສກັສ ທີ່ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ
ກະບົດ ​ໃນວັນ​ເສົາ​ວານ​ນີ້ ​ເຮັດ​ໃຫ້​ປະຊາຊົນເສຍ​ຊີວິດ ​ຢ່າງ​
ໜ້ອຍ 2 ຄົນ ​ ​ແລະບາດ​ເຈັບ​ຕື່ມ​ອີກ​ຫຼາຍ​ຄົນ.

ພວກ​ເຫັນ​ເຫດການແລະ​ພວກ​ນັກ​ເຄື່ອນ​ໄຫວ​ເວົ້າ​ວ່າ​ ເຫດ
ລະເບີດດັ່ງກ່າວ​ເກີດ​ຂຶ້ນ ຢູ່​ຕະຫຼາດທີ່​ມີ​ຜູ້​ຄົນ​ອັ່ງ​ອໍ​ໜາ​ແໜ້ນ
​ໃນ​ເມືອງ Douma.

ບໍ່​ມີ​ຜູ້​ໃດ ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ​ໃນ​ເວລາ​ນີ້. ກຸ່ມຈັດຕັ້ງລັດ​ອິສລາມ​ໃນ​ອີຣັກ ​
ແລະ Levant ຫຼື ISIL ຊຶ່ງ​ແຍກ​ອອກມາ​ຈາກ​ເຄືອ​ຂ່າຍ ອາລກາ​ອິດາ ມີການ​ຂັນ​ແຂ່ງ​
ກັນຢູ່ທີ່ນັ້ນ ກັບພວກກຸ່ມອື່ນໆ ທີ່ກຳລັງສູ້ລົບ ເພື່ອໂຄ່ນລົ້ມ ປະທານາທິບໍດີ Bashar
al-Assad ​ແຫ່ງ​ຊີ​ເຣຍ ອອກ​ຈາກ​ອຳນາດ​.

ກຸ່ມ ISIL ຍັງ​ໄດ້​ຍຶດ​ເອົາ​ຫຼາຍເຂດໃຫຍ່ໆໃນ​ພາກ​ເໜືອ​ຂອງ​ອີຣັກເຊັ່ນ​ກັນ ​ແລະຂົ່ມຂູ່​ທີ່
​ຈະ​ຍຶດ​ເອົາ​ນະຄອນຫລວງ​ແບັກ​ແດດ ​ໃນ​ເວລາ​ນີ້.

ທຳນຽບຂາວ ​ໄດ້ຮ້ອງ​ຂໍ​ງົບປະມານ 500 ລ້ານ​ດອນ​ລາ​ຈາກ​ລັດຖະ ສະພາ ​ເພື່ອ​ນຳ​ໄປ​ປະກອບ​ອາວຸດ ​ແລະ​ເຝິກ​ແອບ​ພວກ​ຝ່າຍ​ຄ້ານ​ຫົວ​ພໍ​ປານ​ກາງ​ຊີ​ເຣຍ ທີ່​ກຳລັງ​ທຳ​ການ​
ຕໍ່ສູ້​ກັບ​ພວກ​ກຸ່ມ ISIL ​ແລ​ະພວກ​ຫົວຮຸນແຮງ​ຈັດ​ອື່ນໆ​ນັ້ນ.

​ໃນ​ວັນ​ເສົາ​ວານ​ນີ້​ເຊັ່ນ​ກັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້ໄປຢ້ຽມຢາມ​ນະຄອນ Jeddah ​ເພື່ອ​ເຂົ້າ​ຮ່ວມ​ໃນ​ອັນ​ທີ່​ກະຊວງການ​ຕ່າງປະ​ເທດ
ສະຫະ​ລັດ ​ເອີ້ນ​ວ່າ ການ​ໂອ້​ລົມ​ສົນທະນາ​ໃນ​ທາງ​ບວກ ​ແລະ​ອົບ​ອຸ່ນ ກ່ຽວ​ກັບ​ວິ​ກິດ​ການ​
ໃນ​ຊີ​ເຣຍ ​ແລະ​ໃນ​ອີຣັກ ກັບ​ກະສັດ Abdullah ​ແຫ່ງ​ຊາ​ອຸ​ດີ​ອາ​ເຣເບຍ​.

​ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ຈາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ກະສັດ ອັບ​ດູລລາ ​
ໄດ້ຊົງ​ກ່າວ​ຕໍ່​ທ່ານ Kerry ວ່າ ຊາ​ອຸ​ດີ ອາ​ເຣ​ເບຍ​ກຳລັງ​ເອົາ​ບາດກ້າວ​ຕ່າງໆ ​ເພື່ອ​ຮັບ​ມື​
ກັບ​ການ​ຂົ່ມຂູ່​ຂອງ​ພວກ ISIL ​ແຕ່​ເຈົ້າ​ໜ້າ​ທີ່​ທ່ານ​ນີ້ ບໍ່​ໄດ້​ແຈ້ງ​ລາຍ​ລະອຽດ​ໃຫ້​ຊາບ ​
ໂດຍ​ອ້າງ​ເຫດຜົນ​ທາງ​ດ້ານ​ຄວາມ​ປອດ​ໄພ.

ທ່ານ John Kerry ​ໄດ້​ໃຊ້​ເວລາ​ສ່ວນ​ຫຼາຍ​ຂອງ​ທ່ານ ​ໃນ​ສັບປະດາ​ຜ່ານ​ມາ ​ຢູ່ໃນ​ພາກ​
ຕາ​ເວັນ​ອອກ​ກາງ ​ເພື່ອ​ຊຸກຍູ້ໃຫ້​ພວກ​ຜູ້ນຳ​ໃນ​ພາກພື້ນ ​ແກ້​ໄຂ​ບັນຫາ​ກັບ​ການ​ຂົ່ມຂູ່​ຂອງ​
ພວກ​ນັກ​ຕໍ່ສູ້ຫົວ​ຮຸນ​ແຮງ​ອິສລາມ​ນີ້.

syria29june14
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG