ສື່ມວນຊົນຂອງທາງການຈີນ ກ່າວວ່າ ໄດ້ເກີດເຫດລະເບີດທີ່ບໍ່
ຮ້າຍແຮງຢ່າງຕໍ່ເນຶ່ອງກັນ ຢູ່ນອກຫ້ອງການຂອງພັກຄອມມິວນິສ
ຢູ່ຫົວເມືອງແຫ່ງນຶ່ງໃນພາກເໜືອຂອງປະເທດ ເຮັດໃຫ້ຄົນນຶ່ງ
ເສຍຊີວິດ ແລະອີກແປດຄົນໄດ້ຮັບບາດເຈັບ.
ອົງການຂ່າວຊິນຫົວ ຂອງທາງການຈີນ ກ່າວວ່າ ລະເບີດຂະ
ໜາດນ້ອຍ ຊຶ່ງປະ ກົດວ່າເປັນລະເບີດທີ່ເຮັດເອົາເອງ ໄດ້ແຕກ
ໃນຕອນເຊົ້າວັນພຸດມື້ນີ້ ຢູ່ນອກຫ້ອງ ການຄະນະກຳມະການ
ພັກ ປະຈຳແຂວງ Shanxi ໃນເມືອງ Taiyuan.
ສະເກັດລະເບີດ ແລະເຫລັກຕະປູ ໄດ້ຖືກພົບເຫັນຢາຍກັນຢູ່
ຕາມບ່ອນເກີດເຫດ ພາໃຫ້ອົງການຂ່າວຊິນຫົວລາຍງານວ່າ
ເຫດລະເບີດນີ້ເກີດມາຈາກ “ລະເບີດທີ່ເຮັດເອົາເອງ.” ວັດຖຸ
ເຫຼົ່ານີ້ ມັກຈະຖືກໃຊ້ເພື່ອຊ່ວຍເຮັດໃຫ້ເກີດຄວາມເສຍຫາຍ
ຫຼາຍທີ່ສຸດແກ່ຜູ້ທີ່ຢ່າງຜ່ານໄປມາ.
ຜູ້ເຫັນເຫດການຄົນນຶ່ງ ກ່າວຕໍ່ອົງການຂ່າວຊິນຫົວວ່າ ລາວ
ກໍາລັງລໍຖ້າໄຟສັນ ຍານຢູ່ຕໍ່ໜ້າຕຶກ ເວລາລາວເຫັນລົດຕູ້ນ້ອຍຄັນນຶ່ງລະເບີດຂື້ນ. ສ່ວນ
ຄົນອື່ນໆ ກ່າວວ່າ ໄດ້ຍິນສຽງລະເບີດແຕກຂຶ້ນເຖິງເຈັດເທື່ອ. ຮູບພາບຈາກສື່ສັງຄົມສະ
ແດງໃຫ້ເຫັນວ່າມີລົດຫລາຍໆຄັນໄດ້ຮັບຄວາມເສຍຫາຍເລັກນ້ອຍ ເຊັ່ນວ່າ ປ່ອງຢ້ຽມ
ແຕກເປັນຕົ້ນ.
ເຫດຮ້າຍນີ້ເກີດຂື້ນພຽງນຶ່ງອາທິດຫລັງຈາກລົດຄັນນຶ່ງໄດ້ແລ່ນຕໍາຄົນຕາຍແລະ ເກີດ
ລະເບີດຂຶ້ນ ທີ່ຈະຕຸລັດ Tiananmen ໃນກຸງປັກກິ່ງ ທີ່ລັດຖະບານໄດ້ຖິ້ມ ໂທດໃສ່
ພວກມຸສລິມແບ່ງແຍກດິນແດນ.
ເມື່ອມີການຖາມວ່າ ເຫດຮ້າຍທັງສອງກໍລະນີນີ້ກ່ຽວພັນກັນບໍ? ໂຄສົກກະຊວງການ
ຕ່າງປະເທດຈີນ ທ່ານ Hong Lei ກ່າວວ່າ ຕຳຫຼວດຍັງບໍ່ທັນແນ່ໃຈເທື່ອ.