ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

19 ຄົນເສຍຊີວິດ ຈາກເຫດ ລະເບີດສະຫຼະຊີບ ຢູ່ຕະຫຼາດແຫ່ງໜຶ່ງ ໃນພາກເໜືອຂອງ ໄນຈີເຣຍ


ແຜນທີ່ປະເທດ ໄນຈີເຣຍ ສະແດງໃຫ້ເຫັນເມືອງ Monguno, Baga, Damaturu ແລະ Gombe.
ແຜນທີ່ປະເທດ ໄນຈີເຣຍ ສະແດງໃຫ້ເຫັນເມືອງ Monguno, Baga, Damaturu ແລະ Gombe.

ຂະນວນຂອງລະ​ເບີດ​ໄດ້​ຖືກ​ບີບ​ໂດຍ​ຜູ້​ສະຫຼະ​ຊີບ​ແມ່​ຍິງຄົນ​ໜຶ່ງ ເຮັດ​ໃຫ້​ຢ່າງ​ໜ້ອຍ 14 ຄົນ​ເສຍ​ຊີວິດຢູ່​ທີ່​ຕະຫຼາດ​ແຫ່ງ​ໜຶ່ງ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ​ໄນ​ຈີ​ເຣຍ.

ຜູ້​ເຫັນ​ເຫດການເວົ້າ​ວ່າ ປະມານ 50 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ວານ​ນີ້​ວ່າ ການ​ລະ​ເບີດ​ໄດ້​ເກີດ​ຂຶ້ນ​ຢູ່​ທາງ​ເຂົ້າຂອງ​ຕະຫຼາດໃນ​ເມືອງຫຼວງ Damaturu ຂອງ​ລັດ Yobe.

ບໍ່​ມີ​ໃຜ​ອ້າງເອົາ​ຄວາມຮັບຜິ​ດຊອບໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

​ໃນ​ຕົ້ນ​ຂອງ​ເດືອນ​ນີ້, ມີ​ຢ່າງ​ໜ້ອຍ 9 ຄົນ​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ເມືອງ​ຫຼວງ Damaturu ​ເມື່ອ​ມື​ລະ​ເບີດ​ສະຫຼະ​ຊີບ​ແມ່ຍິງ​ຄົນ​ໜຶ່ງ​ໄດ້​ແນ​ເປົ້າ​ໝາຍໃສ່​ປະຊາ​ຊົນ​ທີ່​ກຳລັງ​ກຽມພ້ອມສຳລັບ​ເທ​ດສະການ​ມຸສລິ​ມ ເພື່ອສະ​ເຫຼີ​ມສະຫຼອງ​ການ​ສິ້ນສຸດ​ເດືອນ​ຖື​ສິນ​ອົດອາຫານ ຫຼື Ramadan.

Nigeria bombing
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG