ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດ​ລະ​ເບີດ​ຂະ​ໜາດ​ແຮງ ໃນ​ເຂດ​ນາ​ກໍ​ໂນ-ກາ​ຣາ​ບາກ ເຮັດ​ 200 ກວ່າ​ຄົນ​ບາດ​ເຈັບ ຂະ​ນະ​ທີ່​ປະ​ຊາ​ຊົນ ​ຫຼາຍ​ພັນ​ຄົນ ​ຫຼົບ​ໜີ​ໄປ​ອາ​ເມ​ເນຍ


ຊົນ​ກຸ່ມ​ນ້ອຍ​ອາ​ເມ​ເນຍ ຈາກ​ເຂດ​ນາ​ກໍ​ໂນ-ກາ​ຣາ​ບາກ ພາ​ກັນ​ນັ່ງ​ຖ້າ​ລົດ​ບັນ​ທຸກ ເພື່ອ​ເດີນ​ທາ​ງ​ໄປ​ກໍ​ນິດ​ຊ​ໍ (Kornidzor) ໃນ​ເຂດຊຸນ​ສ​ຢູ​ນິກ (Syunik) ຂອງ​ອາ​ເມ​ເນຍ ເມື່ອ​ວັນ​ທີ 25 ກັນ​ຍາ 2023.
ຊົນ​ກຸ່ມ​ນ້ອຍ​ອາ​ເມ​ເນຍ ຈາກ​ເຂດ​ນາ​ກໍ​ໂນ-ກາ​ຣາ​ບາກ ພາ​ກັນ​ນັ່ງ​ຖ້າ​ລົດ​ບັນ​ທຸກ ເພື່ອ​ເດີນ​ທາ​ງ​ໄປ​ກໍ​ນິດ​ຊ​ໍ (Kornidzor) ໃນ​ເຂດຊຸນ​ສ​ຢູ​ນິກ (Syunik) ຂອງ​ອາ​ເມ​ເນຍ ເມື່ອ​ວັນ​ທີ 25 ກັນ​ຍາ 2023.

ສຽງ​ລະ​ເບີດ​ຂະ​ໜາດ​ແຮງ​ໄດ້​ສັ່ນ​ສະ​ເທືອນ​ເຂດ​ນາ​ກໍ​ໂນ-ກາ​ຣາ​ບາກ​ຂອງ​ອາ​ເຈີ​ບາຍ​ຈານ ໃນ​ຂະ​ນະ​ທີ່​ພວກ​ຊົນ​ກຸ່ມ​ນ້ອຍ​ອາ​ເມ​ເນຍ ພາ​ກັນ​ຫຼັ່ງ​ໄຫຼ​ອອກ​ໄປ​ຈາກ​ເຂດ​ແບ່ງ​ແຍກ​ດິນ​ແດນ​ດັ່ງ​ກ່າວ ລຸນ​ຫຼັງ​ການ​ເຂົ້າ​ຄວບ​ຄຸມ​ ຂອງກອງ​ທັບ​ອາ​ເຈີ​ບາຍ​ຈານ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ກອງ​ທັບ​ອາ​ເຈີ​ບາຍ​ຈານ​ກ່າວ​ອ້າງວ່າ ຕົນ​ໄດ້​ເຂົ້າ​ຄວບ​ຄຸມ​ເຂດ​ດັ່ງ​ກ່າວ​ຢ່າງ​ຄົບ​ຖ້ວນ​ໃນ​ອາ​ທິດ​ແລ້ວ ຫຼັງ​ຈາກ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ພວກ​ແບ່ງ​ແຍກ​ດິນ​ແດນ​ມາ​ເປັນ​ເວ​ລາ 3 ທົດ​ສະ​ວັດ.

ເຈົ້າ​ໜ້າ​ທີ່​ນາ​ກໍ​ໂນ-ກາ​ຣາ​ບາກ​ໄດ້​ຕົກ​ລົງ​ຍອມ​ວາງ​ອາ​ວຸດ​ແລະ​ເລີ້ມ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຮ​ວມ​ເອົາ​ເຂດ​ດັ່ງ​ກ່າວ​ເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ອາ​ເຈີ​ບາຍ​ຈານ.

ອາ​ເຈີ​ບາຍ​ຈານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ເຄົາ​ລົບ​ຕໍ່​ສິດ​ທິ​ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ​ອາ​ເມ​ເນຍ​ແລະ​ເລີ້ມ​ຈັດ​ສົ່ງ​ເຄື່ອງ​ໃຊ້​ຕ່າງໆ​ເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວ ລຸນ​ຫຼັງ​ທີ່​ໄດ້​ມີ​ການ​ປິດ​ລ້ອມ​ມາ​ເປັນ​ເວ​ລາ 10 ເດືອນ ແຕ່​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ມີ​ຄວາມ​ຢ້ານ​ກົວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ຖືກ​ແກ້​ແຄ້ນ​ຄືນ​ແລະ​ພາ​ກັນ​ມຸ່ງ​ໜ້າ​ໄປ​ຍັງ​ປະ​ເທດ​ອາ​ເມ​ເນຍ.

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຄົນ​ນຶ່ງ​ກ່າວ​ວ່າ ເຫດ​ລະ​ເບີດ​ທີ່​ສາງ​ເກັບ​ເຊື້ອ​ໄຟ ໃກ້​ກັບ​ເມືອງ​ເອກ​ສ​ເຕ​ປາ​ນາ​ເກີດ ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ຫຼາຍກວ່າ 200 ຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG