ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຈັບກຸມ ຜູ້ນຳ ພັກການເມືອງ ໃນເທີກີ ເຮັດໃຫ້ນາໆຊາດ ຕິຕຽນ


ຕຳຫລວດຈັບກຸມຜູ້ປະທ້ວງຄົນນຶ່ງ ຫລັງຈາກເຫດລະເບີດແຕກ ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງປະເທດເທີກີ.
ຕຳຫລວດຈັບກຸມຜູ້ປະທ້ວງຄົນນຶ່ງ ຫລັງຈາກເຫດລະເບີດແຕກ ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງປະເທດເທີກີ.

ສະຫະລັດ​ຮ່ວມ​ກັບ​ບັນດາ​ປະ​ເທ​ດອື່ນໆ​ ໃນ​ວັນ​ສຸກ​ວານ​ນີ້ ຮວມທັງ​ຝຣັ່ງ ​ເຢຣະ​ມັນ​ແລະ​ອັງກິດ ພ້ອມ​ທັງສະຫະ​ປະຊາ​ຊາດ ໄດ້​ພາກັນສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຈັບ​ກຸມພວກ​ນັກ​ການ​ເ​ມື​ອງທີ່ນິຍົມ​ຊາວເຄີ​ດ ​ຂອງເທິ​ກີ ແລະການ​ຫ້າມໃຊ້​ອິນ​ເຕີ​ແນັດ.

ຫລັງຈາກ​ໄດ້​ມີການ​ບຸກ​ເຂົ້າ​ໄປຄົ້ນ​ໃນ​ຕອນ​ກາງ​ຄືນ​ແ​ລ້ວ ຕຳຫລວດ​ເທີ​ກີ​ໄດ້​ຈັບ​ກຸມ​ສະ​ມາ​ຊິກ​ສະພາ​ສິບກວ່າ​ຄົນ ​ທີ່ສະໜັບສະໜູນພັກ​ປະຊາຊົນ​ປະຊາທິປະ​ໄຕ​ ທີ່ນິຍົມ​ຊາວເຄີ​ດ ຫຼື HPD ທີ່​ເປັນ​ພັກ​ການ​ເມືອງ​ໃຫຍ່​ອັນ​ດັບ​ສາມ​ຂອງ​ປະ​ເທດ. ຮວ​ມຢູ່​ໃນ​ບັນດາ​ຜູ້​ຖືກ​ຈັບ ກໍ​ມີ​ຜູ້ນຳທັງ​ສອງ​ຂອງ​ພັກ HPD ທ່ານ Salahattin Demirtas ​ແລະ​ທ່ານ Figen Yuksekdag.

ທ່ານ John Kirby ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ວ່າ “ເຫດ​ການດັ່ງ ກ່າວ​ ໄດ້​ພາໃຫ້​ຮອງ​ລັດຖະມົນຕີ​ຕ່າງປະ​ເທດສະຫະລັດທ່ານ Antony Blinken ​ໄດ້​ໂອ້ ​ລົມ​ກັບ​ຄູ່​ຕຳ​ແໜ່​ງຝ່າຍ​ເທີ​ກີ​ ເພື່ອສະ​ແດງ​ຄວາມ​ເປັນ​ຫ່ວງ​ໂດຍຂໍຮ້ອງ Ankara ​ໃຫ້

“​ເສີມ​ສ້າງ​ຄວາ​ມ​ເຊື່ອໝັ້ນ​ຂອງສາທາລະນະ​ຊົນ​ຕໍ່​ການ​ປົກ ຄອງ​ດ້ວຍຕົວ​ບົດກົດໝາຍ.”

ທ່ານ Kirby ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ຂະນະ​ທີ່​ເວົ້າ​ເຖິງ ​ເທີ​ກີ​ວ່າ “​ເປັນ​ເພື່ອນແລະພັນ
ທະ​ມິດ” ​ໂດຍ​ກ່າວ​ວ່າ “ສະຫະລັດ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ​ກ່ຽວ​ກັບ​ການ​ກັກ​ຂັງສະມາຊິກ ສະພາພັກຝ່າຍ​ຄ້ານຂອງ​ລັດຖະບານ​ເທີ​ກີ ຮວມທັງ ​ ​ປະທານຮ່ວມ​ຂອງ​ພັກ HDP ​ແລະ
ການ​ຈຳກັດ​ຂອງ​ລັດຖະບານ​ຕໍ່ການໃຊ້ອິນ​ເຕີ​ແນັດ​ໃນປັດ​ຈຸ​ບັນນີ້."

ບໍ່​ເທົ່​ໃດ​ຊົ່ວ​ໂມງຕໍ່​ມາ​ຫລັງ​ຈາກ​ການ​ຈັບ​ກຸມ​ແລ້ວ ລ​ະ​ເບີດ​ລົດກໍ​ໄດ້​ແຕກ​ຂຶ້ນ​ຊຶ່ງ​ໄດ້ສັງຫານ​ເກົ້າ​ຄົນ ​ແລະເຮັດ​ໃຫ້​ຫລາຍ​ກວ່າ 100 ຄົນບາດ​ເຈັບ​ຢູ່​ໃກ້​ກັບ​ປ້ອມ​ ​ຕຳຫລວດແຫ່ງ​ນຶ່ງ ​ໃນ​ເມືອງ Diyarbakir ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ ບ່ອນ​ທີສະມາຊິກ​ສະພາ​ຈຳນວນ​ນຶ່ງ ​ຖືກ​ກັກ​ຂັງ​ໄວ້.

ແມ່ຍິງຄົນນຶ່ງມີປະຕິກິລິຍາ ທີເຫນຕຶກພັກພາອາໄສຂອງລາວຖືກລະເບີດເພພັງ.
ແມ່ຍິງຄົນນຶ່ງມີປະຕິກິລິຍາ ທີເຫນຕຶກພັກພາອາໄສຂອງລາວຖືກລະເບີດເພພັງ.

ນາຍົກລັດຖະມົນຕີ​ເທີ​ກີທ່ານ Binali Yildirim ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງຊາວ ​ເຄີ​ດ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ວາງ​ລະ​ເບີ​ດ ​ແລະ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ນຶ່ງ ທີ່​ເປັນ​ສະ ມາຊິກຂອງພວກ​ນອກ​ກົດໝາຍ ພັກ​ກຳມະກອນ​ຊາວ​ເຄີ​ດ ຫຼື PKK ​ໄດ້ເສຍ​ຊີ ວິດ​ໃນ​ເຫດ​ລະ​ເບີດ​ແຕກ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຕໍ່​ມາ​ໃນ​ວັນ​ສຸກວານ​ນີ້ ​ກຸ່ມ​ລັດ​ອິສ ລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ກ່ຽວ​ກັບ​ການ​ໂຈມ​ຕີດັ່ງກ່າວ.

ບັນ​ດາສະມາຊິກສະພາ​ຂອງ​ພັກ HDP ​ໄດ້​ຖືກນຳ​ໂຕ​ໄປ​ກັກ​ຂັງ​ຫລັງ​ຈາກບໍ່​ໄດ້ ສະໜອງ​ຕອບ ຕໍ່ການ​ຮຽກ​ໂຕ​ຂອງພວກໄອ​ຍະ​ການ ເພື່ອ​ໃຫ້ພວກ​ເຂົາ​ເຈົ້າ​ໃຫ້ການ ​ກ່ຽວ​ກັບ​ຄະດີ
ການໂຄສະນາ​ຊວນ​ເຊື່ອຂອງ​ພວກ​ກໍ່​ການ​ຮ້າຍ ອີງ​ຕາມ​ຖະ​ແຫລ​ງການ ​ທີ່​ນຳອອກ​ເຜີຍ​ແ​ຜ່ໂດຍ​ຫ້ອງການລັດຖະບານ. ​

​ໂຄສົກຂອງ​ພັກ HDP ທ່ານ Ayhan Bilgen ຮ້ອງ​ການ​ກັກ​ຂັງ​ນີ້ວ່າ ​ເປັນ​ຄວາມ​ພະຍາ
ຍາມ​ເພື່ອ​ຍຸ​ແຍ່​ໃຫ້​ເກີດ​ສົງຄາມ​ກາງ​ເມືອງ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Blast Targets Turkish Police Headquarters in Diyarbakir
please wait

No media source currently available

0:00 0:01:07 0:00

XS
SM
MD
LG