ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

8 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ນະຄອນຫຼວງກາບູລ ຂອງ ອັຟການິສຖານ


ຊາວອັຟການິສຖານ ພວມຫຸ້ມເບິ່ງ ບ່ອນໂຈມຕີ ດ້ວຍລົດລະເບີດ ທີ່ນະຄອນຫຼວງກາບູລ (7 ສິງຫາ 2015)
ຊາວອັຟການິສຖານ ພວມຫຸ້ມເບິ່ງ ບ່ອນໂຈມຕີ ດ້ວຍລົດລະເບີດ ທີ່ນະຄອນຫຼວງກາບູລ (7 ສິງຫາ 2015)

ເຈົ້າໜ້າທີ່ອັຟການິສຖານ ກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 8
ຄົນ ແລະໄດ້ຮັບ ບາດເຈັບອີກຫຼາຍກວ່າ 100 ຄົນ ໃນເຫດລະ
ເບີດຂະໜາດແຮງ ຢູ່ໃນເຂດໃຈກາງ ນະຄອນຫຼວງກາບູລ ໃນ
ຕອນເຊົ້າວັນສຸກມື້ນີ້.

ແຫລ່ງຂ່າວແຈ້ງວ່າ ລະເບີດໄດ້ແຕກຂຶ້ນໃນເຂດທີ່ມີປະຊາຊົນ
ອາໄສຢູ່ຢ່າງໜາແໜ້ນ ໃກ້ໆຄຸ້ມໂຮງການລັດຖະບານ ໂດຍມີ
ພວກແມ່ຍິງແລະເດັກນ້ອຍຫຼາຍໆ ຄົນຮວມຢູ່ໃນພວກທີ່ບາດ
ເຈັບລົ້ມຕາຍ.

Rohullah Jan ຜູ້ເຄາະຮ້າຍຄົນນຶ່ງກ່າວກ່ຽວກັບເຫດລະເບີດວ່າ “ຂ້ອຍແລະອ້າຍນ້ອງ
ອີກ 3 ຄົນ ຢູ່ໃນເຮືອນເວລາແກ້ວປ່ອງຢ້ຽມແຕກແລະຕົກລົງມາໃສ່ຫົວຂອງຂ້ອຍ. ຂ້ອຍ ເຫັນພວກອ້າຍແລະນ້ອງຂອງຂ້ອຍ ບໍ່ເປັນຫຍັງ ແລະຫຼັງຈາກນັ້ນ ແມ່ນຫຍັງໄດ້ເກີດຂຶ້ນ ຂ້ອຍບໍ່ຮູ້ຈັກ. ເວລາຂ້ອຍມືນຕາຂຶ້ນມາ ຂ້ອຍຈຶ່ງຮູ້ວ່າໄດ້ມາຢູ່ທີ່ໂຮງໝໍນີ້.”

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ ໃນການໂຈມຕີດັ່ງກ່າວ ຊຶ່ງມີຂຶ້ນນຶ່ງມື້ ຫລັງຈາກການໂຈມຕີດ້ວຍລົດລະເບີດສະຫຼະຊີບຢູ່ທາງໃຕ້ນະຄອນຫຼວງກາບູລທີ່ໄດ້ສັງ ຫານຢ່າງໜ້ອຍ 6 ຄົນ ຊຶ່ງນັບວ່າ ເປັນ​ການ​ໂຈມ​ຕີ ທີ່ສຳຄັນ​ຄັ້ງ​ທຳ​ອິດ ຂອງ​ພວກ​ຫົວ​ຮຸນ​ແຮງຕາ​ລິ​ບານ ນັບຕັ້ງແຕ່​ການເສຍ​ຊີວິດ​ ຂອງ Mullah Omar ​ຜູ້ນຳເປັນເວລາດົນນານ ຂອງກຸ່ມດັ່ງກ່າວ ໄດ້ຮັບການຢືນຢັນ.

ມີ​ຕຳຫຼວດ ​ຢ່າງ​ໜ້ອຍ 3 ຄົນ ​ແລະ ປະຊາຊົນອີກ 3 ຄົນ​ ໄດ້​ເສຍ​ຊີວິດ​ໃນ​ເຫດລະ​ເບີດຂະ ໜາດແຮງ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະຫັດວານນີ້ທີ່ເມືອງ Puli Alam ​ເມືອງຫຼວງຂອງ​ແຂວງ ​Logar ອີງຕາມ​ເຈົ້າ​ໜ້າ​ທີ່ຂອງ​ລັດຖະບານ​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ ​ກໍ​ຍັງ​ມີ​ອີກ​ຫຼາຍ​ສິບ​ຄົນ
​ ໄດ້​ຮັບ​ບາດ​ເຈັບ.

Afghanistan
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG