ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

14 ຄົນເສຍຊິວິດ ໃນປາກິສຖານ ຍ້ອນລະເບີດແຄມທາງ


ເຈົ້າໜ້າທີ່ ແລະຊາວບ້ານພາກັນສໍາຫລວດເບິ່ງ ບ່ອນເກີດເຫດລະເບີດຂ້າງຖະໜົນ ທີ່ເຂດຊົນເຜົ່າ Dir ຕອນລຸ່ມ ໃກ້ກັບ ຊາຍແດນຂອງອັຟການິສຖານ, ວັນທີ 16 ກັນຍາ 2012.
ເຈົ້າໜ້າທີ່ ແລະຊາວບ້ານພາກັນສໍາຫລວດເບິ່ງ ບ່ອນເກີດເຫດລະເບີດຂ້າງຖະໜົນ ທີ່ເຂດຊົນເຜົ່າ Dir ຕອນລຸ່ມ ໃກ້ກັບ ຊາຍແດນຂອງອັຟການິສຖານ, ວັນທີ 16 ກັນຍາ 2012.
ບັນດາ​ເຈົ້າ​ໜ້າ​ທີ່​ໃນພາກ​ຕາ​ເວັນ​ຕົກ​ຂອງປາ​ກິ​ສຖານ ກ່າວ​ວ່າ
ລະ​ເບີດ​ທີ່​ຫ້າງ​ໄວ້​ແຄມ​ທາງ​ ໄດ້​ແຕກໃສ່​ລົດ​ຕູ້​ນ້ອຍ​ຄັນ​ນຶ່ງ ​ເຮັດ​
ໃຫ້ 14 ຄົນ​ເສຍ​ຊີວິດ ຮວມທັງເດັກນ້ອຍ​ ສອງ​ຄົນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ໂດຍສານ​ຢ່າງໜ້ອຍ 10 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ເຫດ​ລະ​ເບີດ​ແຕກ​ໃນ​ວັນ​ອາທິດມື້​ນີ້ ຢູ່​ໃນເຂດຊາ​ວ​ເຜົ່າ Dir ຕອນ​ລຸ່ມ ໃກ້​ກັບຊາຍ​ແດນ​ຂອງອັ​ຟກາ​ນິສຖານ.

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ລະ​ເບີດ​ໄດ້ຖືກບີບ​ຂະ​ນວນ​ໃຫ້​ແຕກ​ຂຶ້ນ ​ໂດຍເຄື່ອງບັງຄັບທາງ​ໄກ ຫລື ຣີ​ໂໝ​ດ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ ​ແມ່ນ​ໃຜ​ເປັນ​ຜູ້​ຫ້າງ​ລ​ະ​ເບີດ ​ແຕ່​ວ່າການ​ໂຈມ​ຕີ​ຂອງ​ພວກກະບົດ ​ມັກ​ຈະ​ມີ​ຢູ່​ເລື້ອຍໆ ​ໃນ​ຂົງ​ເຂດ​ທີ່ໂດດດ່ຽວ​ສອກຫລີກ​ຫ່າງ​ໄກຂອງ​ຊົນ​ເຜົ່າ ບ່ອນ​ທີ່​ພວກຫົວ​ຕໍ່ສູ້ ຈາກທັງ​ສອງປະ​ເທດເພື່ອນ​ບ້ານ ​ປາ​ກິ​ສ ຖານ ​ແລະ ອັຟກາ​ນິສຖານ ພາກັນທໍ​າການ​ເຄື່ອນ​ໄຫວຢູ່ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG