ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດ ທີ່ນະຄອນ Kyiv ສັງຫານ ຜູ້ຊາຍ ຈໍເຈຍ ຄົນນຶ່ງ


ພວກນັກສືບ ກຳລັງເຮັດວຽກ ໃກ້ກັບລົດ ທີ່ໄດ້ຮັບຄວາມເສຍຫາຍ ຈາກເຫດລະເບີດ ໃນເຂດໃຈກາງ ນະຄອນຫລວງ Kyiv. (8 ກັນຍາ 2017)
ພວກນັກສືບ ກຳລັງເຮັດວຽກ ໃກ້ກັບລົດ ທີ່ໄດ້ຮັບຄວາມເສຍຫາຍ ຈາກເຫດລະເບີດ ໃນເຂດໃຈກາງ ນະຄອນຫລວງ Kyiv. (8 ກັນຍາ 2017)

ມີ​ລາຍ​ງານ​ວ່າ ປະຊາຊົນ​ຊາວ​ຈໍ​ເຈຍ​ຄົນ​ນຶ່ງ​ ໄດ້​ເສຍ​ຊີວິດ ​ໃນ​ເຫດ​ລະ​ເບີດ​ລົດ ທີ່​ນະ
ຄອນຫລວງ Kyiv ຂອງ​ຢູ​ເຄຣນ.

ກະຊວງ​ພາຍ​ໃນ ​ຂອງ​ຢູ​ເຄຣນ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ​ອຸບປະກອນລະ​ເບີດ ​ໄດ້
​ແຕກ​ຂຶ້ນຢູ່ໃນ​ລົດ​ໂຕ​ໂຢຕາ Camry ສີດຳ​ຄັນ​ນຶ່ງ ​ໃນ​ຊົ່ວ​ໂມງ​ເລີກ​ການ.

​ທ່ານ Artem Shevchenko ໂຄສົກ​ຂອງ​ກະຊວງ​ພາຍ​ໃນ​ຢູ​ເຄຣນກ່າວ​ວ່າຜູ້​ເຄາະ​
ຮ້າຍຖືກ​ລະບຸ​ໂຕ ເປັນ​ຄົນສັນຊາດ​ຈໍ​ເຈຍ ແລະ​ ມີ​ຊື່ວ່າ ທ້າວ Timur Makhauni.
ທ່ານ Shevchenko ​ເວົ້າວ່າ ພັນ​ລະ​ຍາ​ຂອງ​ທ້າວ Makhauni ​ໄດ້​ຮັບ​ບາດ​ເຈັບ​ສາ
ຫັດ​ໃນ​ເຫດ​ລະ​ເບີດ​ດັ່ງກ່າວ​ແລະ​ກໍ​ຖືກ​ສົ່ງ​ໄປ​ຮັບ​ການ​ປິ່ນປົວ​ທີ່​ໂຮງພະຍາບານ.

ທ່ານ Shevchenko ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ນອກ​ນັ້ນ​ແລ້ວຍັງ​ມີ​ເດັກນ້ອຍຄົນ​ນຶ່ງ​
ຢູ່​ໃນ​ລົດ​ຄັນ​ດັ່ງກ່າວ. ທ່ານ​ເວົ້າວ່າ ຊີວິດ​ຂອງ​ເດັກນ້ອຍ​ຄົນ​ນີ້ ບໍ່​ໄດ້​ຕົກ​ຢູ່ໃນ​ອັນຕະ
ລາຍ.

ຕຳຫຼວດກຳລັງ​ສືບສວນ​ເບິ່ງ​ເຫດ​ລະ​ເບີດ​ນີ້ຢູ່. ອົງການ​ຂ່າວ Interfax ຂອງ​ຢູ​ເຄຣນ​
ແຈ້ງວ່າ ​ໄດ້​ມີ​ການ​ເປີດ​ການ​ສືບສວນ​ທາງ​ອາຍາໃນ​ຂໍ້​ຫາ “ວາງ​ແຜນຄາດ​ຕະກຳ​ໂດຍ​
ເຈດ​ຕະນາ ​ໂດຍ​ໃຊ້​ວິທີ​ການ​ທີ່​ເປັນ​ໄພ​ອັນຕະລາຍ​ຕໍ່​ສາທາລະນະ​ຊົນ.”

ອົງການ​ຂ່າວ Interfax ​ໄດ້​ອ້າງ​ຄຳ​ເວົ້າ ຂອງ​ທ່ານ Shevchenko ທີ່​ກ່າວ​ວ່າ ທ້າວ
Makhauni ​ແມ່ນ​ເປັນ​ທີ່​ຮູ້​ກັນ​ດີ ໃນ​ໂລກ ​ອາ​ຊະ​ຍາກ​ອນ ​ແລະ​ ມີ​ການ​ພົວພັນ​ຢ່າງ
ໜາ​ແໜ້ນ ກັບ​ກຸ່ມ​ຕ່າງ​ໆ ຂອງ​ຊາວ Chechnya. ທ່ານ​ກ່າວ​ວ່າ ທ້າວ Makhauni ​
ແມ່ນ​ເປົ້າໝາຍ​ໃນ​ການ​ໂຈມ​ຕີຄັ້ງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG