ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະຫຼະຊີບ ຢູ່ຊີເຣຍ ເຮັດໃຫ້ 20 ຄົນ ເສຍຊີວິດ


ແຜນທີ່ເມືອງ Hasakeh ປະເທດຊີເຣຍ.
ແຜນທີ່ເມືອງ Hasakeh ປະເທດຊີເຣຍ.

ຜູ້​ວາງລະ​ເບີດ​ສະຫລະ​ຊີບ​ຄົນ​ນຶ່ງ ​ຢູ່ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງຊີ​ເຣຍໄດ້​ສັງຫານ ຢ່າງ​ໜ້ອຍ 20 ຄົນ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ການ​ໂຈມ​ຕີ​ ຢູ່​ທີ່​ພິທີ​ແຕ່ງງານ​ແຫ່ງ​ນຶ່ງ.

​ເຫດລະ​ເບີດ​ໄດ້​ແຕກ​ຂຶ້ນ​ຢູ່​ນອກ​ເມືອງ Hasakeh ຊຶ່ງ​ເກືອບທັງ​ໝົດແມ່ນ​ຄວບຄຸມໂດຍກຳ ລັງຊາວ​ເຄີ​ດ ​ແຕ່​ວ່າ​ຍັງ​ມີ​ທີ່​ໝັ້ນ​ຈຳນວນ​ນຶ່ງ​ຂອງລັດຖະບານ​ຊີ​ເຣຍຢູ່ທີ່​ນັ້ນ.

ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນການວາງ​ລະ​ເບີດດັ່ງກ່າວ ​ແຕ​່ແນວ​ໃດ​ກໍ​ຕາມ​ພວກ ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ຊາວ​ເຄີ​ດ ຊໍ້າ​ແລ້​ວຊໍ້າ​ອີກ.

​ໃນ​ເດືອນສິງຫາ​ທີ່​ຜ່ານ​ມາ ມີ​ການຖິ້ມ​ໂທດ​ ໃສ່ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມວ່າ ​ເປັ​ນຜູ້ວາງ ລະ​ເບີດ​ຢູ່​ພິທີ​ແຕ່ງງານ​ຂອງຊາວ​ເຄີ​ດທີ່​ພາກ​ຕາ​ເວັນ​ອອກ​ຂອງ​ເທິ​ກີໃກ້​ກັບຊາຍ​ແດນ​ຊີ​ເຣຍ. ການວາງ​ລະ​ເບີດ​ສະຫລະ​ຊີບ​ ຢູ່​ໃນ​ເມືອງ Gaziantep ​ໄດ້​ເຮັດ​ໃຫ້​ມີ​ຜູ້ເສ​ຍຊີວິດ​ຫຼາຍ​ກວ່າ 50 ຄົນ. ປະທານາທິບໍດີ​ເທີ​ກີທ່ານ Recep Tayyip Erdogan ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະ ຫລະ​ຊີບ​ເປັນ​ເດັກນ້ອຍ​ ອາຍຸ​ບໍ່​ກາຍ 14 ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG