ເຈົ້າໜ້າທີ່ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານກ່າວວ່າ ລະເບີດທີ່ຫ້າງ
ໄວ້ໃນລົດກະບະຄັນນຶ່ງ ໄດ້ແຕກຂຶ້ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ແລະ
ໄດ້ຮັບບາດເຈັບອີກຫລາຍກວ່າ 50 ຄົນ ຢູ່ໃນເຂດຊົນເຜົ່າ ທີ່ຕັ້ງຢູ່ໃນບໍລິ ເວນຊາຍ
ແດນຕິດກັບອັຟການິສຖານ.
ເຈົ້າໜ້າທີ່ກ່າວວ່າ ລະເບີດແຕກຂຶ້ນໃນວັນເສົາມື້ນີ້ ໃກ້ກັບບ່ອນຖ້າລົດເມ ທີ່ແອອັດ
ໄປດ້ວຍຜູ້ຄົນ ໃນເຂດ Landi kotal ຂອງເມືອງ Khyber ທີ່ຕັ້ງຢູໃນເຂດ ຊົນເຜົ່າ
ຂອງປາກິສຖານ. ອາຄານຫລາຍຫລັງໄດ້ຮັບຄວາມເສຍຫາຍຈາກເຫດ ລະເບີດ
ໃນຄັ້ງນີ້.
ເຈົ້າໜ້າທີ່ຮັກສາຄວາມປອດໄພກ່າວວ່າ ເຫດລະເບີດດັ່ງກ່າວ ແມ່ນແນໃສ່ບັນດາ
ສະມາຊິກຂອງຊົນເຜົ່າໆນຶ່ງ ທີ່ເປັນພັນທະມິດກັບລັດຖະບານ ຕໍ່ຕ້ານກັບກຸ່ມທາລິ
ບານໃນປາກິສຖານ.
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບກ່ຽວກັບການໂຈມຕີໃນຄັ້ງນີ້ ແຕ່ວ່າ
ກຸ່ມທາລິບານໃນປາກິສຖານເຄີຍທໍາການໂຈມຕີດ້ວຍລະເບີດທີ່ຄ້າຍຄືກັນນີ້ຫຼາຍ
ຮ້ອຍຄັ້ງມາແລ້ວ ຢູ່ໃນທົ່ວປະເທດ.
ກຸ່ມທາລີບານໃນປາກິສຖານ ກຸ່ມທາລິບານໃນອັຟການິສຖານ ກຸ່ມກໍ່ການຮ້າຍ
ອາລໄຄດາ ແລະກຸ່ມຫົວຮູ່ນແຮງອື່ນໆທີ່ເປັນເຄື່ອຂ່າຍ ໄດ້ພາກັນຕັ້ງ ທີ່ໝັ້ນຂອງ
ຕົນຢູ່ໃນເຂດຊົນເຜົ່າຂອງປາກິສຖານ ແລະສວຍໂອກາດ ໃຊ້ຊາຍແດນທີ່ບໍ່ມີການ
ຍາມຮັກສາຄວາມປອດໄພຢ່າງເຄັ່ງຄັດເພື່ອທໍາການໂຈມຕີກຳ ລັງ NATO ແລະ
ກໍາລັງທະຫານອັຟການິສຖານ ທີ່ຢູ່ໃນອາຟການິສຖານນັ້ນ.