ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

71 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ເມືອງຫລວງ ຂອງໄນຈີເຣຍ (ວີດີໂອ)


ຝຸງຊົນໄປຫຸ້ມເບິ່ງ ບ່ອນເກີດເຫດວາງລະເບີດ ໃນເມືອງຫລວງ Abuja ຂອງໄນຈີເຣຍ.
ຝຸງຊົນໄປຫຸ້ມເບິ່ງ ບ່ອນເກີດເຫດວາງລະເບີດ ໃນເມືອງຫລວງ Abuja ຂອງໄນຈີເຣຍ.
ເຫດລະ​ເບີດ ຢູ່​ສະຖານີ​ລົດເມ​ແຫ່ງ​ນຶ່ງ ​ໃນ​ເຂດ​ຊານ​ເມືອງ​
ຫຼວງ​ Abuja ຂອງ​ໄນ​ຈີ​ເຣຍ ​ໃນ​ມື້ວານ​ນີ້ ທີ່​ປະກົດ​ວ່າ​ເປັນ
​ການ​ວາງລະ​ເບີດ​ລົດ​ນັ້ນ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຢ່າງ​
ນ້ອຍ 71 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ ຫລາຍ​ກ່ວາ 120 ຄົນ.

ປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານ Goodluck Johnathan
​ໄດ້​ໄປ​ເບິ່ງ​ສະຖານີ​ລົດ​ເມ ບ່ອນ​ເກີດ​ເຫດຢູ່​ນອກ​ນະຄອນ
ຫລວງ ອາ​ບູຈາ​ນັ້ນ ຫລາຍຊົ່ວ​ໂມງ​ຫລັງ​ຈາກ​ລະ​ເບີດ​ລົດ
​ໄດ້​ແຕກ​ຂຶ້ນ ໃນ​ຍາມ​ທີ່ຜູ້​ຄົນ​ກຳລັງ ຟ້າວ​ຟັ່ງໄປ​ລ້າ​ໄປ​ການ​
ໃນ​ເຊົ້າວັນ​ຈັນ​ວານນີ້.

ທ່ານ​ປະທານາທິບໍດີ​ໄດ້​ຮຽກຮ້ອງ​ໃຫ້​ຊາວ​ໄນ​ຈີ​ເຣຍ ຈົ່ງ​ຢູ່​ໃນ​ທ່າມີ​ສະຕິ​ລະວັງ​ໂຕ ຕໍ່​
ການ​ເຄື່ອນ​ໄຫວໃດໆ​ທີ່​ໜ້າ​ສົງ​ໄສ ​ແລະ​ກ່າວວ່າ ກຸ່ມຕໍ່ສູ້​ຫົວ​ຮຸນ​ແຮງ​ອິສລາມ Boko
Haram ​ເປັນ​ຜູ້​ຢູ່​ເບື້ອງ​ຫລັງການ​ໂຈມ​ຕີ​ຄັ້ງ​ນີ້ ​ເຖິງ​ແມ່ນ​ບໍ່​ໄດ້​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​
ຄວາມ​ຮັບຜິດຊອບ​ເທື່ອ​ກໍ​ຕາມ.

​ສຳນັກງານ​ຂ່າວ​ຂອງ​ໄນ​ຈີ​ເຣຍ ລາຍ​ງານ​ຂ່າວອ້າງ​ຄຳ​ເວົ້າ​ຂອງ​ຜູ້​ລອດ​ຊີວິດ​ຄົນ​ນຶ່ງ ທີ່​
ເວົ້າ​ວ່າ ການລະ​ເບີດ​ເກີດ​ຂຶ້ນຈາກ​ລົດຄັນ​ນຶ່ງ​ທີ່​ຈອດຢູ່ ທາງ​ໜ້າ​ລົດ​ເມ​ຫລາຍ​ຄັນ ທີ່​
ເຕັມ​ໄປ​ດ້ວຍ​ຜູ້​ໂດຍສານ. ຜູ້​ລອດ​ຊີວິດ​ຄົນ​ນີ້ ທ້າວ Prince Igwe ​ເວົ້າວ່າ ຄົນ​ຂັບ​ລົດ
​ຄັນ​ນັ້ນ ຈອດ​ລົດ​ແລ້ວ​ກໍ​ຍ່າງ​ໜີ​ໄປ​ໄວໆ.

​ໂຄສົກ​ຕຳຫລວດ​ເວົ້າ​ວ່າ ມີ​ລົດ​ປະມານ 40 ຄັນ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫລື​ບໍ່​ກໍ​ຖືກ​ທຳ
ລາຍ ຍ້ອນ​ເຫດ​ລະ​ເບີດ.
NIGERIA BLAST VO
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG