ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດລະເບີດແຕກ ໃນເມືອງຫລວງ ຊີເຣຍ ເສຍຊີວິດ 13 ຄົນ


ການວາງລະເບີດລົດ ໄດ້ແຕກຂື້ນ ທີ່ກາງເມືອງ Bab Touma ຢູ່ໃນກໍາແພງເມືອງ Damascus
ການວາງລະເບີດລົດ ໄດ້ແຕກຂື້ນ ທີ່ກາງເມືອງ Bab Touma ຢູ່ໃນກໍາແພງເມືອງ Damascus
ລະ​ເບີດ​ລົດຄັນ​ນຶ່ງໄດ້​ແຕກ​ຂື້ນ ​ໃນ​ວັນ​ອາທິດ ຢູ່ກາງ​ເມືອງ
Damascus ​ຊຶ່ງສັງຫານ 29 ຄົນ​ໃນ​ເມືອງ​ຫລວງ​ຂອງ ຊີ​ເຣຍ ​
ໃນ​ຂະນະ​ທີ່ ທູດ​ພິ​ເສດ ສັນນິບາດສະຫະ​ປະຊາ​ຊາດ-​ອາຣັບ
ທ່ານ Lakhdar Brahimi ​ໄດ້ເລັ່ງໃຫ້ ປະທານາທິບໍດີ
Bashar al-Assad ສະຖາປະນາ​ການ​ຢຸດ​ຍິງ​ໃນ​ທ້າຍ​ອາທິດ​ນີ້.

ລະ​ເບີດ​ໄດ້​ແຕກ​ຂື້ນ​ ໃກ້ກັບ​ສະຖານີ​ຕໍາຫລວດ ທີ່ຢູ່​ໃນ​ຂົງ​ເຂດຂອງ​ຄູ້​ມ ບ້ານ​ຊາວຄຣິສ ຕຽນ Bab Touma ​ເຮັດ​ໃຫ້ 29 ຄົນ​ໄດ້​ຮັບ​ບາດ​ເຈັບ. ຍັງ​ບໍ່​ທັນ​ມີ​ໃຜ​ ທວງ​ເອົາ​ຄວາ​ມ ຮັບຜິດຊອບ ກ່ຽວ​ກັບ​ການວາງ​ລະ​ເບີດ​ໃນ​ຄັ້ງ​ນີ້​ເທື່ອ.

ການ​ພົບ​ຂອງ​ປະທານາທິບໍດີແບບ​ປົກ​ປິດກັບທ່ານ Brahimi ​ໄດ້​ມີ​ຂື້ນ​ຢູ່ແຫ່ງ​ນຶ່ງ​ຂອງ​ເມຶອງ Damascus. ທູດ​ພິ​ເສດ​ນາໆ​ຊາດທ່ານ​ນີ້ ​ໄດ້​ຮຽກຮ້ອງໃຫ້​ທັງ​ສອງ​ຝ່າຍຄື ລັດຖະບານ​ ຊີ​ເຣຍ ​ແລະ​ພວກ​ກະບົດ ທີ່​ຂັດ​ຄ້ານ​ຕໍ່ ທ່ານ Assad ນັ້ນ​ ຈົ່ງ​ໃຫ້ສະໜັບສະໜູນການຢຸດຍິງ ໃນ​ລະ​ຫວ່າງ​ສີ່​ມື້​ຂອງການ​ສະຫລອງ​ບຸນ Eid al-adha ຊຶ່ງ​ຈະ​ເລີ້ມຂຶ້ນ​ໃນ​ວັນ​ສຸກ​ນີ້.
XS
SM
MD
LG