ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລະເບີດແຕກ ຢູ່ວັດ ອິສລາມ ໃນລັດ ມິນເນໂຊຕ້າ ມີສາເຫດ ມາຈາກ ວັດຖຸລະເບີດ


ຕຶກ J. Edgar Hoover ສຳນັກງານໃຫຍ່ອົງການ FBI, ໃນນະຄອນຫຼວງ ວໍຊິງຕັນ.
ຕຶກ J. Edgar Hoover ສຳນັກງານໃຫຍ່ອົງການ FBI, ໃນນະຄອນຫຼວງ ວໍຊິງຕັນ.

ເຈົ້າໜ້າທີ່ຄົນໜຶ່ງຈາກອົງການ FBI ກ່າວວ່າ ລະເບີດແຕກທີ່ວັດອິສລາມ ໃນລັດ
Minnesota ເມື່ອວັນເສົາວານນີ້ ມີສາເຫດມາຈາກວວວັດຖຸລະເບີດ.

ບໍ່ມີໃຜໄດ້ຮັບບາດເຈັບຈາກການລະເບີດທີ່ສູນອິສລາມ Al-Farooq ໃນເມືອງ
Bloomington.

ທ່ານ Rick Thornton, ເຈົ້າໜ້າທີ່ປະຕິບັດການພິເສດຂອງອົງການ FBI ທີ່ຮັບຜິດ
ຊອບ ກ່ຽວກັບ ການສືບສວນສອບສວນໄດ້ກ່າວຕໍ່ບັນດານັກຂ່າວໃນວັນເສົາວານນີ້.
ທ່ານເວົ້າວ່າ “ເຖິງຈຸດນີ້, ຈຸດເພັ່ງເລັງຂອງພວກເຮົາແມ່ນເພື່ອພິຈາລະນາວ່າ ໃຜເປັນ
ຜູ້ລົງມືເຮັດ ແລະ ຍ້ອນຫຍັງ.” “ມັນແມ່ນອາຊະກຳຄວາມຄຽດຊັງບໍ? ຫຼື ມັນແມ່ນການ
ກະທຳກໍ່ການຮ້າຍ? ນັ້ນແມ່ນສິ່ງທີ່ການສືບສວນສອບສວນຈະພິຈາລະນາເບິ່ງ.”

ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ໄດ້ເປີດເຜີຍຖະແຫຼງການສະບັບ
ໜຶ່ງວ່າ ເຂົາເຈົ້າ “ໄດ້ຕິດຕໍ່ຢ່າງໃກ້ຊິດ” ກັບລັດຖະບານກາງ, ອຳນາດການປົກຄອງລັດ
ແລະ ທ້ອງຖິ່ນ ໃນຂະນະທີ່ການສືບສວນສອບສວນກຳລັງດຳເນີນຢູ່. ເຂົາເຈົ້າໄດ້ກ່າວ
ວ່າ ກະຊວງສະໜັບສະໜູນ “ຢ່າງເຕັມທີ່ຕໍ່ສິດທິຂອງທຸກໆຄົນ ເພື່ອບູຊາສິ່ງທີ່ເຂົາເຈົ້າ
ເລືອກເຊື່ອຖືຢ່າງເປັນອິດສະຫຼະ ແລະ ຢ່າງປອດໄພ ແລະ ພວກເຮົາກ່າວປະນາມການ
ໂຈມຕີຕໍ່ທຸກໆສະຖາບັນສາສະໜາຢ່າງຮຸນແຮງ.”

ຖະແຫຼງການໄດ້ສືບຕໍ່ເວົ້າວ່າ “ພວກເຮົາຮູ້ສຶກດີໃຈ ທີ່ບໍ່ມີໃຜໄດ້ຮັບບາດເຈັບ, ແຕ່ສິ່ງນັ້ນ
ບໍ່ໄດ້ຫຼຸດຜ່ອນຄວາມຮ້າຍແຮງຂອງການກະທຳນີ້.”

ລະເບີດໄດ້ແຕກຂຶ້ນ ບໍ່ດົນຫຼັງຈາກ 5 ໂມງເຊົ້າ,​ ໃນເວລາທີ່ພວກໄປນະມັດສະການກຸ່ມ
ນ້ອຍໄດ້ໄປເຕົ້າໂຮມກັນຢູ່ທີ່ນັ້ນ.

ຜູ້ຈັດການຂອງວັດອິສລາມ ກ່ອນໜ້ານີ້ ໄດ້ເອີ້ນມັນວ່າ ເປັນການໂຈມຕີ ແລະ ວ່າ ຜູ້
ຕ້ອງສົງໄສແມ່ນຜູ້ຊາຍ ທີ່ຖືກສັງເກດເຫັນຢູ່ນອກວັດອິສລາມ ອາດມີສ່ວນຮ່ວມໃນເວ
ລາທີ່ເກີດການລະເບີດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG