ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດ​ລະ​ເບີດ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ສັງ​ຫານ​ພະ​ນັກ​ງານ​ສະ​ຖານ​ທູດ​ຣັດ​ເຊຍ 2 ຄົນ ແລະ​ຊາວ​ອັ​ຟ​ກາ​ນິ​ສ​ຖານ 4 ຄົນ


ພວກ​ນັກ​ລົບ​ຕາ​ລີ​ບານ (ກາງ) ພາ​ກັນ​ຢືນ​ຍາມ​ຢູ່​ຕາມ​ຫົນ​ທາງ ໃກ້​ສະ​ຖານ​ທູດ​ຣັດ​ເຊຍ ຫຼັງ​ຈາກ​ມີ​ການ​ໂຈມ​ຕີ​ສະ​ຫຼະ​ຊີບ ທີ​່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 5 ກັນ​ຍາ 2022.
ພວກ​ນັກ​ລົບ​ຕາ​ລີ​ບານ (ກາງ) ພາ​ກັນ​ຢືນ​ຍາມ​ຢູ່​ຕາມ​ຫົນ​ທາງ ໃກ້​ສະ​ຖານ​ທູດ​ຣັດ​ເຊຍ ຫຼັງ​ຈາກ​ມີ​ການ​ໂຈມ​ຕີ​ສະ​ຫຼະ​ຊີບ ທີ​່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 5 ກັນ​ຍາ 2022.

ເຫດ​ລະ​ເບີດ​ທີ່​ແຕກ​ຂຶ້ນ​ໃກ້ໆ​ສະ​ຖານ​ທູດ​ຣັດ​ເຊຍ​ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ໃນ​ວັນ​ຈັນ​ວານນີ້ ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 6 ຄົນ ຮວມ​ທັງ​ພະ​ນັກ​ງານ​ຂອງ​ສະ​ຖານ​ທູດ​ດັ່ງ​ກ່າວ​ສອງ​ຄົນ.

ຜູ້​ກໍ່​ການ​ຮ້າຍ “ທີ່​ບໍ່​ຊາບ​ຝ່າຍ​ໄດ້​ບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ” ເວ​ລາ​ນັກ​ການ​ທູດ​ຣັດ​ເຊຍ​ໄດ້​ຍ່າງ​ອອກ​ໄປ​ຂ້າງນອກ ເພື່ອ​ປະ​ກາດ​ລາຍ​ຊື່​ຂອງ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ເຂົ້າ​ແຖວ​ຂໍ​ວີ​ຊີ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ສື່ມວນ​ຊົນ​ຣັດ​ເຊຍ ໂດຍ​ອ້າງ​ຊື່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ພວກ​ທີ່​ເຫັນ​ເຫດ​ການ.

ສ່ວນ​ຊະ​ຕາ​ກຳ​ຂອງ​ນັກ​ການ​ທູດ​ທ່ານນັ້ນ ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ກັນ​ເທື່ອ​ໃນ​ເວ​ລານີ້.

ທ່ານ​ຄາ​ລິດ ຊາດ​ຣານ ໂຄ​ສົກ​ຂອງ​ຕຳ​ຫຼວດ​ໃນ​ເຂດ​ນະ​ຄອນ​ຫຼວງ​ກາ​ບູ​ລ ກ່າວ​ວ່າ ຜູ້​ໂຈມ​ຕີ​ສະ​ຫຼະ​ຊີບ​ດ້ວຍ​ລະ​ເບີດ​ໄດ້​ຖືກ​ຂ້າ​ຕາຍ​ໂດຍ​ຍາມ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ຕາ​ລີ​ບານ ກ່ອນ​ທີ່​ຜູ້​ກ່ຽວ​ຈະ​ໄປ​ຮອດ​ເປົ້າ​ໝາຍ.

ທ່ານ​ຊາດ​ຣານ​ກ່າວ​ຜ່ານ​ທາງ​ທວີດ​ເຕີ້​ວ່າ “ຜູ້​ໂຈມ​ຕີ​ຕັ້ງ​ໃຈ​ທີ່​ຈະ​ລະ​ເບີດ​ໂຕ​ລາວ​ເອງ​ຢູ່​ໃນ​ທ່າມ​ກາງ​ຝູງ​ຊົນ ແຕ່​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ສະ​ກັດ​ກັ້ນລາວ​ໄວ້ ແລະ​ລາວ​ໄດ້​ຕົກ​ເປັນ​ເປົ້າ ກ່ອນ​ທີ່​ຈະ​ໄປ​ຮອດ​ເປົ້າ​ໝາຍ ຊຶ່ງ​ພາ​ໃຫ້​ເກີດ​ເຫດ​ລະ​ເບີດ.”

ທ່ານ​ຊາດ​ຣາ ນ​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ​ອັ​ຟ​ກາ​ນິ​ສ​ຖານ 4 ຄົນ ແລະ​ກ່າວ​ຕື່ມ​ວ່າ ມີ​ອີກ​ຢ່າງ​ໜ້ອຍ 10 ຄົນ​ໄດ້​ຮັບ​ບາດ​ເຈັບ.

ສະ​ຖານ​ທູດ​ຣັດ​ເຊຍ​ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ “ແມ່ນ​ມີ​ການ​ຕິດ​ຕໍ່​ຢ່າງ​ໃກ້​ຊິດ​ກັບ​ກຳ​ລັງ​ພິ​ເສດ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ໃນ​ເວ​ລານີ້​ພວມ​ທຳ​ການ​ສືບ​ສວ​ນ​ສອບ​ສວນ​ກ່ຽວ​ກັບ​ເລື້ອງນີ້​ຢູ່” ອີງ​ຕາມ​ຄຳ​ເວົ້າ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣັອ​ຟ ແລະ​ຄູ່​ຕຳ​ແໜ່ງ​ຈາກ​ຕາ​ຈິກ​ກິ​ສ​ຖານ ທ່ານ​ເຊີ​ໂຣ ຈິດ​ດິນ ມູ​ຣິດ​ດິນ ໄດ້​ໄປ​ຢ້ຽມ​ຢາມ​ຜູ້​ເຄາະ​ຮ້າຍຈາກ​ການ​ໂຈມ​ຕີ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ກ່ອນ​ຈະ​ເລີ້ມ​ການ​ເຈ​ລະ​ຈາ​ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ.

ກຸ່ມ​ລັດ​ອິ​ສ​ລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ຊຶ່ງ​ນັບ​ເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ສະ​ຖານ​ທູດ​ໃນ​ນະ​ຄອນ​ຫຼວງ​ອັ​ຟ​ກາ​ນິ​ສ​ຖານ​ນັບ​ແຕ່​ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ເມື່ອ​ນຶ່ງ​ປີ​ກ່ອນ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຕາ​ລີ​ບານ ອັບ​ດູ​ລ ກາ​ຮາ ບອ​ລ​ຄີ ກ່າວ​ວ່າ ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໄດ້​ເລີ້ມ​ທຳ​ການ​ສືບ​ສວນ​ສອບ​ສວນ “ຮອບ​ດ້ານ” ແລະ​ຈະ​ເພີ້ມ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຢູ່​ທີ່ສະ​ຖານ​ທູດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG