AMRITSAR, INDIA —
ພວກເຈົ້າໜ້າທີ່ທາງພາກຕາເວັນຕົກສຽງເໜືອຂອງອິນເດຍ ກ່າວວ່າ ສາມຄົນໄດ້ເສຍ
ຊີວິດ ແລະອີກສິບຄົນໄດ້ຮັບບາດເຈັບ ຈາກການໂຈມຕີ ໃສ່ອົງການສາສໜາໃນວັນ
ອາທິດມື້ນີ້.
ພວກເຈົ້າໜ້າທີ່ກ່າວວ່າ ຜູ້ຊາຍສອງຄົນໄດ້ເຂົ້າໄປໃນຕຶກຢູ່ເມືອງອາມິຣສຊາຣ ແລະ
ໄດ້ແກວ່ງລະເບີດມື ໃສ່ພວກສູດມົນທີ່ນັບຖືນິກາຍນິຣັນກາຣີ.
ອີງຕາມໝັງສືພິມຮິນດູສຕານ ໄທມ໌ ພວກໂຈມຕີຢ່າງໜ້ອຍມີປືນຍາວນຶ່ງກະບອກ ແລະ
ໄດ້ເຂົ້າໄປຈີ້ຢູ່ໃນຕຶກ.
ຍັງບໍ່ທັນໄດ້ມີການອ້າງເອົາຄວາມຮັບຜິດຊອບຈາກການໂຈມຕີນີ້ເທື່ອ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ