ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

28 ຄົນ ບາດເຈັບ ໃນການ ແກວ່ງລະເບີດ ໃສ່ພວກປະທ້ວງ ຢູ່ບາງກອກ (ສະໄລດ໌)


ພວກປະທ້ວງ ກໍາລັງຊ່ວຍເຫລືອໝູ່ເພື່ອນ ທີ່ໄດ້ຮັບບາດເຈັບ ຈາກການແກວ່ງລະເບີດເຂົ້າໃສ່
ພວກປະທ້ວງ ກໍາລັງຊ່ວຍເຫລືອໝູ່ເພື່ອນ ທີ່ໄດ້ຮັບບາດເຈັບ ຈາກການແກວ່ງລະເບີດເຂົ້າໃສ່
ຕໍາຫລວດ​ໄທກ່າວ​ວ່າ ຢ່າງ​ໜ້ອຍ 22 ຄົນ​ໄດ້​ຮັບ​ບາດ​ເຈັບຍ້ອນ
ເຫດລະ​ເບີດແຕກ​ຢູ່​ບາງ​ກອກ ​ໃນ​ຂະນະ​ທີ່​ມີ​ການ​ເດີນ​ຂະບວນ
ປະ​ທ້ວງ​ ຕໍ່ຕ້ານ​ລັດຖະບານ ທີ່​ນໍາພາ​ໂດຍ ​ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ
ສຸ​ເທບ ​ເທືອກສຸບັນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂື້ນ​ຫລັງ​ຈາກບ່າຍ
ໂມງນຶ່ງຕາມ​ເວ​ລາ​ທ້ອງ​ຖິ່ນ ທີ່ນະຄອນຫຼວງຂອງໄທ​ໃນ​ວັນ​ສຸກ
​ມື້​ນີ້. ລາຍງານຂ່າວໂທລະພາບໄດ້ ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ
​ປະ​ທ້ວງ​ຫຼາຍໆຄົນ ຖືກ​ອາບ​ດ້ວຍ​ເລືອດ ​ແຕ່​ບໍ່​ມີ​ລາຍ​ງາ​ນກ່ຽວ
ກັບການ​ເສຍ​ຊີວິດ.

ມີການເຫັນພວກ​ປະ​ທ້ວງ​ ພາກັນ​ຊອກ​ຫາ​ຜູ້​ໂຈມ​ຕີ ຢູ່ຕາມຕຶກອາຄານໃກ້ຄຽງ ​ໃນຂະນະທີ່
​ລົດ​ໂຮງໝໍ​ນໍາພາ​ຄົນ​ເຈັບ​ ອອກ​ໄປຈາກບໍລິເວນເກີດເຫດຢ່າງຮີບດ່ວນ. ຕໍາຫລວດ​ກ່າວວ່າ
ລະ​ເບີດ​ໄດ້​ຖືກ​ແກວ່ງ​ມາໃສ່​ພວກ​ເດີນ​ຂະ​ບວນ.

ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້ມີ​ການ​ຂີ່​ລົດ​ຍິງ​ໃສ່​ພວກ​ປະ​ທ້ວງຕິດ​ຕໍ່​ກັນຫຼາຍໆຄັ້ງ ທີ່ພວກປະທ້ວງຖິ້ມ
ໂທດໃສ່​ລັດຖະບານ.

ຜູ້​ນໍາ​ໃນການປະ​ທ້ວງ ທ່ານ​ສຸ​ເທບ ​ເທືອກສຸບັນ ຊຶ່ງບໍ່​ໄດ້​ຮັບ​ບາດ​ເຈັບ​ ຈາກ​ລະ​ເບີດ​ທີ່ແຕກ ຂຶ້ນໃນວັນສຸກມື້ນີ້ໄດ້ຮຽກຮ້ອງ​ໃຫ້​ສະພາປະຊາຊົນທີ່ບໍ່ມີ​ການ​ເລືອກ​ຕັ້ງເຂົ້າເຮັດໜ້າທີ່​ແທນ ​ລັດຖະບານ​ປັດຈຸບັນຊຶ່ງ​ທ່ານ​ກ່າວ​ວ່າ ສໍ້​ລາດ​ບັງ​ຫລວງແລະພົວພັນກັບການຫລິ້ນພັກຫລິ້ນ ພວກນັ້ນ.

ນາຍົກລັດຖະມົນຕີຍິ່ງ​ຣັກ ຊິນນະ​ວັດໄດ້ປະຕິ​ເສດ​ບໍ່ຍອມລາ​ອອກ​ຈາກ​ຕໍາ​ແໜ່​ງ. ທ່ານ​ນາງ
ຢືນຢັດຕໍ່ການ​ເລືອກ​ຕັ້ງກ່ອນກຳນົດ ​ໃນ​ວັນ​ທີ 2 ກຸມພາ ​ເຖິງ​ແມ່ນ​ຝ່າຍ​ຄ້ານໄດ້​ກ່າວວ່າ ຕົນ ຈະ​ບໍ່ເຂົ້າ​ຮ່ວມ ໃນການປ່ອນ​ບັດດັ່ງກ່າວນີ້ກໍຕາມ.

XS
SM
MD
LG