ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າຂອງສາງ ທີ່ພົວພັນ ກັບເຫດລະເບີດ ຢູ່ຈີນ ໄດ້ຮັບ ໃບອະນຸຍາດ ຍ້ອນຄວາມສຳພັນ


ເຮືອບິນ ທີ່ບໍ່ມີຄົນຂັບ ຂອງຕຳຫລວດ ກຳລັງບິນກວດເບິ່ງ ບ່ອນເກີດລະເຍີດ.
ເຮືອບິນ ທີ່ບໍ່ມີຄົນຂັບ ຂອງຕຳຫລວດ ກຳລັງບິນກວດເບິ່ງ ບ່ອນເກີດລະເຍີດ.

ບັນດາ​ເຈົ້າ​ຂອງສາງ​ທີ່ມີເສັ້ນສາຍໃຫຍ່ທີ່​ເກີດເຫດ​ລະ​ເບີດໃນ​
ເມືອງທ່າ​ Tianjin ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງຈີນ
ໃນອາທິດ​ແລ້ວ​ນີ້ ​ໄດ້​ໃຊ້ຄວາມສຳພັນ ກັບ​ບັນດາ​ເຈົ້າ​ໜ້າ​ທີ່
ຂອງພວກເຂົາເຈົ້າ ​ເພື່ອ​ໃຫ້ໃນອັນທີ່ປາກົດວ່າເປັນ​ໃບ​ອະນຸ
ຍາດດ້ານຄວາມປອດໄພປອມ ອ້າງ​ອີງ​ຕາມ​ລາຍ​ງານ​ຂອງ
​ສື່​ມວນຊົນລັດ.

ການ​ກ່າວ​ຫາກ່ຽວກັບ​ສໍ້​ລາດ​ບັງ​ຫລວງ ທີ່​ໄດ້ປາກົດໂຕ​ຂື້ນ​
ມາ​ໃນ​ວັນ​ພຸດມື້​ນີ້ ມີ ທ່າທາງວ່າ ອາດ​ຈະກໍ່ໃຫ້ເກີດ​ຄວາມ​
ໂກດ​ແຄ້ນ​ຕື່ມອີກ ກ່ຽວກັບເຫດ​ລະ​ເບີດ ທີ່ໄດ້​ເຮັດ​ໃຫ້ 114
ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ຮ້ອຍຄົນ.

ອະດີດ​ຫົວໜ້າບໍລິຫານບໍລິສັດ Sinochem ທ່ານ Yu Xuewei ​ແລະ Dong Shexuan
ລູກ​ຊາຍ​ມື້​ລາງ​ຫົວໜ້າ​ຕຳຫລວດ ແມ່​ນຮຸ້ນສ່ວນທີ່ໃຫຍ່ທີ່ສຸດຂອງບໍ ລິລັດ Ruihai
International Logistics ທີ່​ເປັນ​ເຈົ້າ​ຂອງສາງມ້ຽນເຄື່ອງ ທີ່​ເມືອງ Tianjin ບ່ອນ​ທີ່ໄດ້
ເກີດ​ເຫດລະ​ເບີ​ດນັ້ນ.

ໃນ​ການ​ໃຫ້ສຳພາດ​ກັບເຈົ້າ​ໜ້າ​ທີ່ ​ຂອງອົງການ​ຂ່າວ​ຊິນ​ຫົວ ທ່ານ Dong ​ແລະ ທ່ານ Yu
​ໄດ້​ຮັບ​ສາລະ​ພາບ​ວ່າ ໄດ້ໃຊ້ຄວາມສຳພັນ ຫລື ​guansi ​ຂອງ​ເຂົາ​ເຈົ້າ ກັບ​ບັນດາ​ເຈົ້າ​ໜ້າ
​ທີ່​ທ້ອງ​ຖິ່ນ ​ເພື່ອ​ໃຫ້ໄດ້ຮັບ ໃບອະນຸຍາດ “ຄວາມປອດ​ໄພຕ່າງໆ​ດ້ານໄຟໃໝ້ ​ດິນ ສິ່ງ​ແວດ
​ລ້ອມ ​ແລະ​ໃບ​ອະນຸຍາດ​ດ້ານ​ຄວາມ​ປອດ​ໄພ.”

ທ່ານ Dong ກ່າວ​ວ່າ “ຄວາມສຳພັນ​ຂອງຂ້າພະ​ເຈົ້າ ແມ່ນກັບ​ຕຳຫລວດແລະ ​ປ້ອງກັນ
ໄຟໄໝ້. ​ເວລາ​ໃດ​ພວກ​ເຮົາ​ຕ້ອງການໆ​ກວດ​ສອບ​ດ້ານປ້ອງກັນໄຟໄໝ້ ຂ້າພະ​ເຈົ້າ ​ໄດ້
ໄປພົບບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ໜ່ວຍ​ດັບ​ເພີງ ​ເມືອງທ່າ Tianjin. ຂ້າ​ພະ​ເຈົ້າ ​ໄດ້​ເອົາເອກ
​ກະສາ​ນ​ໃຫ້​ເຂົາ​ເຈົ້າເບິ່ງ ​ແລະ​ໃນ​ບໍ່​ຊ້າ ​ເຂົາ​ເຈົ້າ ກບ​ໄດ້​ເອົາໃບປະ​ເມີນ ​ໃຫ້ຂ້າພະ​ເຈົ້າ.”

​ອີງ​ຕາມອົງການ​ຂ່າວຊິນ​ຫົວແລ້ວ ທ່ານ Dong ​ແລະ ທ່ານ Yu ຍັງ​ໄດ້​ພະຍາຍາມ​ຊຸກ​
ເຊື່ອງ ການ​ເປັນ​ເຈົ້າ​ຂອງບໍລິສັດ ​ໂດຍ​ມີລາ​ຍຊື່​ບັນດາໝູ່​ເພື່ອນ ​ແລະ​ຍາດຕິ​ພີ່ນ້ອງ ​ເປັນ
​ຮຸ້ນສ່ວນ ​ແທນ​ທີ່ຈະ​ເປັນ​ຂອງພວກ​ເຂົາ​ເຈົ້າ​ເອງ.

ພວກ​ຜູ້​ຊາຍ​ຈຸ​ນີ້ ແມ່ນຮວມຢູ່ໃນເຈົ້າໜ້າທີ່ 10 ຄົນຂອງ​ບໍລິສັດ Ruihai ທີ່​ຖືກ​ກັກ​ຂັງ​ໂດຍ​
ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ໃນ​ຂະນະ​ທີ່​ບັນດາເຈົ້າ​ໜ້າ​ທີ່ກຳລັງສືບ​ສວນ​ເບິ່ງ ການ​ຂາດ​ມາດຕະ
ຖານດ້ານຄວາມ​ປອດ​ໄພ ທີ່​ເຮັດ​ໃຫ້​ເກີດເຫດລະ​ເບີດ. ​

China Explosions
please wait
Embed

No media source currently available

0:00 0:02:17 0:00

XS
SM
MD
LG