ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດແຕກ ຢູ່ນອກ ກຸງດາມັສກັສ ສັງຫານທະຫານ 16 ຄົນ (ສະໄລດ໌)


ກຸ່ມ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍ​ກຸ່ມ​ນຶ່ງ ກ່າວ​ວ່າ ການວາງ​ລະ​ເບີດຂ້າ
​ໂຕ​ຕາຍ​ໃນລົດ​ຄັນ​ນຶ່ງ ຢູ່​ດ່ານ​ກວດ​ແຫ່ງ​ນຶ່ງ ນອກ​ກຸງ​ດາ​ມັສກັສ
​ໄດ້​ເຮັດ​ໃຫ້ທະຫານ​ເສຍ​ຊີວິດ​ໄປ ຢ່າງ​ນ້ອຍ 16 ຄົນ.

ກຸ່ມ​ສັງ​ເກດ​ການ​ສິດທິ​ມະນຸດ​ຊີ​ເຣຍ ຫຼື Syrian Observatory
Group ທີ່​ມີ​ຫ້ອງການຕັ້ງ​ຢູ່​ໃນ​ອັງກິດ ກ່າວ​ວ່າ ການ​ໂຈມ​ຕີ​ໃນ​
ວັນ​ເສົາ​ມື້​ນີ້ ​ແມ່ນ​ຝີ​ມື​ຂອງແນວໂຮມ Nusra ທີ່​ມີ​ສາຍ​ພົວພັນ​ກັບ
​ເຄືອ​ຂ່າຍ​ ອາລ ​ກາ​ອີດາ ​ແຕ່​ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາຄວາມ​ຮັບ
ຜິດຊອບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ​ໃນ​ເວລາ​ນີ້ເທື່ອ.

ການວາງ​ລະ​ເບີດ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເກີດ​ການ​ຍິງ​ຕໍ່ສູ້​ກັນ​
ຢ່າງ​ໜັກ​ຢູ່​ດ່ານ​ກວດກາ​ແຫ່ງ​ນັ້ນລະຫວ່າງ​ເຂດ​ຍຶດຄອງ​ແຫ່ງ​ນຶ່ງ​ຂອງ​ພວກ​ກະບົດ​ແລະ​
ເມືອງນຶ່ງ​ທີ່ນິຍົມ​ລັດຖະບານ ​ແລະ​ມີພວກຊາວ​ຄຣິສ​ແລະ​ຊົນ​ເຜົ່າ Druze ອາ​ໄສ​ຢູ່​ຢ່າງ​
ແໜ້ນໜາ​.

ອົງການ​ຂ່າວ SANA ​ຂອງ​ຊີ​ເຣຍ ກໍ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ໂຈມ​ຕີ​ນີ້ເຊັ່ນ​ກັນ​ ແຕ່​ກ່າວ​ວ່າ ບໍ່ມີຜູ້​ບາດ​ເຈັບ​ແລະ​ລົ້ມ​ຕາຍແຕ່​ຢ່າງ​ໃດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG