ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລະເບີດແຕກ ໃນປະເທດ ໂຊມາເລຍ ເຮັດໃຫ້ ຢ່າງໜ້ອຍ 20​ ຄົນ ເສຍຊີວິດ


ແຜນທີ່ຂອງນະຄອນຫຼວງ Mogadishu ແລະ ເມືອງ Afgoye ປະເທດ ໂຊມາເລຍ.
ແຜນທີ່ຂອງນະຄອນຫຼວງ Mogadishu ແລະ ເມືອງ Afgoye ປະເທດ ໂຊມາເລຍ.

ພວກເຈົ້າໜ້າທີ່ ໂຊມາ​ເລຍ ກ່າວວ່າ ມີປະຊາຊົນຢ່າງໜ້ອຍ 20 ຄົນໄດ້ຖືກ ຂ້າຕາຍຍ້ອນ ລະເບີດຂ້າງທາງຂະໜາດ​ແຮງ ທີ່ໄດ້ທຳລາຍລົດ ເມຄັນໜຶ່ງ ໃນທາງຫຼວງທີ່ສຳຄັນເຊື່ອມ ຕໍ່ນະຄອນຫຼວງ Mogadishu ຫາເມືອງ Afgoye 30 ກິໂລແມັດຫ່າງ​ຈາກ​ນະຄອນຫຼວງ​ໄປທາງພາກຕາງເວັນຕົກ.

ຕຳຫຼວດຄົນໜຶ່ງທີ່ຢູ່ໃນເຫດການ ທ່ານ Abidkadir Mohamed ກ່າວ​ຕໍ່​ອົງການ​ຂ່າວ​ຣອຍ​ເຕີ້ວ່າ ​ມັນ​ເປັນລະ​ເບີດ​ທີ່​ຄວບ​ຄຸມ​ຈາກ​ໄລຍະ​ໄກທີ່ ​ໄດ້​ຫ້າງ​ໄວ້​ຢູ່​ທີ່​ແຄມ​ທາງ.

ຮອງ​ປະທານ​ເມືອງ Afgoye ທ່ານ Abdullah Hassan ທີ່​ເດີນທາງ​ໄປ​ບ່ອນ​ເກີດ​ເຫດ ກ່າວວ່າ ລະເບິີດໄດ້ທຳລາຍລົດເມນ້ອຍຄັນໜຶ່ງ.

ທ່ານໄດ້ກ່າວຕໍ່ ວີໂອເອ ວ່າ “ພວກເຮົາມີໂສກນາດຕະກຳຢູ່ບ່ອນນີ້. ທຸກຄົນ ໄດ້ເສຍຊີວິດ, ທ່ານຈະເຫັນພຽງແຕ່ຊິ້ນສ່ວນຂອງສົບຄົນຕາຍ, ແຂນ ແລະ ຂາ.”

ທ່ານໄດ້ກ່າວວ່າ ປະຊາຊົນ 21 ຫາ 23 ຄົນແມ່ນເຊື່ອວ່າໄດ້ເດີນທາງໃນລົດເມ ຄັນດັ່ງ ກ່າວ.

ທ່ານ Hassan ໄດ້ກ່າວວ່າ “ລະເບີດໄດ້ແຕກໃສ່ລົດເມໃນຕອນເຊົ້າຂອງ ວັນພະຫັດ ມື້ນີ້.”

ສຳລັບການໂຈມຕີດັ່ງກ່າວຍັງ​ບໍ່​ມີ​ກຸ່ມ​ໃດອອກມາອ້າງເອົາຄວາມຮັບຜິດຊອບ ​ເທື່ອ, ແຕ່ ພວກ al-Shabab ​ເຄີຍການໂຈມຕີທີ່ຮ້າຍແຮງຫຼາຍຄັ້ງຕໍ່ລັດຖະ ບານ ໂຊມາ​ເລຍ ແລະ ກຳລັງ​ຮັກສາສັນຕິພາບ ຂອງສະຫະພາບ ອາຟຣິກາ. ກຸ່ມດັ່ງກ່າວກໍຍັງເປັນທີ່ຮູ້ຈັກ ໃນ ການເພັ່ງເລັງໂຈມຕີໃສ່່ພົນລະເຮືອນ ແລະ ໂຮງແຮມຕ່າງໆນຳ​ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG