ຢ່າງໜ້ອຍ 4 ຄົນ ໄດ້ຖືກນຳສົ່ງໄປຮັກສາປິ່ນປົ່ວອາການສາຫັດຢູ່ທີ່ໂຮງໝໍ ຫຼັງຈາກ
ເກີດລະເບີດແຕກ ຢູ່ໃນເມືອງ ແລັສເຕີ (Leicester) ຂອງອັງກິດ ໃນວັນອາທິດວານນີ້
ເຊິ່ງໄດ້ທຳລາຍ ຮ້ານຄ້າສະດວກແຫ່ງນຶ່ງ ແລະ ເຮືອນຫຼັງນຶ່ງ.
ຕຳຫຼວດກ່າວວ່າ ການລະເບີດນັ້ນ ບໍ່ໄດ້ບົ່ງບອກໃນທັນທີທັນໃດ ວ່າ ເປັນການເຊື່ອມ
ໂຍງກັບ ການກໍ່ການຮ້າຍ ແຕ່ໄດ້ປະກາດວ່າ ເປັນ “ເຫດການທີ່ຍິ່ງໃຫຍ່.”
ເຫດລະເບີດແຕກ ໄດ້ເກີດຂຶ້ນ ບໍ່ດົນຫຼັງຈາກເວລາ 7 ໂມງແລງ ຕາມເວລາໃນທ້ອງຖິ່ນ
ແລະ ຕຳຫຼວດເມືອງແລັສເຕີ ໃນເບື້ອງຕົ້ນ ໄດ້ຂໍຮ້ອງໃຫ້ມວນຊົນ ຢູ່ຫ່າງໆຈາກຖະໜົນ
ແລະ ຮຽກຮ້ອງໃຫ້ສື່ຂ່າວ ແລະຄົນອື່ນໆໝົດທຸກຄົນ ບໍ່ໃຫ້ສັນນິຖານກ່ຽວກັບສາເຫດ
ຂອງການລະເບີດນັ້ນ.
ກົມຕຳຫຼວດ ໄດ້ກ່າວວ່າ “ສາເຫດຂອງການລະເບີດ ຈະເປັນເລື່ອງຂອງການສືບສວນ
ສອບສວນຮ່ວມກັນ ໂດຍຕຳຫຼວດ ແລະໜ່ວຍງານດັບໄຟ ແລະກູ້ໄພຂອງເຂດປົກ
ຄອງເມືອງແລັສເຕີ.”
ກົມດັບໄຟຂອງເມືອງນີ້ ໄດ້ກ່າວວ່າ ຕົນໄດ້ສົ່ງລົດມອດໄຟ 6 ຄັນໄປສົມທົບ ຫຼັງຈາກ
ໄດ້ຮັບລາຍງານຂອງເຫດການລະເບິດແຕກ ແລະ ຕຶກອາຄານຫຍຸບລົງ.
ຮູບພາບຕ່າງໆຂອງການລະເບີດ ໄດ້ສະແດງໃຫ້ເຫັນ ແປວໄຟພຸ່ງຂຶ້ນ ຈາກຊາກຫັກ
ພັງ ບ່ອນທີ່ຕຶກອາຄານເຄີຍຕັ້ງຢູ່ນັ້ນ ໃນຂະນະດຽວກັນ ພວກຄົນທີ່ຢູ່ໄກ້ຄຽງກໍພາກັນ
ພະຍາຍາມ ຟ້າວຝັ່ງເຂົ້າໄປໃກ້ສະຖານທີ່ເກີດເຫດ ເພື່ອເຂົ້າໄປຊ່ອຍເຫຼືອ.
ເມືອງແລັສເຕີ ຕັ້ງຢູ່ທາງພາກເໜືອ ຫ່າງຈາກນະຄອນ ລອນດອນ ປະມານ 177 ກິໂລ
ແມັດ.