ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ເຫດ​ລະ​ເບີດ​ຢູ່ໃນກອງ​ປະ​ຊຸມ​ທາງ​ການ​ເມືອງໃນ ​ປາ​ກິ​ສ​ຖານ ໄດ້​ສັງ​ຫານຫລາຍ​ສິບ​ຄົນ


ພາບນິ້ງ​ຖ່າຍ​ຈາກວີ​ດິ​ໂອ​ທີ່​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍສະ​ແດງ​ໃຫ້​ເຫັນ​ພາບ​ຫລັງ​ຈາກເກີດ​ເຫດລະ​ເບີດ​ສະ​ຫລະ​ຊີບໃນ​ເມືອງ Bajaur ຂອງ​ປາ​ກິ​ສ​ຖານ, ວັນ​ທີ 31 ກໍ​ລະ​ກົດ, 2023. (ພາບຖ່າຍ​ໂດຍ Bilal Yasir/via Reuters)
ພາບນິ້ງ​ຖ່າຍ​ຈາກວີ​ດິ​ໂອ​ທີ່​ເອົາ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍສະ​ແດງ​ໃຫ້​ເຫັນ​ພາບ​ຫລັງ​ຈາກເກີດ​ເຫດລະ​ເບີດ​ສະ​ຫລະ​ຊີບໃນ​ເມືອງ Bajaur ຂອງ​ປາ​ກິ​ສ​ຖານ, ວັນ​ທີ 31 ກໍ​ລະ​ກົດ, 2023. (ພາບຖ່າຍ​ໂດຍ Bilal Yasir/via Reuters)

ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ເຫດ​ລະ​ເບີດ​ໃນ​ແຂວງຄາຍ​ເບີ ພັກ​ທັນ​ຄວາ (Khyber Pakhtunkhwa) ຢູ່ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ໜ້ອຍ 45 ຄົນແລ້ວ.
​ເຫດ​ລະ​ເບີດ​ໄດ້​ເກີດ​ຂຶ້ນ​ຢູ່​ເມືອງ​ຄາ ​ໃນ​ເຂດ​ຊົນ​ເຜົ່າບາ​ຈົວ (Bajaur) ທີ່​ຕັ້ງ​ຢູ່​ໃກ້​ກັບ​ຊາຍ​ແດນ​ຂອງ​ປາ​ກິ​ສຖານ ​ກັບ​ອັຟກາ​ນິສຖານ. ມັນ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ອາ​ທິດວານນີ້ ​ໃນຂະ​ນະ​ທີ່​ມີ​ກອງ​ປະ​ຊຸມ​ພະ​ນັກ​ງານ​ຂອງ​ພັກ​ການ​ເມືອງ​ສາ​ສະ​ຫນາ​, ຈາ​ມຽດ ອູ​ເລ​ມາ ອິ​ສ​ລາມ (Jamiat Ulema Islam) ຫລື JUI-F.

ວິ​ດີ​ໂອ​ຂອງ​ກອງ​ປະ​ຊຸມ ​ໄດ້​ຖ່າຍ​ເອົາ​ເຫດ​ການ​ໃນ​ຕອນທີ່​ລະ​ເບີດ​ແຕກ​ຂຶ້ນນັ້ນ. ສາມາດເຫັນໄດ້ວ່າ ມີ​ຄົນນັ່ງຢູ່ກ້ອງຕູບຜ້າໃຫຍ່ຟັງ​ຜູ້​ນຶ່ງ​ທີ່​ກຳ​ລັງເວົ້າຢູ່ເມື່ອເກີດ ການລະເບີດຂຶ້ນນັ້ນ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດຂອງ​ເມືອງ, ທ່ານ​ນາ​ເຊຍ ຄານ ກ່າວ​ຕໍ່ວີ​ໂອ​ເອວ່າ ຫຼັກ​ຖານ​ທີ່​ເກັບ​ກຳ​ມາ​ຈົນ​ຮອດ​ປັດ​ຈຸ​ບັນນີ້ ​ຊີ້​ໃຫ້​ເຫັນວ່າ ​ເຫດ​ລະ​ເບີດ​ແມ່ນ​ເປັນນ້ຳ​ມື​ຂອງ​ຜູ້​ວາງ​ລະ​ເບີດ​ສະ​ຫລະ​ຊີບ.

ໃນການ​ຂຽນ​ລົງ​ທວີດ​ເຕີນັ້ນ, ລັດຖະມົນຕີກະ​ຊວງພາຍໃນຂອງປາກິສຖານ, ທ່ານ ຣາ​ນາ ຊາ​ນາອຸ​ລ​ລາ (Rana Sanaullah) ກ່າວວ່າ ໄດ້​ມີ​ຄຳ​ສັ່ງ​ໃຫ້ທຳການສືບສວນ ກ່ຽວກັບເຫດການດັ່ງ​ກ່າວ​ແລ້ວ.

ປາກິສຖານໄດ້ເຫັນວ່າ ມີການໂຈມຕີກໍ່ການຮ້າຍເພີ່ມຂຶ້ນ ນັບຕັ້ງແຕ່ກຸ່ມຕາລີບານ ອັຟການິສຖານ ໄດ້ເຂົ້າຄວບຄຸມອຳ​ນາດໃນນະຄອນຫຼວງກາ​ບູ​ລ ໃນເດືອນສິງຫາ ປີ 2021.

ຄົນ​ຫາມ​ຊາຍ​ຄົນ​ນຶ່ງ​ທີ່​ໄດ້​ຮັບ​ບາດ​ເຈັບຈາກ​ເຫດ​ລະ​ເບີດ​ໃນ​ເມືອງ Bajaur ຂອງ​ປາ​ກິ​ສ​ຖານຢູ່​ໃນ​ໂຮງ​ໝໍ Lady Reading ໃນ​ແຂວງ Peshawar ຂອງ​ປາ​ກິ​ສ​ຖານ, ວັນ​ທີ 30 ກໍ​ລະ​ກົດ, 2023.
ຄົນ​ຫາມ​ຊາຍ​ຄົນ​ນຶ່ງ​ທີ່​ໄດ້​ຮັບ​ບາດ​ເຈັບຈາກ​ເຫດ​ລະ​ເບີດ​ໃນ​ເມືອງ Bajaur ຂອງ​ປາ​ກິ​ສ​ຖານຢູ່​ໃນ​ໂຮງ​ໝໍ Lady Reading ໃນ​ແຂວງ Peshawar ຂອງ​ປາ​ກິ​ສ​ຖານ, ວັນ​ທີ 30 ກໍ​ລະ​ກົດ, 2023.

ກຸ່ມເທ​ຣີກ-​ອີ-ຕາ​ລີ​ບານ​ປາ​ກິ​ສ​ຖານ (Tehreek-e-Taliban Pakistan) ຫຼື TTP ເຊິ່ງເປັນກຸ່ມຫົວຮຸນແຮງທີ່ມີອຸດົມການທີ່ກ່ຽວຂ້ອງກັບກຸ່ມຕາລີບານອັຟການິສ ຖານ ໄດ້ເປັນຜູ້ຢູ່ເບື້ອງຫຼັງການໂຈມຕີສ່ວນ​ໃຫຍ່ເຫຼົ່ານັ້ນ. ແຕ່ຢ່າງໃດກໍຕາມ, ກຸ່ມດັ່ງ ກ່າວໄດ້ປະຕິເສດບໍ່​ຮັບ​ເອົາຄວາມຮັບຜິດຊອບຕໍ່ເຫດການນີ້.

​ໃນ​ຖະ​ແຫຼ​ງການຕອນ​ນຶ່ງ​ຕໍ່​ສື່​ມວນ​ຊົນນັ້ນ ການ​ນຳ​ຂັ້ນສູນ​ກາງ​ຂອງ TTP ທີ່​ຮູ້​ຈັກ​ກັນ​ໃນ​ນາມ​ກຸ່ມ​ຕາ​ລີ​ບານ​ປາ​ກິ​ສຖານ ​ໄດ້​ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ.

ກຸ່ມຕາລີບານອັຟການິສຖານ ຊຶ່ງປາກິສຖານກ່າວຫາວ່າ ໄດ້ໃຫ້​ທີ່​ພັກ​ພິງ​ແກ່ການນໍາຂອງ TTP ນັ້ນ ກໍອອກຄໍາປະ​ນາມເຫດ​ການນີ້ຢ່າງໄວວາ.

“ການກະ​ທຳ​ອາຊະຍາກຳດັ່ງກ່າວ ແມ່ນບໍ່ສາມາດເປັນ​ທີ່ຍອມຮັບໄດ້ ແລະບໍ່ສາ ມາດໃຊ້ເປັນເຫດຜົນເພື່ອຢັ້ງ​ຢືນ​ອັນ​ໃດໄດ້ເລີຍ,” ນັ້ນ​ຄືຄຳ​ເວົ້າ​ຂອງທ່ານຊາ​ບີລ​ລາ ມູຈາ​ຮິດ (Zabiullah Mujahid), ໂຄສົກສູນກາງຂອງກຸ່ມຕາລີບານອັຟການິສຖານ ທີ່ກ່າວໃນທວີດ​ເຕີ.

ບັນດາ​ຜູ້​ປົກຄອງ​ທີ່​ແທ້​ຈິ​ງ​ຂອງອັຟກາ​ນິສຖານ ​ປະຕິ​ເສດວ່າ​ບໍ່ໄດ້​ໃຫ້​ມີ​ບ່ອນ​ລີ້​ໄພ​ໃຫ້​ແກ່​ພວກ​ກໍ່​ການ​ຮ້າຍ​ປາ​ກິ​ສຖານເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG