ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ຫຼາຍ​ກວ່າ 30 ຄົນ ​ບາດ​ເຈັບ ​ໃນເຫດລະເບີດ ຢູ່ ​ປາ​ກິ​ສຖານ


ເຈົ້າໜ້າທີ່ປາກິສຖານ ຢ້ຽມຢາມສະຖານທີ່ເກີດເຫດລະເບີດ ໃນນະຄອນ Lahore, ປາກິສຖານ, 7 ສິງຫາ, 2017.
ເຈົ້າໜ້າທີ່ປາກິສຖານ ຢ້ຽມຢາມສະຖານທີ່ເກີດເຫດລະເບີດ ໃນນະຄອນ Lahore, ປາກິສຖານ, 7 ສິງຫາ, 2017.

ລະ​ເບີ​ດລົດບັນ​ທຸກ ​ໄດ້​ເຮັດ​ໃຫ້​ຫຼາຍ​ກວ່າ 30 ຄົນ​ບາດ​ເຈັບ ​ຢູ່​ປາ​ກິ​ສຖານ ໃນ​ແລງ​
ວັນ​ຈັນ​ວານ​ນີ້ ໃນ​ເຫດ​ລະ​ເບີດຫຼ້າ​ສຸດ ທີ່ເມືອງ Lahore ທາງ​ພາກ​ຕາ​ເວັນ​ອອກ​ຂອງ​
ປະ​ເທດ.

“ລະ​ເບີດ​ໄດ້​ຖືກ​ຫ້າງ​ໄວ້​ຂ້າງ​ໃນ​ລົດ​ບັນທຸກພວກ​ໝາກໄມ້ທັງຫຼາຍ,” ນັ້ນຄື​ຄຳ​ເວົ້າ
ຂອງ​ທ່ານ Abdullah Khan Sumbal ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ​ໃນເມືອງ
Lahore ​ໄດ້ກ່າວ​ໄວ້.

ທ່ານ Sumbal ​ໄດ້ກ່າວເພີ່ມ​ຕື່ມວ່າ “ມີ​ຢ່າງ​ນ້ອຍ 34 ຄົນ ​ໄດ້​ຮັບ​ບາດ​ເຈັບ ຊຶ່ງ​ສ່ວນ​
ໃຫຍ່​ແມ່ນ​ຜູ້​ຄົນ ທີ່​ເດີນ​ຜ່ານ​ແຖວ​ນັ້ນ.”​

ເມືອງ Lahore ​ແມ່ນ​ເປັນ​ເມືອ​ງຫຼວງ​ຂອງ​ແຂວງ Punjab ຊຶ່ງ​ເປັນ​ຖານອຳນາດ​ຂອງ
ນາຍົກລັດຖະມົນຕີຄົນກ່ອນ ທ່ານ Nawaz Sharif. ສານ​ສູງ​ສຸດ​ໄດ້ປົດ​ທ່ານ Sharif ​
ໃນ​ຕົ້ນ​ເດືອນ​ນີ້ ​ຍ້ອນ​ປິດ​ບັງ​ຊັບ​ສິນ​ໃນ​ຕ່າງປະ​ເທດ. ​ເຫດລະ​ເບີດ ​ໄດ້​ແຕກ​ຂຶ້ນ​ໃນເຂດ
​ເລືອກ​ຕັ້ງ​ຂອງ​ທ່ານ ​ແລະ​ປັດຈຸບັນ​ນີ້ ກຳລັງ​ມີ​ການ​ແຂ່ງຂັນ​ກັນ​ຢູ່ ຫຼັງ​ຈາກ​ທີ່​ທ່ານ​ຖືກ
ປົດ.

​ທ່ານ Sharif ​ໄດ້​ວາງ​ແຜນການ​ທີ່​ຈະ​ເດີນທາງ ​ໄປ​ຍັງເມືອງ Lahore ຈາກ​ນະຄອນ Islamabad ​ໃນ​ວັນ​ພຸດ ມື້​ອື່ນ​ນີ້.

ການໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະ​ຊີບໃນ​ເດືອນ​ແລ້ວ​ນີ້ ຈາກ​ກຸ່ມ​ຫົວ​ຮຸນ​ແຮງຕາ​ລີ​ບານ​
ໃນປາກິ​ສຖານ ໄດ້ສັງ​ຫານ​ຢ່າງ​ນ້ອຍ 25 ຄົນ ​ໃນ​ເມືອ​ງ Lahore ຊຶ່ງ​ສ່ວນ​ໃຫຍ່​ແມ່ນ
​ພວກ​ຕຳຫຼວດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG